ພະຍຸເຂົ້າບ້ານຫ້ວຍໄຮ່ ມ.ຕຸ້ມລານ ຂ.ສາລະວັນ

ຈໍາປາທອງ
2020.04.23
f-salavan-storm 119 ຫຼັງຄາເຮືອນ ໃນຈຳນວນ 18 ບ້ານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຮັບຜົນກະທົບ ຈາກລົມພະຍຸ ( ວັນທີ 22 ເມສາ 2020 )
ຮູບຈາກ : ນັກຂ່າວພົລເມືອງ

ພະຍຸຣະດູຮ້ອນ ພັດແຮງຢູ່ບ້ານຫ້ວຍໄຮ່ ເມືອງຕຸ້ມລານ ແຂວງສາລະວັນ ໃນຕອນແລງປະມານ 5 ໂມເຄິ່ງຂອງວັນທີ 22 ເມສານີ້ເຮັດໃຫ້ ເດັກນ້ອຍຜູ້ຊາຍ ອາຍຸ 2 ປີ ເສັຍຊີວິດ ຍ້ອນຖືກເຮືອນພັງທັບ ຂນະທີ່ ແລ່ນໄປຢູ່ນໍາໝູ່ ແລະຜູ້ເປັນແມ່ທີ່ຊ່ອຍລູກກໍບາດເຈັບສາຫັດ ແລະ ມີຊາວບ້ານອື່ນອີກ 6 ຄົນ ບາດເຈັບເລັກນ້ອຍ, ບ້ານເຮືອນຫລາຍຫລັງເພພັງ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງສາລະວັນ ທ່ານນຶ່ງ ຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 23 ເມສາ ນີ້:

“ມີຢູ່ 35 ຄົວເຮືອນທີ່ມັນຖືກເນາະ ໂດຍສະເພາະແມ່ນ 6 ຫຼັງຄາເຮືອນທີ່ຖືກເສັຽຫາຍຢູ່ໃນຫັ້ນແມ່ນມີ 1 ຄອບຄົວໄດ້ເສັຽຊີວິດເດັກແລ່ນຢູ່ ນໍາກັນບາດນີ້ເຮືອນນັ້ນລົ້ມບາດນີ້ ແມ່ລາວກໍຖືກທັບຄືກັນຊັ້ນນະ.”

ທ່ານກ່າວຕື່ມວ່າ ພະຍຸຣະດູຮ້ອນພັດເຂົ້າມາເທື່ອນີ້ ເຮັດໃຫ້ເສົາໄຟຟ້າ ຂນາດໃຫຍ່ຫັກ 3 ຕົ້ນ, ປະຊາຊົນບ້ານຫ້ວຍໄຮ່ ບໍ່ມີໄຟຟ້າໃຊ້. ເຣຶ່ອງການຊ່ອຍເຫຼືອສຸກເສີນ ແກ່ປະຊາຊົນເບື້ອງຕົ້ນແມ່ນເຈົ້າໜ້າທີ່ ສະເພາະກິດເມືອງສົມທົບກັບແຂວງ ບໍຣິຈາກເປັນເງິນຈໍານວນ 10 ລ້ານກີບ ເພື່ອຊື້ຜ້າຫົ່ມ, ເຂົ້າສານ, ປາກະປ໋ອງ, ເຄຶ່ອງສຸຂອະນາມັຍ ໃຫ້ປະຊາຊົນ ທີ່ບໍ່ສາມາດສ້ອມແປງເຮືອນ ໄດ້ນັ້ນກ່ອນໝູ່.

ນອກຈາກບ້ານຫ້ວຍໄຮ່ແລ້ວ ຢູ່ເມືອງຕຸ້ມລານ ຍັງມີອີກ 4 ບ້ານ ຄືບ້ານແຕຍໍ, ບ້ານນາກະເທິນ, ບ້ານຕຸ້ມລານ ແລະບ້ານດອນເມືອງ ກໍໄດ້ຮັບຄວາມເສັຍຫາຍ ຈາກພະຍຸຣະດູຮ້ອນພັດເທື່ອນີ້.

ໃນມື້ດຽວກັນນັ້ນເວລາປະມານ 8 ໂມງເຄິ່ງກາງຄືນ ພະຍຸກໍໄດ້ພັດເຂົ້າສວນກ້ວຍຈີນ ທີ່ກໍາລັງອອກປີ 60 ເຮັກຕາ ໃນເນື້ອທີ່ທັງໝົດ 500 ປາຍເຮັກຕາ ຢູ່ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ ເຮັດໃຫ້ຄົນງານລາວ ທີ່ຮັບເໝົາເບິ່ງແຍງສວນກ້ວຍ ຈໍານວນນຶ່ງຈະບໍ່ໄດ້ຮັບ ຄ່າປັນຜົລ ຍ້ອນຕົ້ນກ້ວຍເສັຍຫາຍ. ດັ່ງເຈົ້າໜ້າທີ່ແຂວງໄຊຍະບູລີ ທ່ານນຶ່ງເວົ້າວ່າ:

“ຈະບໍ່ໄດ້ຄ່າເປັນຜົລຫັ້ນ ເພາະວ່າຂະເຈົ້າ ຈະບໍ່ຈ້າງເປັນເດືອນ ຂະເຈົ້າຈະຈ້າງແບບວ່າ ຄອບຄົວນຶ່ງ ມຫນຈະຮັບຈັກເຮັກຕາ ຈັກພັນຕົ້ນ ມັນຈະກະທົບບ່ອນ ແຮງງານຂອງລາວເຮົາ ເປັນຜູ້ຮັບເໝົາຫັ້ນເນາະ.”

ກ່ອນໜ້ານັ້ນມື້ນຶ່ງ ຄືວັນທີ 21 ເມສາ ພະຍຸກໍໄດ້ພັດເຂົ້າບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ເຮືອນປະຊາຊົນ 288 ຫຼັງເສັຍຫາຍ ຊຶ່ງສ່ວນໃຫຍ່ແມ່ນຫຼັງຄາກະເບື້ອງເລີກອອກເລັກນ້ອຍ ບໍ່ເສັຍຫາຍຫລາຍຄືຢູ່ 2 ເມືອງດັ່ງກ່າວແຕ່ກໍມີເດັກນ້ອຍອາຍຸ 4 ປີ ຖືກກະເບື້ອງຕົກໃສ່ຫົວແຕກ ໄດ້ຫຍິບ 2 ເຂັມ ແລະປະຊາຊົນຈໍານວນນຶ່ງ ບາດເຈັບເລັກນ້ອຍ. ດັ່ງເຈົ້າໜ້າທີ່ເມືອງວັງວຽງເວົ້າວ່າ:

“ມີແຕ່ຫລັງຄາເປີດ ຫລັງຄາເຮືອນນຶ່ງກະປະມານ ກະເບື້ອງກໍ 3-40 ແຜ່ນ ບາງເຮືອນກໍ 3 ແຜ່ນ ບາງເຮືອນກໍ 10 ແຜ່ນ 20 ແຜ່ນ. ຜູ້ເສັຽຊີວິດບໍ່ມີ ມີເດັກນ້ອຍ ກະເບື້ອງປີວໃສ່ແລ້ວຍິບ 2 ເຂັມ.”

ທ່ານກ່າວຕື່ມວ່າ ພະຍຸພັດເສົາໄຟຟ້າລົ້ມຈໍານວນນຶ່ງ ແຕ່ສູນບໍຣິການໄຟຟ້າ ປະຈໍາເມືອງ ກໍໄດ້ມາຕັ້ງຂຶ້ນຄືນ ແລະມີໄຟຟ້າໃຊ້ຕາມ ປົກກະຕິແລ້ວ. ເຣຶ່ອງບ້ານເຮືອນເປ່ເພ ປະຊາຊົນຊ່ອຍເຫລືອກັນແປງ ເອົາເອງ.

ສໍາລັບຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 22 ເມສາ ພະຍຸພັດແຮງຫລາຍເຂດ ເຮັດໃຫ້ຫລັງຄາຫ້າງຮ້ານຕ່າງໆ ເພພັງ. ພະຍຸພັດແຮງ ກວ່າໝູ່ ແມ່ນຢູ່ເຂດເມືອງສີໂຄດຕະບອງ ທີ່ຕົ້ນໄມ້ ຢູ່ວັດສີໃຄ ອາຍຸ ເກືອບ 200 ປີ ລົ້ມທັບເສົາໄຟຟ້າ ເຮັດໃຫ້ໄຟຟ້າມອດຫລາຍບ່ອນ ແລະຢູ່ເຂດບ້ານສີເກີດ ເມືອງນາຊາຍທອງ ກໍມີຜູ້ບາດເຈັບຍ້ອນ 1 ຄົນ ຍ້ອນພະຍຸພັດຕົ້ນໄມ້ລົ້ມໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.