ນໍ້າເຊກອງຈະຂຶ້ນສູງ ຊາວບ້ານ ເຝົ້າຣະວັງ

ສະພາບນ້ຳຖ້ວມທົງນາ ເຂດ ບ້ານດາກດໍ ເມຶອງດາກຈຶງ, ແຂວງເຊກອງ ເມື່ອວັນທີ 28 ຕຸລາ 2020. ທາງການເຕືອນວ່າ ພະຍຸ ເອຕາວ ພັດຈາກ ວຽດນາມ ໃຫ້ປະຊາຊົນທີ່ ຢູ່ຕາມແຄມເຊກອງ ແຂວງເຊກອງ ແລະ ອັດຕະປື ຕ້ອງຣະວັງນໍ້າຈະສູງຂຶ້ນ ຍ້ອນວຽດນາມ ຈະປ່ອຍນໍ້າອອກຈາກ ເຂື່ອນ ລົງມາ.
ສະພາບນ້ຳຖ້ວມທົງນາ ເຂດ ບ້ານດາກດໍ ເມຶອງດາກຈຶງ, ແຂວງເຊກອງ ເມື່ອວັນທີ 28 ຕຸລາ 2020. ທາງການເຕືອນວ່າ ພະຍຸ ເອຕາວ ພັດຈາກ ວຽດນາມ ໃຫ້ປະຊາຊົນທີ່ ຢູ່ຕາມແຄມເຊກອງ ແຂວງເຊກອງ ແລະ ອັດຕະປື ຕ້ອງຣະວັງນໍ້າຈະສູງຂຶ້ນ ຍ້ອນວຽດນາມ ຈະປ່ອຍນໍ້າອອກຈາກ ເຂື່ອນ ລົງມາ. (ນັກຂ່າວພົລເມືອງ)

0:00 / 0:00

ພະຍຸ ເອຕາວ ( Etau ) ທີ່ອ່ອນກໍາລັງລົງຢູ່ວຽດນາມ ຈະພັດເຂົ້າມາພາກກາງ ແລະ ພາກໃຕ້ຂອງລາວ ແຕ່ກໍອາຈບໍ່ກະທົບໜັກປານໃດ. ເຖິງຢ່າງໃດ ກໍໃຫ້ປະຊາຊົນທີ່ຢູ່ແຄມເຊກອງ ໃນແຂວງເຊກອງ ແລະອັດຕະປື ຣະວັງນໍ້າເຊກອງ ຈະສູງຂຶ້ນ ຍ້ອນວຽດນາມ ຈະປ່ອຍນໍ້າ ອອກຈາກເຂື່ອນ ຢູ່ວຽດນາມລົງມາ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຜູ້ບໍປະສົງອອກຊື່ ທ່ານນຶ່ງ ຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ພຶສຈິກາ ນີ້:

“ມັນອ່ອນໂຕແລ້ວເດ໋ ເພາະວ່າວຽດນາມເຂົາກະແຈ້ງມາ ວ່າເຂົາສິປ່ອຍນໍ້າອອກຈາກ ເຂື່ອນ ສາຍນໍ້າເຊກອງ ເຈົ້າ ແຕ່ຢູ່ວຽດນາມ ນີ໋ກະ ຂ້ອນຂ້າງຢາກເປັນປະມານ ປານກາງເນາະ ແລ້ວຂະເຈົ້າກະຕ້ອງໄດ້ ປ່ອຍນໍ້າເຂື່ອນ ເພິ່ນຈະແຈ້ງມາວ່າ ສິປ່ອຍມື້ນຶ່ງທໍ່ໃດ ຈັກຊົ່ວໂມງ.”

ທ່ານກ່າວຕື່ມວ່າ ເບື້ອງຕົ້ນໄດ້ຮັບແຈ້ງການ ຈາກວຽດນາມ ວ່າຈະມີການປ່ອຍນໍ້າອອກຈາກເຂື່ອນບາງແຫ່ງຢູ່ ວຽດນາມ, ແຕ່ຍັງບໍ່ທັນຮູ້ວ່າ ຈະປ່ອງມາໜ້ອຍຫລາຍຊໍ່າໃດ ແລະ ຈະປ່ອຍຈັກຊົ່ວໂມງຕໍ່ມື້, ຍັງຕ້ອງໄດ້ລໍຖ້າແຈ້ງການ ຂອງວຽດນາມຕື່ມ ຊຶ່ງຄາດວ່າ ໃນຂນະນີ້ທາງ ວຽດນາມ ຍັງປະເມີນສະຖານະການ ຂອງພະຍຸນັ້ນຢູ່.

ຊາວບ້ານ ທີ່ອາສັຍຢູ່ແຄມນໍ້າເຊກອງ ເມືອງລະມາມ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຮັບການແຈ້ງເຕືອນ ຈາກທາງການແຂວງເຊກອງ ແລ້ວວ່າ ຈະມີພະຍຸເຂົ້າມາ ປະເທດລາວ ອີກ, ແຕ່ຍັງບໍ່ຮູ້ວ່າ ຝົນຈະຕົກໜັກປານໃດ, ຊາວບ້ານພາກັນ ກຽມພ້ອມ ຂົນເຄື່ອງຂອງຂຶ້ນໄວ້ບ່ອນສູງແລ້ວ ຍ້ອນກັງວົນນໍາເຣື່ອງ ວຽດນາມ ຈະປ່ອຍນໍ້າອອກຈາກເຂື່ອນ ໃນວຽດນາມລົງມາ ເພາະ ທີ່ຜ່ານມາ ຍາມວຽດນາມປ່ອຍນໍ້າລົງມາ ນໍ້າຖ້ວມທຸກຄັ້ງ ດັ່ງທີ່ທ່ານກ່າວວ່າ:

“ມີແຕ່ເຊກອງເຮົານີ້ແລ້ວ ຕິດຫ້ວຍ ເຂົາກະຕຽມຫັ້ນແລ້ວ ຖ້ວມແລ້ວ ມັນກະຖ້ວມຫັ້ນແຫລ່ວ ຂນາດເວລາເຂົາປ່ອຍເຂື່ອນ ມາທາງເທິງ ມັນຖ້ວມ ແຂວງເຮົາ ກະຕຽມຊ່ວຍຄືກັນ.”

ອີງຕາມຣາຍງານຂອງກົມອຸຕຸນິຍົມ ແລະອຸທົກສາດ ວັນທີ 9 ພຶສຈິກາ ນີ້, ທາງກົມອຸຕຸນິຍົມ ແລະອຸທົກສາດ ໄດ້ແຈ້ງເຕືອນໃຫ້ປະຊາຊົນ ເຝົ້າຣະວັງ ພະຍຸໝູນເຂດຮ້ອນ ເອຕາວ ຈະເຄື່ອນຈາກວຽດນາມ ເຂົ້າມາລາວ ດ້ວຍຄວາມວັຍ 20 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຄາດວ່າ ພະຍຸນັ້ນຈະເຮັດໃຫ້ພາກກາງ ແລະພາກໃຕ້ຂອງລາວ ມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ, ມີລົມພັດແຮງໃນວັນທີ 10 ແລະ 11 ພຶສຈິກາ ນີ້.

ພ້ອມກັນນັ້ນ ກົມອຸຕຸນິຍົມ ແລະອຸທົກສາດ ຍັງໄດ້ເຕືອນປະຊາຊົນ, ອໍານາດການປົກຄອງທ້ອງຖິ່ນ ແລະທຸກພາກສ່ວນຢູ່ແຂວງພາກກາງ ແລະພາກໃຕ້ຂອງລາວ ເປັນຕົ້ນແຂວງເຊກອງ, ອັດຕະປື, ຈໍາປາສັກ, ສວັນນະເຂດ ແລະແຂວງຄໍາມ່ວນ ໃຫ້ຣະມັດຣະວັງຝົນຕົກໜັກ ລົມແຮງ ທີ່ອາຈເຮັດໃຫ້ດິນເຈື່ອນ, ຕົ້ນໄມ້ລົມ, ເຮືອນຊານເພພັງໄດ້.