ພະຍຸວາມກໍ ຈະພັດ ເຂົ້າລາວ

ອຸ່ນແກ້ວ ສຸກສະຫວັນ
2020.11.13
f-flood-lao-bao ສະພາບນໍ້າຖ້ວມ ທີ່ ດ່ານສາກົນ ລາວບາວ ແຂວງສວັນນະເຂດ ເມື່ອ ເດືອນຕຸລາ ປິ 2020
ພາບປະກອບ: ນັກຂ່າວພົລເມືອງ

ກົມອຸຕຸນິຍົມ ແລະອຸທຸກກະສາດ ແຈ້ງເຕືອນ ພະຍຸເຂດຮ້ອນທີ່ຊື່ວ່າ ວາມກໍ ຫົວທີ 22 ທີ່ຈະພັດຈາກວຽດນາມເຂົ້າມາລາວ ເປັນຕົ້ນແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫລວງພຣະບາງ ໃຫ້ກຽມເກັບມ້ຽນ ເຄື່ອງຂອງ ໄປໄວ້ບ່ອນປອດພັຍ ນັບແຕ່ວັນທີ 14 ຫາ 17 ພຶສຈິກາ. ເຈົ້າໜ້າທີ່ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ພຶສຈິກາ ວ່າ:

"ກໍຄືວ່າ ຈະເຮັດໃຫ້ມີຝົນຕົກໃນຣະດັບຄ່ອຍ ຫາ ປານກາງຫັ້ນແຫຼະເນາະ ເພາະວ່າ ພະຍຸຫົວນີ້ ມັນເຄື່ອນເຂົ້າມາແລ້ວ ມັນໃກ້ຈະອອກຝັ່ງ ແລ້ວ, ແລ້ວມັນອ່ອນກຳລັງ ມັນຈະບໍ່ມີຜົນກະທົບຮ້າຍແຮງ ປານໃດ ດອກ, ແຕ່ວ່າພາກກາງ ຈະມີໂອກາດຝົນຕົກແຮງ ຫຼາຍກວ່າດ້ານ ຕະເວັນອອກ ໃຫ້ປະຊາຊົນ ລະມັດລະວັງເລື່ອງຝົນຕົກນີ້ນ່າ ເພາະມັນຈະຕົກຜິດລະດູການເນາະ."

ເຈົ້າໜ້າທີ່ຜແນກຊັພຍາກອນທຳທະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພຣະບາງ ກ່າວວ່າ ພະຍຸໝູນເຂດຮ້ອນ ວາມກໍ ບໍ່ມີຄວາມ ຮ້າຍແຮງປານໃດ ຍ້ອນເປັນພະຍຸປ່ຽນລະດູ:

"ພະຍຸໂຕນີ້ ມັນພະຍຸລະດູໜາວເດ້ ມັນກໍບໍ່ແຮງຫຼາຍປານໃດດອກ ຝົນມາປຸບ ກໍເຮັດໃຫ້ອາກາດໜາວລົງ ມັນຈະເຂົ້າລະດູໜາວໄປແລ້ວ ມັນຕ້ອງຝົນມາກ່ອນ ໂຕນີ້ ລະອຽດຕ້ອງຕິດຕາມທຸກມື້ໆ ມີດິນເຊາະ ເຈື່ອນບໍ່ ຄັນມັນມີຝົນລິນເດ້ ແລະ ກໍຖະໜົນ ຫົນທາງ ມັນຈະເປື່ອຍ ລົງໄປ."

ສ່ວນວ່າເຈົ້າໜ້າທີ່ ຜແນກຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງຄຳມ່ວນກ່າວວ່າ ພະຍຸໝູນເຂດຮ້ອນວາມກໍ ພວມເຄື່ອນຈາກ ວຽດນາມ ດ້ວຍຄວາມໄວ 30 ກິໂລແມັດ ຕໍ່ຊົ່ວໂມງ ຈະຖືວ່າ ບໍ່ຮຸນແຮງ:

"ບໍ່ໃຫ້ຕື່ນເຕັ້ນ, ບໍ່ໃຫ້ຕື່ເຕັ້ນ ບໍ່ຕ້ອງຢ້ານ ບໍ່ມີບັນຫາຫຍັງ ມັນຄ່ອຍໆ ນຶ່ງນາ ພະຍຸອັນນີ້ ມັນຢູ່ວຽດນາມ ມັນກໍອ່ອນກຳລັງລົງ ມັນຄ່ອຍໆໄປ ກໍແລ້ວ ກະຈາຍໄປແລ້ວ ກໍບໍ່ມີບັນຫາ ຂອງລາວເຮົາ ເກືອບບໍ່ຢາກມີ ຫັ້ນແຫຼະ ປົກກະຕິ ເຮັດປົກກະຕິ ບໍ່ຕ້ອງຢ້ານ."

ຊາວບ້ານພູໄທ ເມືອງນອງ ແຂວງສະຫວັນນະເຂດ ເວົ້າວ່າຕົວເອງ ແລະໝູ່ກຳລັງແປງເຮືອນຄືນ ຫຼັງຈາກໄດ້ຮັບຜົນກະທົບຈາກນ້ຳຖ້ວມ ໃນເດືອນຕຸລາ ທີ່ຜ່ານມາ ແລະ ກຽມຮັບມືກັບພະຍຸ:

"ແບບວ່າ ກຽມໂຕນເນາະ ແບບວ່າເຮືອນ ທີ່ບໍ່ແໜ້ນໜາ ມະຫຍັງ ເຮົາກໍຄ້ຳຄືນຫັ້ນນ່າ ເລົ້າເຂົ້າຍ້າຍບ່ອນນ້ຳເກົ່າ ສອງສາມຫຼັງ ເຂົາເຈົ້າ ຍ້າຍຂຶ້ນມາແລ້ວ ເຮືອນຫຼັງທີ່ຖ້ວມມື້ກ່ອນ ເຂົາກໍຕັ້ງບ່ອນໃໝ່ແຫຼະກຽມ ເຮືອໄວ້ ແບບນ້ຳມາ ພໍໄດ້ແບບວ່າ ເຮຮາໄປສູບ້ານອື່ນໄດ້ຫັ້ນນ່າ ສອງຂ້າງ ມີຫ້ວຍອັດໝົດຫັ້ນນາ."

ຊາວບ້ານ ແກ້ງໂດນ ເມືອງສອງຄອນ ແຂວງສະຫວັນນະເຂດ ເວົ້າວ່າ ໄດ້ຂົນສິ່ງຂອງໄປໄວ້ບ່ອນສູງແລ້ວ:

"ຖ້າມັນມາອີ່ຫຼີກໍ ເຮົາກໍຂົນຍ້າຍ ຂອງທີ່ຈຳເປັນອອກໄປໄວ້ບ່ອນທີ່ປອດພັຍ ຫັ້ນແຫຼະເນາະ ອໍ ເຝົ້າລະວັງຢູ່ ມັນຊິຮອດເຮົາແຮງບໍ່, ບາດ ມັນມາມີແຕ່ຂົນສິ່ງຂອງຈາກເຮືອນແຫຼະ ຄັນວ່າ ມັນມາ ເພາະໄຮ່ນາ ມັນມຸ່ນໝົດ ແລ້ວເດ້."

ພະຍຸໝູນເຂດຮ້ອນ ວາມກໍ ໄດ້ພັດເຂົ້າປະເທດ ຟິລິປປິນ ໃນວັນທີ 12 ພືສຈິກາ ທີ່ຜ່ານມາ ເຮັດໃຫ້ເກີດນ້ຳຖ້ວມ, ມີຄົນເສຍຊີວິດ 2 ຄົນ ແລະ ສູນຫາຍ 5 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.