ອົງກອນສາກົນບໍ່ເຫັນດີ ເຂື່ອນ ນໍ້າຂອງ

ໄຊຍາ
2018.09.11
F-ngo ກອງປະຊຸມ ຂອງຄນະ NGOs ທີ່ຮຽກຮ້ອງໃຫ້ຣັຖບານລາວ ທົບທວນຄືນ ໃນໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ
RFA/TP

ອົງກອນຕ່າງຊາດ ບໍ່ເຫັນດີກ່ຽວກັບ ການສ້າງເຂື່ອນໃສ່ແມ່ນໍ້າຂອງ ໂດຍສະເພາະ ເຂື່ອນປາກແບງ ແລະ ເຂື່ອນປາກລາຍ ທີ່ຣັຖບານລາວ ກຳລັງຈະສ້າງ ຍ້ອນຈະສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງ ປະຊາຊົນທ້ອງຖິ່ນ ແລະ ສະພາບແວດລ້ອມ ຕາມລຳແມ່ນໍ້າຂອງ ທັງ ໃນລາວ ແລະປະເທດລຸ່ມ ແມ່ນໍ້າຂອງ. ດັ່ງທ່ານ Maureen Harris ຜູ້ຈັດການແມ່ນໍ້າສາກົນ ຫລື International River ປະຈຳພູມີພາກ ເອເຊັຍ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

"ອົງການຂອງພວກເຮົາເຊື່ອວ່າ ການສ້າງເຂື່ອນ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນທ້ອງຖິ່ນ ແລະວ່າ ໂຄງການເຂື່ອນ ຕ້ອງມີ ທຸກພາກສ່ວນ ເຂົ້າມາຮ່ວມໃນການຕັດສິນໃຈ."

ໃນຂນະທີ່ Dr Cheah Swee Neo ເຈົ້າໜ້າທີ່ອົງການສິດທິມະນຸດ ປະເທດມາເລເຊັຍ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ກ່ຽວກັບເຣື່ອງນີ້ວ່າ:

"ຕາມຄວາມຄິດຂອງຂ້າພະເຈົ້າ ມັນບໍ່ຖືກຕ້ອງທີ່ຈະຍົກຍ້າຍ ປະຊາຊົນຈາກບ່ອນຢູ່ອາໃສ ຂອງພວກຂະເຈົ້າ ທີ່ຢູ່ມາແຕ່ດຶກດຳບັນ ໂດຍ ປາສຈາກຄ່າຊົດເຊີຍ."

ທ່ານ David Wood ນັກວິຊາການເຣື້ອງ ເຂື່ອນໃນແມ່ນໍ້າຂອງ ປະຈຳມະຫາວິທຍາໄລ ແມ່ຟ້າຫລວງ ແຂວງຊຽງຮາຍ ປະເທດໄທ ເວົ້າວ່າ:

"ກຸ່ມສ້າງເຂື່ອນ ຄາດການຜິດກ່ຽວກັບຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວິດຂອງປະຊາຊົນທ້ອງຖິ່ນ ໃນການສ້າງເຂື່ອນ ພວກເຂົາ ປະເມີນວ່າບໍ່ມີຜົລກະທົບ ຕໍ່ເສຖກິສ ແລະສັງຄົມ ແຕ່ຢ່າງໃດ ໃນໂຄງການສ້າງເຂື່ອນ."

ນອກຈາກ 3 ອົງກອນນີ້ກໍຍັງມີ NGO ອີກຫລາຍປະເທດ ບໍ່ເຫັນດີນໍາ ແລະພວກເຂົາເຈົ້າກໍໄດ້ສເນີ ໄປຍັງຣັຖບານໃຫ້ພິຈາຣະນາ ແລະ ທົບທວນຄືນໃໝ່ ກ່ຽວກັບການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ທຸກພາກສ່ວນ ກໍບໍ່ເຫັນດີກ່ຽວກັບ ເຣື່ອງນີ້.

ຢູ່ໃນກອງປະຊຸມເຣື່ອງສິດທິມະນຸດ ແລະ ທຸຣະກິດ ທີ່ສົ່ງຜົລກະທົບຕໍ່ຊຸມຊົນເຊິ່ງຈັດຂຶ້ນໃນວັນທີ 6-9 ເດືອນກັນຍາ ຢູ່ເມືອງຊຽງຂອງ ແຂວງ ຊຽງຮາຍ ປະເທດໄທ ທີ່ມີສະມາຊິກ ສິດທິມະນຸດ ແລະ ອົງການ ອະນຸຮັກ ແມ່ນໍ້າຂອງ ຈາກຫລາຍປະເທດ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.