ຣາຄາເຂົ້າສານ ໃນປີນີ້ ອາດແພງກວ່າທຸກປີ

ສິດນີ
2018.08.19
F-Sechamphone ລະດັບນໍ້າເຊຈໍາພອນ ຂຶ້ນສູງໃນຂີດ ອັນຕະລາຍ ທີ່ຈະເຂົ້າຖ້ວມ ບ້ານເຮືອນ
Screen captured : ບອກຂ່າວ ວັນນີ້ https://www.facebook.com/bokkhaovanni/photos/pcb.1886401551424149/1886401448090826/?type=3&theater

ປະຊາຊົນລາວ ໃນຫຼາຍແຂວງ ມີຄວາມກັງວົນ ຢ້ານວ່າ ຣາຄາເຂົ້າສານ ໃນປີນີ້ ອາດສູງກ່ວາຫຼາຍປີ ທີ່ຜ່ານມາ ເນື່ອງຈາກ ເນື້ອທີ່ປູກຝັງ ປະສົບກັບ ພັຍທັມມະຊາດ ເປັນຕົ້ນນໍ້າຖ້ວມ, ດິນເຈື່ອນ ເຮັດໃຫ້ໄຮ່ນາ ຂອງປະຊາຊົນ ໃນຫຼາຍແຂວງ ທົ່ວເທດນັ້ນ ເສັຽຫາຍ ຢ່າງຫຼວງຫຼາຍ ບາງແຂວງ ເນື້ອທີ່ນາປີ ຖືກນ້ຳຖ້ວມ ເສັຽຫາຍເກືອບຫມົດ.

ປະຊາຊົນ ທີ່ສວັນນະເຂດ ທ່ານນຶ່ງ ເວົ້າວ່າ ນໍ້າຖ້ວມ ໃນປີນີ້ ອາດສົ່ງຜົລກະທົບ ເຮັດໃຫ້ຣາຄາເຂົ້າສານສູງຂຶ້ນ ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ສິງຫານີ້ວ່າ:

“ສະເພາະ ແຂວງສວັນນະເຂດນີ້ ປີນີ້ ແມ່ນຖ້ວມຫລາຍ ຄື ເມືອງຈຳພອນ, ເມືອງຊົນ, ໄຊບູລີ ນໍ້າຖ້ວມນາ ເສັຽຫາຍຫລາຍເຕີບ ບາງບ່ອນ ກະເຂົ້າຕາຍໝົດ ຍ້ອນນໍ້າຖ້ວມ ດົນໂພດ ລາຄາເຂົ້າ ປີສິມາ ຢ້ານແພງ ກວ່າເກົ່າຢູ່.”

ນອກຈາກ ແຂວງສວັນນະເຂດແລ້ວ ຍັງມີ ປະຊາຊົນ ຢູ່ແຂວງອຸດົມໄຊ ທີ່ມີຄວາມກັງວົນ ເຣື່ອງຣາຄາເຂົ້າສານແພງ ເໝືອນກັນ ຍ້ອນແຂວງ ອຸດົມໄຊ ເປັນແຂວງນຶ່ງ ທີ່ຖືກນໍ້າຖ້ວມຫຼາຍເມືອງ ເຮັດໃຫ້ ໄຮ່ນາຂອງປະຊາຊົນ ເສັຽຫາຍ ຫຼາຍສົມຄວນ, ດັ່ງປະຊາຊົນ ເມືອງຮຸນ, ແຂວງ ອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ອຸດົມໄຊ ນີ້ກະຫລາຍ ປີຜ່ານມານີ້ ເຂົ້ານີ ແມ່ນສົ່ງຂາຍໃຫ້ຈີນ ແຕ່ວ່າ ປີຊິ ມານີ້ ຢ້ານ ໄດ້ຊື້ ເຂົ້າ ນຳຈີນມາກີນຢູ່. ”

ປີນີ້ ເກືອບທຸກແຂວງ ໃນລາວ ໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ, ຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ ເຮັດໃຫ້ເກີດນໍ້າຖ້ວມ ເນື້ອທີ່ນາ ຫຼາຍພັນ ເຮັກຕາ ໄດ້ຮັບຄວາມເສັຽຫາຍ ແຮງກວ່າຫມູ່ ແມ່ນຢູ່ ແຂວງຄຳມ່ວນ ແລະ ສວັນນະເຂດ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຈາກຜແນກກະສິກຳ ແລະ ປ່າໄມ້ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

“ຖ້າທຽບໃສ່ ປີຜ່ານມາ ປີນີ້ ກະເຫັນວ່າ ແຕ່ລະເຂດ ມີນໍ້າຖ້ວມໜັກ ແລະ ກະຖ້ວມ ດົນອີກ ເຮັດໃຫ້ຕົ້ນເຂົ້າຕາຍ ຄື ແຂວງສວ​ັນນະເຂດ ກະມີ ເມືອງຈຳພອນຊົນບູລີ ແລະ ກະ ເມືອງ ອື່ນໆທີ່ ນໍ້າຖ້ວມຫລາຍ ລາຄາເຂົ້ານີ້ ກະຢ້ານ ເພີ່ມຂື້ນຢູ່ ແຕ່ກະ ຄືຊິບໍ່ເພີ່ມຫລາຍ.”

ຣາຄາເຂົ້າ ວ່າງປີຜ່ານມາ ໂດຍສເລັ່ຽ ຕົກຢູ່ປະມານ 7 ພັນກີບ ຕໍ່ກິໂລ, ຊຶ່ງຖືວ່າແພງ ພໍສົມຄວນ ແຕ່ໃນປີນີ້ ອາດສູງເຖິງ 8 ພັນກີບ ຕໍ່ກິໂລ ຍ້ອນຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ແລະ ຈະຕ້ອງໄດ້ນຳເຂົ້າ ເຂົ້າສານ ຈາກຕ່າງປະເທດ ເປັນຕົ້ນ ປະເທດໄທ ແລະຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.