ມ.ເງິນ ພະຍຸເຂົ້າພັງເຮືອນ 53 ຫຼັງ
2019.04.29

ພະຍຸພັດເຂົ້າເມືອງເງິນ ແຂວງໄຊຍະບູລີ ເມື່ອວັນທີ 23 ເມສາ ຜ່ານມາ ສ້າງຜົລເສັຽຫາຍໃຫ້ສອງບ້ານຄື ບ້ານດອນສະຫວ່າງເສັຽຫາຍ 36 ຫຼັງຄາເຮືອນ ແລະ ບ້ານນໍ້າທົນ ເສັຽຫາຍ 17 ຫຼັງຄາເຮືອນ, ປັດຈຸບັນ ປະຊາຊົນຜູ້ໄດ້ຮັບ ຜົນກະທົບ ຕ້ອງການ ຄວາມຊ່ອຍເຫຼືອ ເຣື່ອງ ວັສດຸກໍ່ສ້າງ ເພື່ອສ້ອມແປງເຮືອນ ທີ່ເປ່ເພ, ດັ່ງຊາວບ້ານ ດອນສະຫວ່າງ ເວົ້າຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 29 ເມສາ ວ່າ:
“ຕາມຈິດໃຈແລ້ວ ຢາກໃຫ້ຊ່ອຍເຫຼືອ ເບິ່ງເຣື່ອງກະເບື້ອງ, ສັງກະສີ ເພາະວ່າ ເຮືອນຊານ ຂອງປະຊາຊົນ ມັນເສັຽຫາຍຫຼາຍ ອຸປກອນ ການກໍ່ສ້າງຍັງຂາດຫຼາຍ ກໍຢາກໃຫ້ມາຊ່ອຍເບິ່ງ ກ່ຽວກັບຫ້ອງການບ້ານ ມັນເສັຽຫາຍ ເຮົາກໍເອົາສັງກະສີມາເຮັດຂຶ້ນແບບຊົ່ວຄາວຊື່ໆ ຊີ້ນ່າ.”
ໃນຂນະທີ່ຊາວບ້ານ ບ້ານນ້ຳທົນ ຜູ້ເຫັນເຫດການ ເວົ້າໃນມື້ດຽວກັນວ່າ ເຫດການພະຍຸພັດຖະລົ່ມເຮືອນປະຊາຊົນ ມີທັງລົມທັງຝົນ ແລະ ໝາກເຫັບຕົກ ເຮັດໃຫ້ເຮືອນຊານຂອງປະຊາຊົນ ຖືກພະຍຸພັດຫັກພັງ ຢ່າງວ່ອງໄວ. ພາຍຫຼັງພະຍຸສະຫງົບລົງ ເຈົ້າໜ້າທີ່ ໄດ້ເຂົ້າມາ ຊ່ອຍເຫຼືອ ສ້ອມແປງເຮືອນ:
"ການຊ່ອຍເຫຼືອນັ້ນ ຫາກມີແບບລັກສນະ ແກ້ໄຂສຸກເສີນ ຊ່ວຍປະຊາຊົນແນ່ ເພິ່ນກາມາຊ່ອຍແນ່ ຊ່ອຍກັນປຸກເຮືອນແບບຊົ່ວຄາວນັ້ນ ໃຫ້ຢູ່ສິນ່າ ພະຍຸນີ້ບໍ່ຮອດ 40 ນາທີ ນ່າມັນມານະ ຝົນກໍມີໝາກເຫັບຕົກ.”
ຕໍ່ເຫດການນີ້ ເຈົ້າໜ້າຫ້ອງການແຮງງານ ແລະ ສວັດດີການ ເມືອງເງິນ ໄດ້ເວົ້າຕໍ່ ນັກຂ່າວເອເຊັຽເສຣີວ່າ ໄດ້ຊ່ອຍເຫຼືອເບື້ອງຕົ້ນ ດ້ານ ອຸປກອນກໍ່ສ້າງແລ້ວ ໂດຍມີເຈົ້າໜ້າກ່ຽວຂ້ອງ, ປະຊາຊົນຊ່ອຍກັນປຸກເຮືອນໃຫ້ພໍຢູ່ໄດ້ຊົ່ວຄາວ ແຕ່ຍັງບໍ່ໄດ້ເງິນຊ່ອຍເຫຼືອຈາກແຂວງ:
“ເຮົາຊ່ອຍເປັນສັງກະສີ, ກະເບື້ອງຕ່າງໆ ເປັນອຸປກອນຕ່າງໆແຫຼະ ຖ້າເຮົາຈະລໍຖ້າເງິນ ກໍຈຳເປັນເນາະ ຂະເຈົ້າ ບໍ່ມີບ່ອນຢູ່ ຖືວ່າເອົາໄດ້ ມາຕິດເອົາ ຢູ່ຮ້ານໄປກ່ອນສິນ່າ ເມືອງສັ່ງໃຫ້ມາເອົາກ່ອນ ເງິນກະລໍຖ້າຄຳຕອບ ຈາກທາງເທິງເພິ່ນນັ້ນແຫຼະ.”
ພະຍຸພັດ ເຂົ້າເມືອງເງິນ ແຂວງໄຊຍະບູລີ ຕາມການສລຸບ ຂອງເຈົ້າໜ້າທີ່ ຮວມມູນຄ່າຜົລເສັຽຫາຍ ທັງໝົດ 276 ລ້ານ ປາຍກີບ ແລະ ການຊ່ອຍເຫຼືອໃນເບື້ອງຕົ້ນ ຂອງຄນະກັມມະການ ປ້ອງກັນ ແລະ ຄວບຄຸມພັຍພິບັດຂັ້ນແຂວງ ໄດ້ມອບເງິນຊ່ອຍເຫຼືອ ໃຫ້ອົງການປົກຄອງ ແຂວງ 20 ລ້ານກີບ ພ້ອມທັງ ນຳເຈົ້າໜ້າທີ່ ເຂົ້າມາຊ່ອຍ ສ້ອມແປງເຮືອນ ທີ່ເປ່ເພໃຫ້ກັບປະຊາຊົນ.