ສນາມບິນ ຂ.ຊຽງຂວາງ ຈະເລີ້ມແລ້ວ


2014.01.20
F-jars ທົ່ງໄຫຫີນ ແຂວງຊຽງຂວາງ ທັມມະຊາຕ ທີ່ສວຍງາມ ໜ້າທ່ອງທ່ຽວ
RFA

 

ເຈົ້າຫນ້າທີ່ທ່ານນື່ງ ກ່າວວ່າ ໂຄງການສ້າງສນາມບິນ ແຂວງຊຽງຂວາງ ໃນເຂດທົ່ງໃຫຫີນ ທີ່ໄດ້ວາງແຜນມາດົນແລ້ວນັ້ນຈະເລີ້ມ ລົງມືສ້າງໃນປີນີ້ ໂດຍຈະໃຊ້ທຶນ ກໍ່ສ້າງທັງຫມົດ 80 ລ້ານໂດລາ ຈະຢຶມເງີນ ຈາກ ທະນາຄານຈີນ ດັ່ງທ່ານກ່າວວ່າ:

"ກະບໍຮູ້ລະອຽດ ແຕ່ວ່າໃນປີ 2014 ນີ້ ຂະເຈົ້າສຳຫຣວດອອກແບບແລ້ວ ມີແຕ່ເດືອນສອງ ນີ້ຫນະຜ່ານມາແບບໃນເບື້ອງຕົ້ນ ຄາດ ຄະເນປະມານ 80 ລ້ານໂດລາ ຢຶມເງີນກູ້ຂອງຈີນ".

ທ່ານກ່າວຕື່ມວ່າ ໂຄງການນີ້ເມື່ອສ້າງແລ້ວ ກໍຈະມີບໍຣິສັດຈີນເຂົ້າມາສຳປະທານ ເພາະ ເປັນເງີນກູ້ຈາກຈີນ ສຳລັບວັນເວລາ ທີ່ຈະ ລົງມືກໍ່ສ້າງນັ້ນ ຍັງບໍ່ຮູ້ວ່າຈະເປັນຕົ້ນປີ ຫລືກາງປີ ອາດຈະໃຊ້ເວລາໃນການກໍສ້າງ 3 ປີ ເປັນຢ່າງນ້ອຍ.

ໃນເດືອນຕຸລາຜ່ານມາ ໄດ້ຍີນວ່າ ຜູ້ລັບເຫມົາກໍສ້າງໂຄງການດັ່ງກ່າວ ຈະເປັນ ບໍຣິສັດພົງຊັບທະວີ ກໍ່ສ້າງຂົວທາງ ຂອງລາວ ໃນ ເນື້ອທີ່ປະມານ 300 ເຮັກຕາ ສ່ວນໃຫຍ່ເປັນດີນຂອງຣັຖ ແລະມີບາງສ່ວນກວມເອົາດິນ ຊາວບ້ານຫນ້ອຍນື່ງ ແຕ່ກໍບໍ່ມີບັນຫາຫລາຍ ໃນການໂຍກຍ້າຍຍ້ອນວ່າ ບ້ານ ເຮືອນຂອງປະຊາຊົນນັ້ນ ເປັນເຮືອນສ້າງແບບຊົ່ວຄາວ.

ເຈົ້າຫນ້າທີ່ອີກທ່ານນື່ງເວົ້າວ່າ ເມື່ອສນາມບິນນີ້ສ້າງສຳເຣັດ ກໍຈະສາມາດ ຮອງຮັບເຮືອບິນຂນາດໃຫຍ່ໄດ້ດັ່ງ:ໂບອີງ ແລະກໍຈະສາ ມາດຮອງຮັບ ນັກທ່ອງທ່ຽວຕ່າງຊາດ ຜູ້ທີ່ຈະເຂົ້າມາ ທ່ຽວຊົມ ມໍຣະດົກໂລກ ທົ່ງໃຫຫີນ ໃນອະນາຄົດ ທາງການຄາດວ່າ ຈະມີນັກ ທ່ອງທ່ຽວ ເຂົ້າມາທ່ຽວ ແຂວງຊຽງຂວາງ ເພີ້ມຂື້ນ 1 ແສນຄົນ ໃນແຕ່ລະປີ ຈາກ ໃນປັດຈຸບັນ 80 ພັນ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.