ລາວຈະພົ້ນຈາກອົ້ງມື ເພື່ອນບ້ານຫຼືບໍ່?

ການເຂົ້າເປັນ ສະມາຊິກ ອົງການໆຄ້າໂລກ ຂອງລາວ ຄົງຈະບໍ່ຊ່ວຍ ໃຫ້ລາວ ຫລຸດພົ້ນ ອອກຈາກ ອິດທິພົນ ຂອງປະເທດ ເພື່ອນບ້ານໄດ້, ຕາມຄໍາເຫັນ ຂອງ ນັກຊ່ຽວຊານ ຈາກ ຫລາຍ ປະເທດ.
ສົມເນ
2013.01.31
F-WTO-Laos ທ່ານ ນາມ ວີຍາເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະການຄ້າ (ຊ້າຍ) ໄດ້ຮັບເອົາ ແຜ່ນລົງນາມ ສປປລາວ ຈາກຜູ້ ອໍານວຍການ ສູງສຸດຂອງ WTO ທ່ານ Pascal Lamy ເພື່ອເປັນ ສັນຍາລັກ ໃນການຮັບຮອງ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ.
WTO

ນັກຊ່ຽວຊານ ຈາກ ຢູໂຣບເວົ້າວ່າ ສປປ ລາວ ຈະກາຍເປັນ ສະມາຊິກ ອົງການໆຄ້າໂລກ ແບບຖາວອນ ໃນວັນເສົາ ວັນທີ່ 2 ກຸມພາ ປີນີ້ ຊຶ່ງເປັນບາດກ້າວ ສໍາຄັນ ສໍາລັບ ປະເທດນ້ອຍໆ, ແຕ່ວ່າ ລາວ ອາດບໍ່ສາມາດ ຫລຸດພົ້ນ ຈາກອິດທິພົນ ທາງດ້ານເສຖກິດ ຂອງປະເທດ ເພື່ອນບ້ານໄດ້. ທ່ານ  Guy Apovy ປະທານ ສະພາ ການຄ້າຢູໂຣບ ກ່າວວ່າ, 15 ປີ ທີ່ລາວ ໄດ້ພຍາຍາມ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ແລະ ໃນທີ່ສຸດ ກໍໄດ້ ສໍາເຣັດ ຂັ້ນຕອນ ເຈຣະຈາຕ່າງໆ ໃນປີກາຍນີ້ ຫລັງຈາກໄດ້ ອອກກົດໝາຍ ການລົງທຶນ ຣະບຽບການ ແລະ ກົດໝາຍ ປົກປ້ອງ ສິດທິ ທາງປັນຍາ. ສິ່ງທີ່ບໍ່ເຄີຽ ມີມາກ່ອນ ສໍາລັບປະເທດ ທີ່ປົກຄອງ ດ້ວຍຣະບອບ ຄອມມູຍນິສ ຄິດວ່າຈະ ດືງດູດ ເອົານັກລົງທຶນ ຈາກຕ່າງປະເທດ ຫລາຍຂຶ້ນ. ຈາກການເບິ່ງ ໃນແງ່ດີນີ້ ປະເທດ ໃນໂລກຕະເວັນຕົກ ກໍຈະຫາຊ່ອງທາງ ຂະຫຍາຍການຄ້າ ຢູ່ໃນອົງການ ການຄ້າໂລກ, ແຕ່ ນັກສັງເກດການ ຫລາຍຄົນ ຄາດກັນວ່າ ການເດີນທາງ ຂອງລາວ ເຂົ້າເວທີ ເສຖກິດໂລກ ຈະເປັນໄປ

ແບບຊ້າໆ. ກຸງປັກກິ່ງ ກຸງຮາໂນ່ຍ ແລະ ບາງກອກ ຊຶ່ງຕ່າງ ກໍຍາດແຍ່ງເອົາ ສ່ວນແບ່ງ ໃນລາວ ຈະຈ້ອງຕາ ເບິ່ງລາວ ຢ່າງໃກ້ສິດ. ນັກຊ່ຽວຊານ ທີ່ບໍ່ປະສົງອອກຊື່ ກ່າວວ່າ ການເຂົ້າເປັນ ສະມາຊິກ ອົງການໆຄ້າໂລກ ເທົ່ານັ້ນຄົງຈະບໍ່ ຫລຸດຜ່ອນ ອິດທິພົນໃຫ່ຽ ຂອງ ປະເທດເພື່ອນບ້ານ ຂອງລາວ ພໍເທົ່າໃດ, ສ່ວນລາວເອງ ກໍບໍ່ຢາກ ຕິດຢູ່ໃນຫ້ອງ ປະຕູປິດ ຂອງ ໄທ ວຽດນາມ ແລະຈີນ. ຣະຫ່ວາງປີ 2000  ແລະ 2011 ສາມປະເທດນີ້ ເປັນປະເທດ ທີ່ລົງທຶນ ຣາຍໃຫຽ່ ທີ່ສຸດໃນລາວ. ແຕ່ໃນຂະນະດຽວກັນ ເຈົ້າໜ້າທີ່ ຣະດັບສູງ ຂອງລາວ ແລະ ພັນທະມິດ ທຸຣະກິດ ຂອງພວກເພິ່ນ ໄດ້ຮັບຜົນປໂຍດ ຈາກການຫລັ່ງໄຫລ ຂອງການລົງທຶນ, ແຕ່ປະເທດຊາຕ ຍັງທຸກຍາກຢູ່. ນັກເຄື່ອນໄຫວ ໄດ້ຕູ່ຫາ ເພື່ອນບ້ານ ຂອງລາວ ວ່າປຸ້ນສະດົມ ຊັພຍາກອນ ຂອງຊາຕລາວ ຊຶ່ງເສຖກິດລາວ ອາສັຍກາງຕໍ່.

ທ່ານ Guo Yu ນັກວິເຄາະ ບັນຫາ ເອເຊັຽ ວ່າ 3 ປະເທດ ທີ່ກ່າວມານີ້ ມີອິດທິພົນ ຣະດັບ ແຕກຕ່າງກັນ ຕໍ່ລາວ ບໍ່ເຖິງຂັ້ນວ່າ ຈະສາມາດ ປຸ້ນສະດົມ ຊັພຍາກອນ ລາວໄດ້ດອກ, ແຕ່ຍ້ອນບັນຫາ ຄວາມບໍ່ໂປ່ງສັຍ ໃນວິທີການ ປະມູນ
ສັນຍາ ບໍຣິສັດ ຂອງປະເທດ ເຫລົ່ານັ້ນ ສາມາດ  ເອົາຊນະ ຣະບຽບການ ການປົກຄອງ ຂອງລາວໄດ້ ໂດຍຊື້ຈ້າງ ເຈົ້າໜ້າທີ່ ຄົນສໍາຄັນ ໃນກະຊວງ ທີ່ກ່ຽວຂ້ອງ. ໃນກໍຣະນີ ທີ່ວ່ານີ້ ຈີນ ແລະ ວຽດນາມ ຈະເປັນຜູ້ ຊັກໄຍ ຢູ່ທາງຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.