ທ.ທອງລຸນໄປສັ່ງການຢູ່ ອັດຕະປື
ອຸ່ນແກ້ວ ສຸກສະຫວັນ
2016.06.22
2016.06.22
ເມື່ອເຮົາຟັງເບິ່ງ ຄຳເວົ້າ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ທີ່ໄປເວົ້າ ກ່ຽວກັບ ບັນຫາໄມ້ ຢູ່ແຂວງ ອັດຕະປື ພາກໃຕ້ ຂອງ ລາວ ນັ້ນ ໄດ້ສະທ້ອນ ບັນຫາ ໄປເຖິງ ຫຼາຍກະຊວງ. ທ່ານ ທອງລຸນ ກ່າວວ່າ ຖ້າຍັງເປັນ ແບບນີ້ ຕໍ່ໄປ ປ່າໄມ້ ຢູ່ໃນປະເທດລາວ ຈະບໍ່ສາມາດ ເພີ້ມເນື້ອທີ່ ປົກຫຸ້ມໄດ້ 70 ເປີເຊັນ ໃນປີ 2020, ແຕ່ ຈະເຫລືອພຽງ 20 ເປີເຊັນ ເທົ່ານັ້ນ.