ແມ່ຍີງລາວຕ້ອງການ ໂອກາດພັທນາ


2013.07.30
F-Lao-women ແມ່ຍິງລາວ ທີ່ຕ້ອງການ ໂອກາດພັທນາ ຕົນເອງ ເພື່ອຄວາມກ້າວໜ້າ ໃນຊີວິດ ການເປັນຢູ່
unjobs.org

 

ແມ່ຍີງ ແຂວງ ຜົ້ງສາລີ ສ່ວນໃຫຍ່ ຍັງບໍ່ໄດ້ ຮັບການ ສົ່ງເສີມ ຝຶກອົບຮົມ ວິຊາຊີພ.

ເຈົ້າຫນ້າທີ່ ຫ້ອງການ ສົ່ງເສີມ ຄວາມກ້າວຫນ້າ ຂອງແມ່ຍິງ ທີ່ ແຂວງຜົ້ງສາລີ ນາງນື່ງ ເວົ້າວ່າ ປັດຈຸບັນ ແມ່ຍິງ ໃນແຂວງ ຜົ້ງສາລີ 55 ສ່ວນຮ້ອຍ ຍັງບໍ່ໄດ້ຮັບ ການ ສົ່ງເສີມ ເຣື້ອງອາຊີບ ເພື່ອພັທນາ ຊິວິດ ການເປັນ ຢູ່ໃຫ້ດີຂື້ນ ເນື່ອງຈາກວ່າ ໂຄງການພັທນາ ຊິວິດ ການເປັນຢູ່ ຂອງແມ່ຍິງ ທີ່ ທາງການແຂວງ ກຳລັງ ປະຕິບັດ ຢູ່ໃນເວລານີ້ ຍັງບໍ່ທັນ ໄປຮອດ ຫມົດທຸກເມືອງ ເທື່ອ. ນາງເວົ້າວ່າ:

"ບັນຫາຫລັກໆ ຂອງ ແມ່ຍິງນີ້ ກໍດຽວນີ້ ກໍເວົ້າເຣື້ອງ ການພັທນາ ແມ່ຍິງ ຕາມແຜນການ ເພີ່ນກໍເລີ້ມ ແຕ່ປີ 2010 ແຕ່ວ່າ ກໍມາຮອດ ປັດຈຸບັນນີ້ ເພີ່ນກໍຈັດ ຕັ້ງປະຕິບັດ ໄປດຽວນີ້ ມັນກໍບໍ່ໄດ້ ເຕັມຮ້ອຍເທື່ອ  ກໍໄດ້ປະມານ ແຕ່ 45 ເປີເຊນ ນີ້ແຫລະ".

ນາງເວົ້າ ຕໍ່ໄປວ່າ ແມ່ຍີງທີ່ວ່ານັ້ນ ປັດຈຸບັນ ຍັງຄົງເຮັດວຽກ ຢູ່ນໍາເຮືອນ ເຊັ່ນ ປູກຝັງ ລ້ຽງສັດ ຊື່ງກໍມີລາຍໄດ້ ນ້ອຍກວ່າ ວຽກອຶ່ນໆ ທັ້ງໆທີ່ ຕ້ອງຫາເງິນມາ ລ້ຽງຄອບຄົວ. ເຖິງຢ່າງໃດ ກໍຕາມ ທາງການແຂວງ ກໍຈະເອົາ ໃຈໃສ່ ໃນ ການສົ່ງເສີມ ຝຶກອົບຮົມ ວິຊາຊີພ ໃຫ້ແມ່ຍີງ ຕໍ່ໄປ ແຕ່ບໍ່ສາມາດ ເວົ້າໄດ້ວ່າ ຈະໄດ້ເລີ້ມ ການຝຶກອົບຮົມ ເຕັມຮ້ອຍ ເປີເຊັນ. ຕາມສະຖິຕິ ຄາດວ່າ ທີ່ແຂວງ ຜົ້ງສາລີ ມີແມ່ຍີງ ທັງຫມົດ ປະມານ 86 ພັນຄົນ ສ່ວນໃຫຍ່ ຈະເຮັດວຽກ ກະສີກັມ ໃນສວນ ປູກ ຢາງພາລາ ປູຸກຊາ ແລະພືດ ຕາມຣະດູການ ຕ່າງໆ ແລະ ສ່ວນຫລາຍແລ້ວ ຈະອາສັຍ ຢູ່ເທີງພູດອຍ.

ນາງເວົ້າ ມ້ວນທ້າຍວ່າ ປັດຈຸບັນ ມີອົງການ ຕ່າງຊາດ ເຂົ້າມາຊ່ອຍເຫລືອ ສົ່ງເສີມ ແມ່ຍີງ ໃນແຂວງ ຜູ້ມີອາຍຸ ຣະຫວ່າງ 15 ຫາ 40 ປີ ໃຫ້ໄດ້ຮັບ ການສຶກສາ ນອກຣະບົບ ຮ່ວມດ້ວຍ ການໃຫ້ຄວາມຮູ້ ໃນການ ປະກອບອາຊີບ ຕື່ມ ແຕ່ຍັງບໍ່ ທົ່ວເຖິງ ແລະ ແມ່ຍີງ ຫລາຍຄົນ ກໍຍັງລໍຖ້າຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.