ຕໍາຣວດໄດ້ເງິນຜູ້ຂັບຂີ່ ຖືກຈັບ

ອຸ່ນແກ້ວ ສຸກສະຫວັນ
2015.05.28
F-police ຕໍາຣວດ ຈະຣາຈອນ ເຂດບ້ານ ໂພນສະອາດ ກໍາລັງ ຮັບເງິນ ຈາກ ຜູ້ຂັບຂີ່ຣົດ ຊຶ່ງ ນາງພຸດ ເປັນຄົນຖ່າຍ ໃນຂນະທີ່ ຢູ່ໃນຣົດ
RFA/NY

ຊາວບ້ານ ຢູ່ເຂດ ບ້ານ ໂພນສະອາດ ເມືອງພຽງ ແຂວງ ໄຊຍະບູຣີ, ຜູ້ນຶ່ງ ທີ່ ບໍ່ ປະສົງ ອອກຊື່ ອອກສຽງ ໄດ້ ແຈ້ງຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ, ເຈົ້າໜ້າທີ່ ຕໍາຣວດ ເມືອງພຽງ ໄດ້ຈັບ ຜູ້ຍິງ ຄົນນຶ່ງ ທີ່ ຖ່າຍຮູບ ເອົາ ຕໍາຣວດ ຈະຣາຈອນ, ທີ່ ສັ່ງຢຸດ ຣົດ ເພື່ອ ຂູດຮິດ ເອົາເງິນ ຈາກ ຜູ້ຂັບຂີ່ ຕາມຖນົນ.

ນາງ ພຸດ ເປັນ ພົລເມືອງ ຢູ່ ບ້ານ ນາບົມ ເມືອງພຽງ ແຂວງ ໄຊຍະບູຣີ, ໄດ້ ຖືກ ເຈົ້າໜ້າທີ່ ຕໍາຣວດ ຈັບຕົວ ໄປ ໃນ ວັນທີ 21 ພຶສພາ 2015, ແລ້ວ ຖືກ ສົ່ງໄປ ຂັງຄຸກ ຢູ່ ແຂວງ ໄຊຍະບູຣີ ແລະ ຈົນ ປານນີ້ ຍັງ ບໍ່ຮູ້ວ່າ ຜູ້ກ່ຽວ ຈະ ເປັນ ແນວໃດ, ໃນ ຂໍ້ຫາ ວ່າ ນາງ ໄດ້ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ຕໍາຣວດ ຢູ່ເຂດ ບ້ານ ໂພນສະອາດ ໃນວັນທີ 11 ພຶສພາ ທີ່ ຜ່ານມາ, ຕໍ່ມາ ມີຄົນ ເອົາຮູບ ດັ່ງກ່າວ ອອກມາ ເຜີຍແພ່ ທາງ ເຟສບຸກ ຊຶ່ງ ຜູ້ນໍາ ຮູປ ມາເຜີຍແພ່ ນັ້ນ ບໍ່ແມ່ນ ນາງ ພຸດ, ແຕ່ ເປັນ ຜູ້ນຶ່ງ ທີ່ ໄດ້ຮູບ ຈາກ ນາງ ພຸດ. ອີງຕາມ ການ ບອກເລົ່າ ຂອງ ຊາວບ້ານ ຜູ້ທີ່ ແຈ້ງຂ່າວ ຕໍ່ ເອເຊັຽ ເສຣີ.

ພາຍຫລັງ ການ ເຜີຍແພ່ ຮູບ ຂອງ ເຈົ້າໜ້າທີ່ ຕໍາຣວດ ກຸ່ມ ດັ່ງກ່າວ, ໃນ ສື່ສັງຄົມ ອອນລາຍ ກໍມີ ການ ວິພາກ ວິຈານ ວ່າ ເຈົ້າໜ້າທີ່ ສວຍໃຊ້ ອໍານາດ ບັງຄັບ ຂູດຮີດ ເອົາເງິນ ນໍາ ຜູ້ ຂັບຂີ່ ແລະ ຮັບເງິນ ສິນບົນ, ຊຶ່ງ ເຮັດໃຫ້ ເຈົ້າໜ້າທີ່ ບໍ່ພໍໃຈ ແລ້ວ ສັ່ງຈັບ ນາງພຸດ ໃນ ເວລາ ຕໍ່ມາ.

ນັກຂ່າວ ເອເຊັຽ ເສຣີ ໄດ້ ຂໍ ສໍາພາດ ທ່ານ ຄໍາສະຫວັນ ຂັນຄໍາ, ເຈົ້າໜ້າທີ່ ຕໍາຣວດ ຢູ່ ກອງ ບັນຊາການ ປກສ ເມືອງພຽງ, ແລະ ທ່ານ ໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ມັນກະ ໂຕນີ້ ເຮົາກະ ບໍ່ຮູ້ນໍາ ທາງ ເທິງ ເພິ່ນເນາະ ເຮົາກະເປັນ ຜູ້ນ້ອຍ ກະ ບໍ່ຮູ້ວ່າ ເພິ່ນເຮັດ ຈັ່ງໃດ ຫັ້ນນ່າ ກະ ຊິແມ່ນ ປກສ ເມືອງພຽງ ເພາະວ່າ ຜູ້ກ່ຽວ ນີ້ ຖ່າຍຮູບ ເຈົ້າໜ້າທີ່ ເນາະ, ປຶບ ລະກະ ພວກນັ້ນ ຫັ້ນແຫລະ ເອົາລົງມາ ເປັນຄຼິບ ໃສ່ຮ້າຍ ປ້າຍສີ ເຈົ້າໜ້າທີ່ ຂອງ ເມືອງພຽງ ພວກເຮົາ ທຸກ ຂັ້ນຕອນ".

ນອກຈາກ ນີ້ ຊາວບ້ານ ທ່ານ ນັ້ນ ຍັງເວົ້າ ຕໍ່ ເອເຊັຽ ເສຣີ ອີກວ່າ, ສ່ວນຫລາຍ ແລ້ວ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ຢູ່ເຂດ ບ້ານ ໂພນສະອາດ ຈະ ພາກັນ ຕັ້ງຈຸດ ກວດຣົດ ຕາມ ຫົນທາງ ເພື່ອ ເອົາເງິນ ຈາກ ຜູ້ຂັບຂີ່ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.