ຄົນລາວລັກຂ້າມໄປໄທຍ ຊອກວຽກ ຖືກຈັບ

ສຸພັດຕາ
2020.09.15
F-workers ໃນຮູບນີ້ແມ່ນເຫດການ ທີ່ເກີດຂຶ້ນເມື່ອວັນທີ 04 ກັນຍາ 20 ເຈົ້າໜ້າໄທຍໄດ້ຈັບຊາວລາວ 30 ຄົນ ທີ່ລັກລອບເຂົ້າປະເທດໄທຍ ໃນຣົດໂດຍສານ ກໍາລັງມຸ້ງໜ້າເຂົ້າສູ່ບາງກອກ.
ນັກຂ່າວພົລເມືອງ

ປັດຈຸບັນ ຍັງມີຄົນລາວ ລັກລອບໄປໄທຍ ແບບຜິດກົດໝາຍ ຢ່າງຕໍ່ເນື່ອງ ເພື່ອໄປຊອກຫາວຽກເຮັດງານທໍາ ເຊິ່ງໃນວັນທີ 10 ກັນຍາ ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດ ດ່ານຊ່ອງເມັກ -ວັງເຕົ່າ ເມືອງສິຣິນທອນ ແຂວງອຸບົນຣາຊທານີ ຈັບຄົນລາວໄດ້ 7 ຄົນ ເປັນຊາວບ້ານ ຢູ່ເມືອງໂພນທອງ ແລະ ນະຄອນປາກເຊ ແຂວງຈໍາປາສັກ ທີ່ລັກລອບເຂົ້າໄປໄທຍ ນໍາຣົດ ຂົນສົ່ງສິນຄ້າ ຂ້າມຊາຍແດນໄທຍ-ລາວ ເຊິ່ງຄົນຂັບຣົດທີ່ເປັນຄົນໄທຍ 2 ຄົນ ໄດ້ໄປສົ່ງສິນຄ້າຢູ່ຝັ່ງລາວ ເປັນປະຈໍາ ແລ້ວໄປຊັກຊວນຄົນລາວ ຈໍານວນດັ່ງກ່າວ ເຂົ້າໄປໄທຍ ໃນລັກສນະຕົວະຍົວະ ພາເຂົ້າໄປໃນໄທຍໄດ້ ແຕ່ຕ້ອງຈ່າຍເງິນຄ່າ ນາຍໜ້າ ຄົນລະປະມານ 4 ພັນບາດ, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ຕໍາຣວດ ດ່ານຊ່ອງເມັກ-ວັງເຕົ່າ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກັນຍາ ນີ້:

“ຄົນຂັບຣົດໄດ້ເອົາສິນຄ້າໄປສົ່ງທາງຝັ່ງລາວ ແລ້ວກັບເຂົ້າມາ ມີພຶດຕິກັມທີ່ບໍ່ດີ ຄືການໄປຕິດຕໍ່ ຄົນລາວມານີ້ ຈະເຂົ້າມາປະເທດໄທຍ ເບາະ ລີ້ເຂົ້າມາໄດ້ ໂດຍການມາກັບຣົດ ຂອງລາວນີ້ແຫຼະ ເຂົາຈະເຊື່ອງມາໃນຣົດຕູ້ຄອນເທັນເນີ້ຈໍານວນ 2 ຄັນ 7 ຄົນ. ຄົນຕ່າງດ້າວ ນີ້ກໍເສັຍເງິນ 3 ພັນ 4 ພັນ ນີ້ແຫຼະ ໃຫ້ກັບຄົນຂັບຫັ້ນນະ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ຢາກເຕືອນ ປະຊາຊົນລາວ ວ່າຢ່າໄປຫຼົງເຊື່ອ ຄົນທີ່ຈະພາເຂົ້າໄປໄທຍໄດ້ ເພາະຈະເສັຽເວລາ ແລະກໍເສັຍ ເງິນໄປຊື່ໆ ຍ້ອນວ່າປັດຈຸບັນ ດ່ານສາກົລ ຕ່າງໆ ກໍຍັງບໍ່ທັນເປີດເທື່ອ ແລະກໍຍັງມີເຈົ້າໜ້າທີ່ຕໍາຣວດດ່ານ ແລະ ເຈົ້າໜ້າທີ່ຕາມດ່ານ ຊາຍແດນ ເຂັ້ມງວດ ໃນມາຕການປ້ອງກັນ ໄວຣັສ ໂຄວິດ-19 ເພາະຜ່ານມາ ເຈົ້າໜ້າທີ່ ຕໍາຣວດ ກໍຈັບໄດ້ ຈໍານວນຫຼາຍຄົນແລ້ວ:

“ບໍ່ວ່າໃຜຈະຫຼອກລວງ ຫຼື ພາເຂົ້າເມືອງໄດ້ ຢ່າໄປເຊື່ອເລີຍ ເຂົ້າມາແລ້ວຖືກຈັບແນ່ນອນ ຕໍາຣວດກວດພົບ ມັນບໍ່ຄຸ້ມດອກ ລໍດ່ານເປີດ ດີກວ່າ ເຂົ້າມາຕາມກົດໝາຍ ທີ່ກ່ຽວຂ້ອງ ແລະ ຕາມແນວທາງທີ່ ຣັຖບານກໍານົດ ຂ້ອຍວ່າ ອັນນັ້ນດີທີ່ສຸດ.”

ໃນວັນທີ 13 ກັນຍາ ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດ ເມືອງອຸບົນຣາຊທານີ ແຂວງອຸບົນຣາຊທານີ ກໍຈັບຄົນລາວໄດ້ອີກ 14 ຄົນ ທີ່ຂີ່ຣົດຕູ້ ປະຈໍາທາງ ມໍຣາມຄໍາແຫງ-ຣັງສິດ ໃນນັ້ນ ມີຜູ້ຊາຍ 7 ຄົນ ແລະແມ່ຍິງ 7 ຄົນ ລັກລອບອອກຈາກ ປະເທດລາວ ທາງເຮືອ ຈາກບ້ານ ໃໝ່ສິງສັມພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ ຈາກ ນັ້ນ ກໍເຂົ້າປະເທດໄທຍ ທາງ ບ້ານຫ້ວຍໝາກໃຕ້ ເມືອງໂຂງຈຽມ ແຂວງ ອຸບົນຣາຊທານີ ແລ້ວມີນາຍໜ້າຄົນລາວ ມາຮັບໄປສົ່ງຂຶ້ນຣົດຕູ້ຕໍ່ ເພື່ອເດີນທາງເຂົ້າໄປກຸງເທບ ໂດຍເສັຍຄ່າຈ້າງ ຄົນລະ 4,800 ບາດ ໃຫ້ນາຍໜ້າ ສ່ວນຣົດຕູ້ຄົນໄທຍ ໄດ້ຮັບຄ່າຈ້າງ ທ້ຽວລະ 15,000-20,000 ບາດ:

“ເຂົາຈະເຂົ້າມາເຮັດງານ ແຂວງຈໍາປາສັກ ປະເທດລາວ ມີຄົນມາຮັບ ເສັຍຄົນລະ 4,800 ບາດ ຖາມເຂົາ ເຂົາກໍບໍ່ຮູ້ວ່າແມ່ນໃຜ ເພາະວ່າ ເຂົາຕິດຕໍ່ ຄົນຈາກປະເທດລາວ ຣົດຕູ້ນີ້ ເຂົາມາຮັບແຖວໆ ເສັ້ນລອບເມືອງ ຣົດຕູ້ເປັນຣົດປະຈໍາທາງ ທີ່ເຂົ້າມາແລ່ນ ມໍຣາມຄໍາແຫງ-ຣັງສິດ ເຂົາບໍ່ໄດ້ແລ່ນ ຊ່ວງນີ້ ເພາະມີໂຄວິດ.”

ຄົນລາວ ຈໍານວນດັ່ງກ່າວ ທີ່ລັກເຂົ້າໄປປະເທດໄທຍ ເຈົ້າໜ້າທີ່ ໄດ້ນໍາໂຕໄປກວດຮ່າງກາຍ ທັງໝົດ ມີອຸນນະພູມປົກກະຕິ ກ່ອນທີ່ຈະ ແຈ້ງຂໍ້ຫາ ເປັນບຸກຄົນຕ່າງດ້າວ ຫຼົບໜີເຂົ້າເມືອງ ໂດຍບໍ່ໄດ້ຮັບອະນຸຍາດ ແລ້ວກໍນໍາໄປກັກໂຕຄຸມຂັງ ລໍໃຫ້ຕໍາຣວດ ກວດຄົນເຂົ້າເມືອງ ຂອງໄທຍ ສົ່ງມອບໃຫ້ຕໍາຣວດລາວ.

ເຈົ້າໜ້າທີ່ຕໍາຣວດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ທາງແຂວງ ກໍມີການກວດກາ ຣົດຂົນສົ່ງສິນຄ້າ ຕ່າງໆຢ່າງເຂັ້ມງວດ ທັງເຂົ້າແລະອອກ ກໍບໍ່ພົບ ວ່າມີການພາຄົນລາວ ອອກນອກປະເທດ ຫາກພົບ ກໍຕ້ອງຖືກດໍາເນີນຄະດີ ຄາດວ່າ ຄົນລາວ ທີ່ລັກຂ້າມໄປ ປະເທດໄທຍນັ້ນ ນ້າຈະລໍຖ້າຢູ່ບ່ອນໃດບ່ອນນຶ່ງ ຫຼື ລັກລອບເຂົ້າໄປ ຕາມຊ່ອງທາງ ທັມມະຊາດ ແລ້ວຈຶ່ງລັກ ຂຶ້ນຣົດ ເພື່ອຂ້າມໄປໄທຍ ໂດຍທີ່ເຈົ້າໜ້າທີ່ບໍ່ເຫັນ:

“ເຈົ້າໜ້າທີ່ເຮົາກະຫຼາຍຢູ່ ແຕ່ວ່າກະບໍ່ໄດ້ຢູ່ ທົ່ວເຖິງຫັ້ນນ່າ ຄັນວ່າໄປທາງດ່ານ ຣົດຊິອອກເຮົາ ກໍກວດຄືກັນ ກວດກະບໍ່ພົບເຫັນ, ຄັນພົບ ເຫັນເຮົາກະບໍ່ໃຫ້ໄປຄືກັນ ເຮົາກະກັກໄວ້ຄືກັນ ແຮ່ງຈັບຄັນເຮົາຮູ້ ພວກນາຍໜ້າ ເຮົາແຮ່ງດໍາເນີນຄະດີ ຄືກັນ ພວກລັກລອບ ລາງເທື່ອມັນ ບໍ່ໄດ້ ອອກທາງດ່ານ ມັນລັກລອບທາງດ່ານ ທັມມະຊາດ ແລະ ກະອອກໄປ ໄປລັກຂີ່ຣົດ ຢູ່ ຝັ່ງໄທຍ.”

ທ່ານກ່າວຕື່ມວ່າ ຜ່ານມາ ທາງການໄທຍ ກໍມີການສົ່ງຄົນລາວ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ກັບຄືນປະເທດລາວ ຈໍານວນຫຼາຍ ເຊິ່ງເດືອນນີ້ ກໍມີປະມານ 40 ປາຍຄົນ ທາງລາວກໍນໍາໄປກັກໂຕ ຢູ່ສູນກັກກັນ ປ້ອງກັນໂຄວິດ-19 ເປັນເວລາ 14 ມື້ ແລ້ວຈຶ່ງສົ່ງໂຕກັບ ເມືອເຮືອນຂອງໃຜລາວ ໂດຍບໍ່ໄດ້ມີການດໍາເນີນຄະດີ ຫຼື ປັບໃໝແຕ່ຢ່າງໃດ:

“ພວກຜັກດັນມີຢູ່ ເຂົາແຈ້ງມາເຮົາກະໄປຮັບເອົາ 30-40 ຄົນ ເຂົາລັກລອບໄປທໍາງານຫັ້ນແຫຼ້ວ ແບບບໍ່ມີບັດແຮງງານ ທາງນັ້ນແຈ້ງມາເຮົາ ກະເອົາເຂົ້າສູນຄືກັນເຮົາບໍ່ໄດ້ໃໝ ມີແຕ່ວ່າພາຍໃນ 14 ວັນມີການກິນການຢາກ ໃຫ້ຜູ້ກ່ຽວໂທຫາພີ່ນ້ອງ ຊ່ວຍຕື່ມສ່ວນນຶ່ງເຮົາກະລ້ຽງ.”

ວັນທີ 8 ກັນຍາ ເຈົ້າໜ້າທີ່ຕໍາຣວດ ແຂວງອຸບົນຣາຊທານີ ກໍຈັບຄົນລາວໄດ້ 30 ຄົນ ໃນຣົດທົວ ຢູ່ເຂດບ້ານໂບກມ່ວງ ເມືອງໂຂງຈຽມ ຄົນລາວທັງໝົດ ຈະເຂົ້າໄປເຮັດວຽກຢູ່ກຸງເທບ ໃນນັ້ນມີແມ່ຍິງ 17 ຄົນມີຜູ້ຊາຍ 9 ຄົນແລະເດັກນ້ອຍ 4 ຄົນ ໂດຍມີ ນາຍໜ້າຄົນໄທຍ ແລະຄົນລາວ ຮຽກເກັບຄ່າພາເຂົ້າໄປໄທຍ ຄົນລະ 5,000 ບາດ.

ຄົນລາວທີ່ລັກລອບເຂົ້າໄປປະເທດໄທຍ ສ່ວນໃຫຍ່ວ່າງງານ ຕ້ອງການໄປຊອກຫາວຽກເຮັດງານທໍາ ຍ້ອນຢູ່ລາວ ຫາວຽກເຮັດຍາກ ແລະ ຖ້າຫາກມີວຽກ ກໍເປັນວຽກທີ່ໜັກ ແລະ ຄ່າແຮງງານກໍຕໍ່າ ຈຶ່ງພາກັນລັກລອບຢາກໄປເຮັດວຽກຢູ່ໄທຍ ທີ່ໄດ້ຄ່າແຮງງານສູງ ກວ່າຢູ່ລາວ 3 ເທົ່າ ຈຶ່ງເປັນຊ່ອງວ່າງ ໃຫ້ຄົນບໍ່ດີ ຫຼືນາຍໜ້າ ໄປຕົວະຍົວະ ຫຼອກລວງ ຄົນລາວ ໄດ້ງ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.