ຊາວບ້ານຖືກຈັບຍ້ອນຍຶດ ດິນຄືນ

ອຸ່ນແກ້ວ ສຸກສະຫວັນ
2017.07.30
F-Sekong ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ຮູບຖ່າຍ ວັນທີ 10 ຕຸລາ 2011
RFA

ເຈົ້າໜ້າທີ່ຕຳຣວດ ແຂວງເຊກອງ ກ່າວຢືນຢັນຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ ມີຊາວບ້ານຢຶບ ເມືອງທ່າແຕງ ແຂວງ ເຊກອງ 12 ຄົນຖືກຈັບ ໃນກໍຣະນີມີຂໍ້ ຂັດແຍ່ງທີ່ດິນ ກັບ ບໍຣິສັດ ຢາງພາຣາ ຂອງວຽດນາມ LVF.

ເຈົ້າໜ້າທີ່ຕຳຣວດກ່າວວ່າ: ສາເຫດ ທີ່ຊາວບ້ານຖືກຈັບ ໃນວັນທີ 25 ກໍຣະກະດາ ຍ້ອນວ່າ ພວກຂະເຈົ້າເຂົ້າໄປຕັດ ຕົ້ນຢາງພາຣາຂອງ ບໍຣິສັດວຽດນາມ ແລະ ປັດຈຸບັນ ຂະເຈົ້າຖືກກັກຂັງ ຢູ່ກອງບັນຊາການ ປກສ ແຂວງເຊກອງ.

ອີງຕາມຂໍ້ມູນຈາກຊາວບ້ານ ໄດ້ຮູ້ວ່າ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ກັບບໍຣິສັດຢາງພາຣາ ເກີດຂຶ້ນຍ້ອນວ່າ ບໍຣິສັດ ບຸກເບີກທີ່ດິນ ໄປກວມເອົາ ພື້ນທີ່ດິນ 121 ເຮັກຕາ ຂອງຊາວບ້ານ 55 ຄອບຄົວ ໃນຂນະທີ່ ທາງຫ້ອງການ ເມືອງແລະແຂວງ ອະນຸມັດ ໃຫ້ສຳປະທານ ພຽງແຕ່ 42 ເຮັກຕາ.

ນັບແຕ່ປີ 2011-2017 ຊາວບ້ານ ໄດ້ມາຍື່ນຄຳຮ້ອງທຸກ ຕໍ່ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ແລະສະພາແຫ່ງຊາດ ຫຼາຍຄັ້ງເພື່ອໃຫ້ ມີການແກ້ໄຂ ຂໍ້ຂັດແຍ່ງດັ່ງກ່າວ.

ຊາວບ້ານຜູ້ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າຫລ້າສຸດ ຫ້ອງວ່າການຣັຖບານ ໄດ້ອອກແຈ້ງການ ໄປຫາຄນະພັກ ປະຈຳແຂວງ ໃນເດືອນ ມີນາ ປີ 2017 ເພື່ອໃຫ້ແກ້ໄຂ ຊຶ່ງຣັຖບານ ໄດ້ມອບໃຫ້ ກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກັມ ແລະປ່າໄມ້, ແລະ ກະຊວງປ້ອງກັນ ຄວາມສະຫງົບ ເປັນຜູ້ແກ້ໄຂ, ແຕ່ບໍ່ໄດ້ ກຳນົດວ່າ ເມື່ອໃດ ຈະມີການແກ້ໄຂ.

ຊາວບ້ານກ່າວຕື່ມອີວ່າ ໃນເມື່ອແຂວງ ບໍ່ມີການແກ້ໄຂ ຊາວບ້ານຈຶ່ງພ້ອມໃຈ ພາກັນໄປຢຶດເອົາດິນ ດັ່ງກ່າວ ຈຳນວນ 121 ເຮັກຕາ ຄືນ ແລະບໍ່ໃຫ້ ບໍຣິສັດ ເຂົ້າມາປາດຢາງ ນັບແຕ່ປີ 2014 ຈົນເຖິງ ປັດຈຸບັນ ເພື່ອຮຽກຮ້ອງ ໃຫ້ທາງການແຂວງ ຫາທີ່ດິນຊົດເຊີຍ ໃຫ້ຂະເຈົ້າ ຫລືຍົກຍ້າຍ ຂະເຈົ້າໄປຢູ່ ບ່ອນໃໝ່.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າຕຳຣວດ ແຂວງເຊກອງ ກໍບໍ່ໄດ້ເປີດເຜີຍ ລາຍຊື່ຊາວບ້ານຢຶບ 12 ຄົນ ທີ່ຖືກຈັບ. ເຈົ້າໜ້າທີ່ຕຳຣວດ ແຂວງ ເຊກອງຍັງກ່າວວ່າ: ປັດຈຸບັນ ທາງການແຂວງໄດ້ສົ່ງ ເຈົ້າໜ້າທີ່ ທະຫານແລະຕໍາຣວດ ຈຳນວນ 3 ຄັນລົດ CR ມາຮັກສາຄວາມປອດ ໄພໃຫ້ບໍຣິສັດ ຍ້ອນຢ້ານວ່າຊາວບ້ານ ສ່ວນທີ່ເຫຼທອ ຈະເຂົ້າໄປ ຕັດຕົ້ນຢາງພາຣາ ຂອງບໍຣິສັດຕື່ມອີກ ແລະ ມີການກວດກາ ຄົນເຂົ້າ ຄົນອອກ ຢ່າງເຄັ່ງຄັດ.

ການຈັບກຸມຊາວບ້ານ ຄັ້ງນີ້ເປັນຄັ້ງທີສອງ ຊຶ່ງຄັ້ງທຳທິດຊາວບ້ານ 8 ຄົນຖືກຈັບໃນປີ 2012 ໃນກໍຣະນີ ຂໍ້ຂັດແຍ່ງທີ່ດິນ ເຊັ່ນດຽວກັນນີ້.

ອີງຕາມຄຳຮ້ອງ ຂໍຄວາມເປັນທັມຂອງຊາວບ້ານ ເຖິງຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ລົງວັນທີ 29 ມິຖຸນາ ປີ 2012 ຜູ້ທີ່ຖືກຈັບ ມີລາຍຊື່ ດັ່ງຕໍ່ໄປນີ້:

• ທ້າວ ສົບບັດ, ທ້າວວິຄຳ, ທ້າວ ບຸນຂາວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງທ່າແຕງ ແຂວງເຊກອງ ຈັບຂັງໃນວັນທີ 13 ມິຖຸນາ ປີ 2012.

• ທ້າວ ສົມສະຫວັນ, ທ້າວ ບຸນຊູ, ທ້າວ ບຸນເຕັ້ຍ, ທ້າວ ພ້ອມສະໄຫວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງທ່າແຕງ ຈັບຂັງ ໃນວັນທີ 15 ມິຖຸນາ ປີ 2012.

• ທ້າວ ສຸວັນ ຖືກຈັບຂັງ ໃນວັນທີ ທີ 26 ມິຖຸນາ ປີ 2012.

ຊາວບ້ານກ່າວຕໍ່ເຊັຽເສຣີວ່າໃນປີ 2012 ນັ້ນພວກຂະເຈົ້າທັງໝົດ ຖືກຈັບຂັງຄຸກ ເກືອບຮອດສອງອາທິດ ໂດຍອະດີດຜູ້ນຳ ແຂວງເຊກອງ ບາງທ່ານ ເປັນຜູ້ສັ່ງ ໃຫ້ຈັບພວກ ຂະເຈົ້າ ຍ້ອນບໍ່ພໍໃຈ ທີ່ຊາວບ້ານຂຶ້ນມາ ຢື່ນຄຳຮ້ອງທຸກ ຢູ່ຫ້ອງການ ສຳນັກງານ ນາຍົກ ຣັຖມົນຕຼີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.