ຊາວຊຽງດາຖືກຈັບ ຍ້ອນໂພສ ວີດີໂອ
2020.03.20

ຊາວບ້ານ 2 ຄົນ ຊື່ ນາງ ແກ້ວ ແລະ ທ້າວ ໂບ່ຍ ທີ່ເປັນປະຊາຊົນ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກຕຳຣວດຈັບ ໃນວັນທີ 17 ແລະ 18 ມີນາ ຍ້ອນວ່າ ເອົາຮູບວີດີໂອ ເວລາຖຽງກັບ ເຈົ້າໜ້າທີ່ ເລື້ອງທີ່ດິນ ລົງເຜີຍແຜ່ທາງເຟສບຸກ.
ການຈັບຕົວຄັ້ງນີ້ ເຈົ້າໜ້າທີ່ໃຫ້ເຫດຜົນວ່າ ເອົາໄປສຶກສາອົບຮົມ ຢູ່ກອງບັນຊາການ ປກສ ເມືອງໄຊເສດຖາ ແລະ ກໍຈະປ່ອຍອອກມາ, ເຈົ້າໜ້າທີ່ບ້ານຊຽງດາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມີນາ ວ່າ:
"ເອີ ຂະເຈົ້າສຶກສາອົບຮົມຊື່ໆ ຢູ່ກອງຄະດີ ເພິ່ນເອົາໄປພັກຜ່ອນໜ້ອຍນຶ່ງດອກ ບໍ່ມີບັນຫາອີ່ຫຍັງດອກ ໄປສຶກສາອົບຮົມ ລະເພິ່ນກະຊິປ່ອຍມື້ນີ້ແຫຼະ ເບິ່ງຫັ້ນນະ."
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ: ເຂົາເຈົ້າຖືກຈັບຍ້ອນຕໍ່ຕ້ານໂຄງການຕ່າງໆ ຂອງເພິ່ນ ແລະ ເວົ້າສຽດສີເຈົ້າໜ້າທີ່ ຜ່ານທາງອອນລາຍ ແບບບໍ່ຖືກຕ້ອງຕາມລະບຽບຫລັກການ.
ກ່ອນທີ່ຈະຖືກຈັບ ຊາວບ້ານທັງສອງຄົນ ພ້ອມດ້ວຍຊາວບ້ານຄົນອື່ນ ໄດ້ຖຽງກັນກັບເຈົ້າໜ້າທີ່ ກ່ຽວກັບຄ່າຊົດເຊີຍທີ່ດິນ ເຂົາເຈົ້າທີ່ຖືກ ໂຄງການມະຫາວິທຍາໄລ ວິທຍາສາດສຸຂພາບ ໃນວັນທີ 16 ມີນາ ທີ່ຜ່ານມາ ແລ້ວເຂົາເຈົ້າຖ່າຍ ວີດີໂອ ລົງເຟສບຸກ.
ແຕ່ຊາວບ້ານຊຽງດາ ເຫັນວ່າເຈົ້າໜ້າທີ່ໃຊ້ອຳນາດ ເກີນຂອບເຂດ ທີ່ໄປຈັບຊາວບ້ານ ທັງສອງຄົນ.
ຊາວບ້ານທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີວ່າ: ດິນຢູ່ລາວ ແມ່ນເປັນຂອງຣັຖ ປະຊາຊົນມີໃບນຳໃຊ້ ກໍຕ້ອງປະກອບສ່ວນ ຖ້າປະເທດຊາດຕ້ອງການ ນຳໃຊ້ເຂົ້າໃນໂຄງການພັທນາ, ແຕ່ວ່າຖ່າຍຮູບ-ຖ່າຍວີດີໂອ ຢູ່ໃນເຫດການ ຄືທີ່ເຫັນຢູ່ ທາງເຟສບຸກຫັ້ນ ໃນທາງສ່ວນຕົວເນາະ ຕຳຣວດ ບໍ່ຄວນວ່າ ຊິໄປຈັບກັນ.
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ: ປະຊາຊົນຖ່າຍຮູບໄວ້ ຍາມມີເຫດການອັນໃດອັນນຶ່ງເກີດຂຶ້ນກັບເຂົ້າເອງ ຫລື ຜູ້ອື່ນ ມັນກາຊອ່ຍໃຫ້ຫຼາຍຄົນຮູ້ຫຼາຍໆ ວ່າແມ່ນເລື່ອງຍັງເກີດຂຶ້ນແຕ່ລະມື້ໃນສັງຄົມ ບາງເລື່ອງທີ່ຖ່າຍວິດີໂອ ຈາກມືຖື ກໍສາມາດໃຊ້ເປັນຫຼັກຖານໄດ້ ອີງຢາງນຶ່ງ ເຂດນັ້ນບໍ່ໄດ້ຫ້າມໃຫ້ ປະຊາຊົນຖ່າຍຮູບ ຫຼື ຖ່າຍວິດີໂອ ມາກ່ອນ.
ຊາວບ້ານອີກທ່ານ ກໍກ່າວວ່າ: ເຂົາເຈົ້າໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ ແລະ ບໍ່ໄດ້ຂັດຂວາງຫຍັງ, ແຕ່ເຂົາເຈົ້າພຽງແຕ່ຮຽກຮ້ອງ ຂໍຄ່າຊົດເຊີຍ ທີ່ເປັນທັມເທົ່ານັ້ນ ໂດຍຊາວບ້ານ ສເນີໃຫ້ໂຄງການເອົາທີ່ດິນ ມາທົດແທນເຂົາເຈົ້າ ຄອບຄົວລະ 500 ຕາແມັດ ແລະ ພ້ອມທັງຄ່າຊົດເຊີຍທີ່ດິນໃນລາຄາ 1,500 ບາດ ຕໍ່ຕາແມັດ.
ທ່ານ ລິນທອງ ເຈົ້າໜ້າທີ່ໂຄງການ ມະຫາວິທຍາໄລ ວິທຍາສາດສຸຂພາບ ໄດ້ກ່າວວ່າ ປະຊາຊົນເປັນຜູ້ໄປບຸກລຸກ ປ່າສງວນ, ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ວ່າ:
"ເວົ້າເລື່ອງດິນເຂົາບຸກລຸກໃນເບື້ອງຕົ້ນຫັ້ນນ່າ ເຂົາບຸກລຸກປ່າສງວນເນາະ ປະຊາຊົນບຸກລຸກປ່າສງວນ ຂໍເຮັດຂໍກິນ ຂໍໄປເຮັດໄປສ້າງ ບາດນີ້ເຮັດສ້າງກິນແລ້ວ ຢຶດເອົາເປັນຂອງຕົນເອງ ເມື່ອຊິມີການພັທນາຫັ້ນນ່າ."
ທີ່ດິນເຂດນັ້ນ ເຄີຍເປັນດິນນາລວມສະຫະກອນ ແຕ່ປີ 1979-1980, ແຕ່ຫລັງຈາກສະຫະກອນຍຸບໄປແລ້ວ ຊາວບ້ານຈຶ່ງແບ່ງກັນຄຸ້ມຄອງກັນເອງ ໂດຍເຈົ້າໜ້າທີ່ ບໍ່ອອກໃບຕາດິນຂອບຄຳ ໃຫ້ຊາວບ້ານ ເຈົ້າໜ້າທີ່ອະນຸຍາດໃຫ້ ຊາວບ້ານໃຊ້ ແລະເສັຽພາສີທີ່ດິນທຸກປີ.
ໃນປີ 2010 ຣັຖບານ ມີແຜນນຳໃຊ້ທີ່ດິນເຂດບ້ານນ້ອຍຊຽງດາ 50 ເຮັກຕາ ສ້າງມະຫາວິທຍາໄລ ວິທຍາສາດສຸຂພາບ, ສູນອາຫານ ແລະ ຢາ, ສ້າງໂຮງໝໍຂນາດ 400 ຕຽງ.
ມີປະມານ 50 ຄອບຄົວ ຖືກທາງການສັ່ງໃຫ້ຍ້າຍອອກ, ແຕ່ມີປະມານ 20 ຄອບຄົວ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ຍ້ອນເຂົາເຈົ້າໃຫ້ເຫດຜົນວ່າ ຄ່າຊົດເຊີຍບໍ່ເໝາະສົມ.
ກ່ຽວກັບເລື້ອງນີ້, ຜູ້ຄົ້ນຄວ້າເລື້ອງບັນຫາທີ່ດິນ ໄດ້ກ່າວວ່າ: ກໍຣະນີ ເຈົ້າໜ້າທີ່ຈັບຕົວປະຊາຊົນທີ່ຮຽກຮ້ອງ ຄ່າຊົດເຊີຍທີ່ດິນ ເກີດຂຶ້ນເປັນປະຈຳ ແລະ ປະຊາຊົນຈະຖືກຕັ້ງຂໍ້ຫາວ່າ ບຸກລຸກທີ່ດິນຂອງຣັຖ ເຖີງວ່າ ປະຊາຊົນ ທີ່ດຳຣົງ ຊີວິດຢູ່ທີ່ດິນ ກ່ອນທີ່ ສປປ ລາວ ຈະມີກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍປ່າໄມ້ກໍຕາມ.