ຄຣູອາສາຄອງຖ້າໂຄຕ້າ ຣັຖກອນ
2017.05.04
ຫລາຍປີມານີ້ ຄຣູອາສາສມັກ ຫລືຄຣູອາສາ ທັງຢູ່ແຂວງພາກເໜືອ ແລະພາກໃຕ້ຂອງລາວ ຕ້ອງປະສົບກັບ ຊາຕາກັມ ທີ່ຍາກ ລໍາບາກ. ບາງຄົນສອນມາຮອດ 5 ປີແລ້ວ ກໍຍັງບໍ່ຖຶກ ບັນຈຸເປັນຣັຖກອນ ຍ້ອນໂຄຕ້າຈາກຣັຖ ມີໜ້ອຍ ຂນະທີ່ຄຣູຈົບໃໝ່ ເພີ່ມຂຶ້ນທຸກປີ ເຮັດໃຫ້ ຄຣູເຫລົ່ານັ້ນ ຕ້ອງສອນແບບ ບໍ່ມີເງິນເດືອນກິນ ຕໍ່ໄປເລື້ອຍໆ ຮວມທັງເມືອງໃໝ່ ແຂວງຜົ້ງສາລີ ກໍເຊັ່ນກັນ. ຕາມຄໍາເວົ້າຂອງ ເຈົ້າໜ້າ- ທີ່ແຂວງ ທີ່ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 3 ພຶສພາ ນີ້:
"ປີແລ້ວນີ້ມີ 90 ປາຍຄົນກໍໄດ້ທຶນໄປແລ້ວ 12 ຄົນ ພະນັກງານເຮົາ ອັນມາເຮັດວຽກ ມີຫລາຍນໍ໊ ແລ້ວໂຄຕ້າ ມັນມາແຕ່ລະປີ ມີໜ້ອຍ ຜູ້ໃດເສັງໄດ້ແລ້ວ ຜູ້ນັ້ນໄດ້ເຂົ້າ ແຕ່ວ່າໂຄຕ້າ ແຕ່ລະປີນີ້ ໄດ້ບໍ່ເກີນ 11-12 ຄົນ ແລ້ວພະນັກງານນີ້ ກໍມາທຸກໆປີ ປີນີ້ກໍມາ ອີກ 20 ປາຍຄົນ ຂອງຕົວເກົ່າ ກໍຍັງບໍ່ໄດ້ ແລ້ວຕົວໃໝ່ ກໍຮັບເຂົ້າມາ ກໍເລີຍວ່າບໍ່ພໍ".
ທ່ານເວົ້າວ່າ ສໍາລັບເມືອງໃໝ່ນີ້ ຄຣູທັງໝົດມີຢູ່ 300 ປາຍຄົນ ບໍ່ທັນບັນຈຸເປັນ ຣັຖກອນມີ 100 ປາຍຄົນ ຊຶ່ງໃນຈໍານວນນີ້ 80 ປາຍຄົນ ທີ່ສອນມາແລ້ວ 3-4 ປີ ຍ້ອນໂຄຕ້າ ເສັງເຂົ້າເປັນຄຣູ ຢູ່ເມືອງໃໝ່ ແຕ່ລະປີ ມີບໍ່ຮອດ 12 ຄົນ. ເຈົ້າໜ້າທີ່ ອີກທ່ານນຶ່ງ ເວົ້າວ່າ ເມືອງ ຍອດອູ ກໍຄືກັນ ມີຄຣູອາສາສມັກ ຖ້າເສັງເປັນຣັຖກອນ 50 ປາຍຄົນ, ເມືອງສັມພັນ ມີ 60 ຄົນ ແລະເມືອງໃໝ່ ອີກປະມານ 50 ຄົນ.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ແຂວງ ສະຫວັນນະເຂດ ກໍເປີດເຜີຍວ່າ ທົ່ວແຂວງ ມີຄຣູອາສາສມັກ 200 ປາຍຄົນ ຂະນະທີ່ ແຂວງຄໍາມ່ວນ ເຈົ້າໜ້າທີ່ແຂວງ ຍັງບໍ່ຮູ້ ຈໍານວນຄັກແນ່ ແຕ່ຄາດວ່າຈະ ບໍ່ຕ່າງຈາກແຂວງ ສະຫວັນນະເຂດ ແຂວງກໍບໍ່ມີ ງົບປະມານ ເພີ່ມໂຄຕ້າຮັບ ຂະເຈົ້າ:
"ເພາະວ່າແຕ່ລະປີ ມັນກໍຍາກຢູ່ບ່ອນວ່າ ບັນຈຸເຂົ້າເປັນຣັຖກອນ ບັນດາຄຣູ ຍາກຢູ່ບ່ອນວ່າ ເຣື່ອງ ງົບປະມານ ເຣື່ອງໃຊ້ຈ່າຍ ເງິນເດືອນ ນີ້ແຫລະ ມັນຍາກຕົວນັ້ນ ແຕ່ວ່າມັນກໍຂາດ ຄຣູກໍຂາດຫລາຍ ແຕ່ພໍຂະເຈົ້າ ເອົາເຂົ້າໄປ ເປັນຣັຖກອນ ເງິນເດືອນ ມັນວຽກມັນ ບໍ່ຄຸ້ມສິນ່າ ມັນຕ້ອງໄດ້ໃຊ້ ງົບປະມານ ໃຊ້ຈ່າຍເງິນເດືອນ".
ເຖິງຢ່າງໃດກໍດີ ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວກ່ຽວກັບເຣື່ອງນີ້ ຕໍ່ກອງປະຊຸມສະພາ ເມື່ອວັນທີ 27 ເມສາ ຜ່ານມາ ຕອນນຶ່ງວ່າ:
"ຖ້າວ່າແຕ່ລະປີ ໃຫ້ໂຄຕ້າຣັຖກອນນີ້ຫລາຍ ເກີນຈໍານວນຣັຖກອນ ຈະອອກໄປຫັ້ນນາ ມັນເພີ່ມຂຶ້ນທຸກປີໆ ຈົນວ່າບໍ່ສາມາດ ຈັດສັນເງິນ ເດືອນ ໃຫ້ໄດ້ຕາມຈຸດປະສົງ ຫລືວ່າຄັນວ່າ ຣັຖກອນຫລາຍເກີນໄປ ເກີນກັບຈໍານວນ ທີ່ອັດຕຣາສ່ວນ ຂອງພົລເມືອງ ຫລືຂອງວຽກງານ ນີ້ມັນຈະກາຍ ເປັນການເກື້ອກູນກັນ ຕລອດໄປ".
ຍ້ອນຄໍານຶງເຖິງ ປັດໃຈດັ່ງກ່າວ ຂອງ ນາຍົກຣັຖມົນຕຣີ ທາງຣັຖຈຶ່ງຍັງບໍ່ສາມາດ ເພີ່ມໂຄຕ້າໃຫ້ ຣັຖກອນໄດ້ ເຖິງແມ່ນວ່າ ຈະເຫັນໃຈ ແລະຢາກຊ່ວຍເຫລືອ ຄຣູອາສາສມັກ ທີ່ລໍຖ້າເປັນ ຣັຖກອນ ປານໃດກໍຕາມ.