ຄຣູອາສາຍັງຖືກປ່ອຍ ໃຫ້ອາສາ
2020.07.06
ຄືດັ່ງທີ່ຫຼາຍໆທ່ານ ໄດ້ເຫັນໄດ້ອ່ານຈາກເຟສບຸກ ວ່າມີຄຣູອາສາຫຼາຍຄົນ ໄດ້ນໍາເອົາຄວາມຄັບແຄ້ນໃນໃຈ ມາຣະບາຍວ່າ ພວກຕົນບໍ່ໄດ້ ຮັບຄວາມເປັນທັມ ເວລາໄປສອບເສັງບັນຈຸ ເປັນຣັຖກອນ ເວົ້າໃຫ້ແຈ້ງກໍຄື ການຄັດເລືອກ ບໍ່ໂປ່ງໃສນັ້ນເອງ.
ເຮົາຂໍເລີ້ມຈາກຄຣູອາສາສມັກ ໃນແຂວງບໍຣິຄໍາໄຊ ຊຶ່ງມີຫຼາຍຄົນ ບໍ່ເຂົ້າໃຈ ວ່າເປັນຫຍັງສອນມາໄດ້ຫຼາຍປີແລ້ວ ແຕ່ບໍ່ມີວີ່ແວວ ວ່າຈະຖືກ ບັນຈຸເປັນຣັຖກອນຄຣູ ທັ້ງໆທີ່ພວກຕົນ ຕ່າງກໍມີຄວາມໝັ້ນໃຈ ໃນການສອບເສັງ ວ່າເສັງໄດ້ ຫຼືວ່າເປັນຍ້ອນ ບໍ່ມີເສັ້ນສາຍ, ບໍ່ມີເງິນແລ່ນບໍ ຈຶ່ງບໍ່ໄດ້, ດັ່ງຄຣູອາສາສມັກ ຢູ່ແຂວງບໍຣິຄໍາໄຊ ຄົນນຶ່ງ ກ່່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:
“ເປັນຄຣູອາສາມາໄດ້ 4 ປີເນາະໄປເສັງຣັຖກອນແຕ່ລະປີ ກະບໍ່ມີວີ່ແວວວ່າຊິໄດ້ນໍາເພິ່ນ ຫຼາຍຄົນກະເວົ້າຄືດຽວເລີຍວ່າ ເປັນຄຣູຢູ່ບ້ານນອກ ເນາະ ບໍ່ເງິນບໍ່ມີເສັ້ນມີສາຍ ລະບໍ່ໄດ້ນະ ມີປີນີ້ຕິດIາຍຊື່ຮອບທີ່ສອງ ພໍດີໄປຮອບທີ່ສອງ ລະກະບໍ່ໄດ້ຂະເຈົ້າອອກມາມື້ວານນີ້ລາຍຊື່.”
ນາງກ່າວຕື່ມວ່າ ການສອບເສັງສໍາລັບນາງແລ້ວ ກໍບໍ່ຍາກ ເພາະເສັງກ່ຽວກັບວຽກງານ ທີ່ປະຕິບັດມາ ແຕ່ເພິ່ນພັດບໍ່ເບິ່ງຜົນງານໂຕນັ້ນ:
“ກ່ຽວກັບ ອັນເຮົາໄປໂຮງຮຽນຊູ່ມື້ຫັ່ນແຫຼະ ຄໍາຖາມຫັ້ນບໍ່ຍາກ ແຕ່ວ່າ ເພິ່ນບໍ່ໄດ້ເອົາຄວາມຮູ້ໂຕນັ້ນ ເພິ່ນບໍ່ໄດ້ເອົາຄະແນນໂຕຈິງ ເພິ່ນບໍ່ໄດ້ ເອົາຜົນງານທີ່ເຮົາເຮັດໄດ້ ສ່ວນຫຼາຍແມ່ນ ແຕ່ເພິ່ນຫຼີ້ນເສັ້ນຫຼີ້ນສາຍ ລູກເຈົ້າຫຼານນາຍພຸ້ນແຫຼະໄດ້ ໝູ່ເຮົາຜູ່ນຶ່ງຫັ້ນ ອັນໂຮງຮຽນບ່ອນລາວ ສອນຫັ່ນນະ ຜູ້ນັ້ນຫັ່ນນະສອນ 3 ເດືອນ ໄປເສັງຫັ່ນຕິດໄດ້ຣັຖກອນ ບາດລາວສອນ 3 ປີ ຄືດຽວກັບຂ້ອຍບໍ່ໄດ້ ບໍ່ແມ່ນເພິ່ນເອົາຜົນງານ ໃດ໋ ບໍ່ເວົ້າຮອດເລີຍເຣື່ອງຜົນງານ.”
ຄຣູອາສາສມັກ ອີກຄົນນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ກໍເວົ້າທໍານອງດຽວກັນວ່າ ເຖິງຈະໝັ້ນໃຈ ວ່າເສັງຜ່ານ ໃນເມື່ອເພິ່ນບໍ່ຕ້ອງການ ເຮົາກໍບໍ່ຖືກຄັດເລືອກ, ດັ່ງທ່ານ ໄດ້ເລົ່າໃຫ້ ວິທຍຸ ເອເຊັຽເສຣີຟັງວ່າ:
"ຂ້ອຍເປັນຄຣູອາສາ ສອນມາໄດ້ 5 ປີ, ປີນີ້ ຫາກໍໄດ້ໄປເສັງ ເສັງປີນີ້ ຂະຈະເຮັດ 2 ຣະບົບ ຖ້າວ່າເສັງຕິດຜ່ານຢູ່ເມືອງ ແລ້ວຈະໄປເສັງ ຜ່ານ ຢູ່ແຂວງ ສໍາພາດເດ້ເນາະຖ້າວ່າສັມພາດ ໂຕທີ່ສອງແລ້ວຜ່ານ ຈະໄດ້ບັນຈຸເຂົ້າເປັນຣັຖກອນອັນນີ້ນະ ແຕ່ຂ້ອຍກະໄດ້ໄປເສັງແລ້ວ ຢູ່ເມືອງຜ່ານ ຢູ່ນັ້ນນະ 140 ຄົນເສັງ ເຂົາເຈົ້າເລືອກເອົາແຕ່ 21 ຄົນເນາະ ແຫຼະຂ້ອຍກໍຕິດ ຢູ່ໃນ 21 ຄົນຫັ້ນ ໄປເສັງບັນຈຸຢູ່ແຂວງ ຊັ້ນປະຖົມເຮົາມີທັງໝົດນິ່ ມີປະມານ 23 ຄົນທົ່ວແຂວງ ແລະເພິ່ນເອົາຢູ່ປະມານ 11 ທຶນນີ້ແຫຼະ ແຕ່ວ່າໃນການສິດສອນ ໃນການສໍາພາດ ຫັ້ນ ຂ້ອຍກະຖືວ່າເຮັດໄດ້ດີແຫຼະ ແຕ່ວ່າເພິ່ນບໍ່ຕ້ອງການ.
ໃນການໄປສອບເສັງຄັ້ງທໍາອິດຫັ່ນ ຂ້ອຍຄິດວ່າຕົນກໍເປັນນຶ່ງໃນນັ້ນຫັ່ນລະ ໃນການບັນຈຸນະ ແຕ່ວ່າສຸດທ້າຍມາ ລະບໍ່ໄດ້ນະ ວ່າງເດືອນ 4 ມື້ກີ້ນີ້ແຫຼະ ໝັ້ນໃຈວ່າໄດ້ຫັ່ນແຫຼະ ເພາະວ່າ ທາງຄຣູອາຈານ ຂະເຈົ້າກະເຊື່ອໝັ້ນຂ້ອຍເດ້ ວ່າເຮັດໄດ້ແທ້ທໍາຈິງ ໃນການເຮັດວຽກຫັ່ນນະ ຂະເຈົ້າເຊື່ອໝັ້ນ ແຕ່ບາດນີ້ລະແຂວງ ເພິ່ນເປັນຜູ້ຕັດສິນ ລະບໍ່ໄດ້.
ຊາຂ້ອຍຄຶດ ໃນການເຮັດ ທຸກວິທີທາງ ເປັນນຶ່ງກະແມ່ນແຫຼະ ໃນການອັນນັ້ນຫັ່ນນະ ແຕ່ມັນຫຼີກຫຼ້ຽງດ້ວຍການທີ່ວ່າ ຂ້ອຍບໍ່ມີເງິນ ບໍ່ໄດ້ ແລ່ນຫຍັງຫັ່ນນະ ມັນຫຼີກລ້ຽງແຕ່ໂຕນີ້."
ໃນຂນະທີ່ ຄຣູອາສາຄົນນຶ່ງ ກໍເວົ້າວ່າ ນ້ອຍໃຈ ເພາະສອນມາໄດ້ຫຼາຍປີ ບາດຜູ່ຫາກໍຈົບມາ ໄປເສັງພ້ອມກັນເຂົາພັດຖືກບັນຈຸ:
“ຄຶດນ້ອຍໃຈເພາະວ່າສອນມາຕັ້ງ 3-4ປີ, ຜູ້ 5-6 ປີກະມີແຕ່ບໍ່ໄດ້ ແຕ່ຜູ້ຈົບອອກມາໃໝ່ໆ ຫັ່ນແຫຼະໄດ້ ປີກາຍນີ້ກະໄປເສັງ ໄປເສັງລະໄດ້ ຍິນຂ່າວວ່າແມ່ນມີຜູ່ນຶ່ງ ຂະເຈົ້າຈົບອອກມາ ຮັບໃບປະກາດມາໃໝ່ໆ ນີ່ລະໄປເສັງ ລະໄດ້ ໄດ້ໂຕເລຂນໍາເພິ່ນ ເຫັນໂຕຈິງ ລູກເຈົ້າຫຼານ ນາຍຫັ້ນໄດ້ເໝິດ ກັບອັນ ຖ້າວ່າເຮົາ ມີເງິນຫຼາຍຫັ້ນໄດ້ຢູ່ ມີຮອດ 50 ລ້ານເບາະ ລະເຮົາໄປ ແລ່ນເອົາຫັ່ນໄດ້ ແຕ່ຖ້າຜູ້ໃດບໍ່ມີເງິນລະບໍ່ ໄດ້ເລີຍ ຜູ້ທີ່ບໍ່ມີເງິນຫັ້ນລະແລ້ວເລີຍ ໄດ້ອອກລ້າຫຼາຍໆ ຄົນປີນີ້.”
ຄຣູອາສາສມັກອີກຄົນນຶ່ງ ໃນແຂວງດຽວກັນນີ້ ກໍເວົ້າໃນ ທໍານອງດຽວກັນວ່າ:
“ຄິດນ້ອຍໃຈຢູ່ເປັນຫຍັງ ຄຣູອາສາສອນມາໄດ້ຫຼາຍປີ ແລ້ວບໍ່ໄດ້ບັນຈຸຣັຖກອນ ແຕ່ວ່າຄຣູທີ່ມານໍາຫຼັງ ປີນຶ່ງສອງປີ ບາດໄດ້ບັນຈຸຣັຖກອນ ອັນນີ້ກະບໍ່ເຂົ້າໃຈເດ້ເນາະ ຈົບມາໃໝ່ໆ ບໍ່ທັນເຮັດວຽກກະຍັງໄປໄດ້ ເສັງລະໄດ້ຊໍ້າ ຈັກເພິ່ນເອັດແນວໃດ ບໍ່ຮູ້ເລີຍ ຄືປີກາຍປີກ່ອນນີ້ເບາະ ຄືລົມາເອັດວຽກ ບໍ່ທັນພໍຮອດປີຊໍ້ານະ ຈົບມາໃໝ່ໆນີ້ນະ ຖືວ່າໄປເສັງໄດ້ເລີຍ ກະຢາກຖາມຢູ່ ແຕ່ກະຖາມໄປ ກະບໍ່ມີຄວາມໝາຍຫຍັງນະ.”
ນອກຈາກນີ້ຄຣູອາສາ ຢູ່ແຂວງຈໍາປາສັກຄົນນຶ່ງ ທີ່ສອນນັກຮຽນມາໄດ້ 6 ແລ້ວນັ້ນກໍຄຶດຂ້ອງໃຈ ກ່ຽວກັບການສອບເສັງຄັດເລືອກເອົາ ຄຣູຣັຖກອນ:
“ກະຄືສມັຍສູ່ມື້ນີ້ແຫຼະ ບໍ່ຮູ້ບໍ່ຈັກຊິເວົ້າແນວໃດ ຈັກບໍ່ຮູ້ ວ່າເຂົາວັດກັນຢູ່ອິຫຍັງລະ ກະບໍ່ຮູ້ ບາງຄົນຫັ່ນນະ ສອນກັບບ້ານ ຄວາມຫຍຸ້ງຍາກ ກະບໍ່ມີ ແຕ່ກະພັດໄດ້ ບາງຄົນ ຜົວເມັຍເປັນ ຄຣູອາສານໍາກັນນະ ກະໄດ້ນໍາກັນ ປີນີ້ໄດ້ ປີໜ້າກະຜົວໄດ້ ກະບໍ່ເຂົ້າໃຈ ຈັກວ່າເຂົາເບິ່ງກັນ ຈັ່ງໃດນາ ແຕ່ກະບໍ່ຮູ້ດອກ ວ່າຂັ້ນເທິງມີທິດແນວໃດ ກະບໍ່ໂທດໃຜດອກ ຄັນເພິ່ນວ່່າຊິມີ ເງື່ອນໄຂຫຍັງ ກະບໍ່ຮູ້ຄືກັນ ແຕ່ວ່າ ຢູ່ໃນເຂດນີ້ ກະເຂດຄຣູຫຼາຍ ແຕ່ເພິ່ນຊິຮັບບໍ່ ຫຼືບໍ່ກະບໍ່ຮູ້ຄືກັນ ແຕ່ວ່າຫຼາຍ ສອງສາມປີມານີ້ເພິ່ນກະບໍ່ໄດ້ຮັບ.”
ແລະນອກຈາກວ່າ ຄຣູອາສາສມັກ ຢູ່ແຂວງຈໍາປາສັກ ແລະຄຣູອາສາຢູ່ແຂວງບໍຣິຄໍາໄຊຫຼາຍຄົນ ທີ່ບໍ່ເຂົ້າໃຈ ເຣື່ອງການຄັດເລືອກ ບັນຈຸ ຄຣູຣັຖກອນແລ້ວນັ້ນ ຄຣູອາສາສມັກ ຢູ່ເມືອງ ນໍ້າບາກ ແຂວງຫຼວງພຣະບາງຜູ້ນຶ່ງ ທີ່ສອນມາໄດ້ 5 ປີ ກໍເວົ້າວ່າ ການໄປເສັງນັ້ນ ກໍໄປ ຕາມຂະບວນການຊື່ໆ ບໍ່ມີຫວັງດອກ ວ່າຊິໄດ້ ເພາະແມ້ແຕ່ຄະແນນທີ່ເສັງ ກໍບໍ່ຮູ້ເລີຍ ວ່າຕົກ ຫຍັງແດ່:
“ເຮົາກະໄປເສັງ ມີຫຼາຍຄົນເຂົາເວົ້າວ່າ ໄປເສັງຕາມຂບວນການ ບໍ່ຄຶດບໍ່ຄາດອກວ່າ ເຮົາຊິເສັງໄດ້ຫັ້ນນາ ເພາະວ່າ ຈັ່ງໃດກະບໍ່ມີລຸ້ນຢູ່ແລ້ວ ປີຜ່ານມາ ຜູ້ທີ່ວ່າເຂົາຮຽນໄດ້ ຜູ້ມີຄວາມຮູ້ ແທ້ໆ ໄປເສັງກະຍັງບໍ່ໄດ້ ຂອງແນວເຮົາເສັງແລ້ວໆ ສົ່ງຄະແນນຂໍ້ສອບທີ່ເຮົາໃຫ້ຫັ່ນກະມິດໄປ ເລີຍ ກະບໍ່ຮູ້ຜົນວ່າກວດກວດຂໍ້ສອບຫັ່ນ ເຮົາບໍ່ໄດ້ຂໍ້ໃດ ຂໍ້ໃດ ເພິ່ນກະບໍ່ແຈ້ງກັບຄືນມາ ກະມີແຕ່ວ່າເສັງແລ້ວລະກະເອົາຂໍ້ສອບໄປລະກວດ ບໍ່ຮູ້ເລີຍວ່າຜູ້ເດີໄດ້ ຜູ້ເດີໄດ້ຄະແນນສູງ ຜູ້ເດີໄດ້ຄະແນນ ອ່ອນກະບໍ່ຮູ້ເລີຍຈຸດອ່ອນຢູ່ບ່ອນໃດ ບ່ອນໃດກະບໍ່ຮູ້ເນາະ ມັນເປັນຄວາມຮູ້ຮອບ ຕົວເນາະແຕ່ວ່າຄວາມໝັ້ນໃຈຂອງເຮົາ ກະຄືຖືກເປັນສ່ວນຫຼາຍຫັ້ນແຫຼະ ແຕ່ບໍ່ຮູ້ວ່າເພິ່ນກວດແບບໃດບໍ່ເຄີຍມີລາຍຊື່ໄດ້ ນໍາເຂົາຈັກເທື່ອ.”
ກ່ຽວກັບຂໍ້ຂ້ອງໃຈ ໃນການສອບເສັງ ຄັດເລືອກເອົາຣັຖກອນຄຣູນັ້ນ ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ຫ້ອງການສຶກສາ ແລະ ກິລາເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທ່ານໄດ້ເວົ້າສູ່ຟັງວ່າ:
“ການສອບບັນຈຸຣັຖກອນຄຣູ ຢູ່ແຂວງ ຢູ່ເມືອງເຮົາລະໄປເສັງບັນຈຸຢູ່ແຂວງເນາະ ຢູ່ແຂວງບ່ອນດຽວ ລະຫຼັງຈາກ ສອບທາງດ້ານອັນນັ້ນລະ ການຄັດເລືອກ ລະແມ່ນຢູ່ແຂວງພຸ້ນເນາະ ລະເອົາບັນດາເມືອງເຂົ້າໄປ ມີສ່ວນຮ່ວມໃນການສອບເສັງຫັ້ນເນາະ ຫຼັງຈາກສອບພາກທິສດີ ລະກະສອບການສັມພາດ ໝາຍຄວາມວ່າ ຜ່ານມາກະເສັງຢູ່ແຂວງຫັ່ນແຫຼະ ປີນີ້ພໍດີມັນ ຖືກຊ້ວງໂຄວິດ ລະເລີຍກະຈາຍອອກ ແບ່ງອອກ ເປັນສູນເປັນສູນ ຢູ່ແຕ່ລະເມືອງຫັ້ນນາ ແຕ່ວ່າຮູບການລະແມ່ນເປັນຂອງແຂວງເນາະ ແຕ່ວ່າເຮົາກະຈາຍອອກຫຼາຍສູນ ເພື່ອໃຫ້ມັນເວັ້ນ ໄລຍະຫ່າງ ຖ້າບໍ່ມີບັນຫາໂຄວິດ ລະແມ່ນເສັງຢູ່ແຂວງ ບ່ອນດຽວ.”
ນອກຈາກນີ້ ເອເຊັຽເສຣີ ກໍໄດ້ໂທຫາ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງບໍຣິຄໍາໄຊ ເພື່ອຂໍຮູ້ເງື່ອນໄຂ ໃນການຄັດເລືອກ ວ່າຜູ້ຖືກບັນຈຸເປັນຣັຖກອນຄຣູນັ້ນ ຄວນມີຄຸນ ສົມບັດ ໃນດ້ານໃດແດ່.
ເອເຊັຽເສຣີໂທເທື່ອອິດ ເພິ່ນນັດໃຫ້ໂທມາລົມກັນມື້ຕໍ່ໄປ ຈາກນັ້ນ ມື້ຕໍ່ມາ ເອເຊັຽເສຣີກໍໂທໄປຫາຕາມ ທີ່ນັດໄວ້ຫຼາຍໆເທື່ອ ໂທເຊົ້າໂທແລງ ໂທຕິດສຽງດັງ ແຕ່ບໍ່ມີຄົນຮັບສາຍ.
ສໍາລັບ ການສອບເສັງຄັດເລືອກບັນຈຸຣັຖກອນຄຣູ ຢູ່ແຂວງຫຼວງພຣະບາງນັ້ນ ເຈົ້າໜ້າທີ່ ສຶກສາທິການແລະກິລາ ທ່ານນຶ່ງ ທີ່ບໍ່ປະສົງອອກ ຊື່ແລະສຽງ ກ່າວວ່າ:
"ການບັນຈຸຣັຖກອນ ແມ່ນເພິ່ນອີງໃສ່ສາຍວິຊາ ທີ່ບໍ່ພໍໃນໂຮງຮຽນ ສະເພາະຄຣູມັທຍົມແລ້ວ ຕ້ອງແມ່ນຄຣູທີ່ເປັນ ອາສາມາກ່ອນຈຶ່ງມີສິດ ເຂົ້າສອບເສັງ, ເມື່ອເສັງແລ້ວ ຕ້ອງເອົາຄະແນນເສັງ ແລະຜົນງານ ອາຍຸການສອນຕື່ມອີກ ນີ້ແມ່ນແນວທາງຂອງຂັ້ນເທິງ ແຕ່ຜູ້ປະຕິບັດ ໂຕຈິງ ພັດບໍ່ປະຕິບັດຕາມແນວທາງ ຈິ່ງເຮັດໃຫ້ບັນຫານີ້ເກີດຂຶ້ນ."
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ອອກຄຳສັ່ງເລຂທີ 03/ນຍ ລົງວັນທີ 9 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບ ການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸຣັຖກອນໃໝ່ ໂດຍມີເນື້ອໃນດັ່ງນີ້:
ການປັບປຸງກົງຈັກການຈັດຕັ້ງ ໃນຣະບົບການເມືອງຕ້ອງກະທັດຮັດ, ໂປ່ງໃສ, ໜັກແໜ້ນແລະສອດຄ່ອງກັບສະພາບຕົວຈິງ, ການສອບເສັງ ຄັດເລືອກຣັຖກອນໃໝ່ ຢູ່ບາງກະຊວງ, ອົງການ ແລະທ້ອງຖິ່ນມີລັກສນະ ເຮັດເປັນພຽງແຕ່ຮູບການ, ຍັງບໍ່ທັນເນັ້ນໜັກ ດ້ານຄຸນນະພາບ ເທົ່າທີ່ຄວນ ເຮັດໃຫ້ມີການສິ້ນເປືອງງົບປະມານ. ສັງຄົມຈົ່ມວ່າ ແລະ ອື່ນໆ.