ຊີວິດຄົນງານລາວ ຢູ່ໄທ

ສ່ວນນຶ່ງຂອງຄົນງານລາວ ທີ່ໄປລໍຖ້າຂໍບັດເຫຼືອງກັບຄືນບ້ານ
ສ່ວນນຶ່ງຂອງຄົນງານລາວ ທີ່ໄປລໍຖ້າຂໍບັດເຫຼືອງກັບຄືນບ້ານ (RFA/PN)

0:00 / 0:00

ມາເຖິງປັດຈຸບັນນີ້ ຍັງມີຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທ ຈໍານວນນຶ່ງ ຕ້ອງໄດ້ເຮັດວຽກ ເກີນເວລາທີ່ກົດໝາຍວ່າດ້ວຍສິດທິ ຂອງ ລູກຈ້າງທີ່ເປັນຄົນງານຕ່າງດ້າວ ຕາມພຣະຣາຊບັນຍັດ ຄຸ້ມຄອງແຮງງານ ສະບັບປີ 1999 ແຕ່ພວກເຂົາເຈົ້າບໍ່ໄດ້ຮັບເງິນຄ່າຈ້າງເຮັດວຽກ ເກີນເວລາ ຫລືຄ່າໂອທີ. ເຖິງປານນັ້ນພວກເຂົາເຈົ້າກໍພໍໃຈເຮັດ ຍ້ອນໄດ້ເງິນເດືອນດີ ມີເງິນສົ່ງກັບບ້ານ ໃຫ້ພໍ່ແມ່ແຕ່ລະເດືອນ ເກືອບວ່າ ທັງໝົດ ທີ່ຕົນໄດ້ຮັບ. ໃນນັ້ນກໍມີນາງ ນ້ອຍ ນາມສົມມຸດ ອາຍຸ 21 ປີຈາກແຂວງພາກໃຕ້ຂອງລາວ ແລະ ທ້າວ ທີ ຮວມຢູ່ດ້ວຍ.

ນ້ອຍເວົ້າຕໍ່ RFA ໃນມື້ວັນທີ 8 ພຶສພາ 2019 ນີ້ວ່ານາງມາເຮັດວຽກ ເປັນແມ່ບ້ານ ຢູ່ແຂວງນົນທະບູຣີ ມາໄດ້ 2 ປີປາຍແລ້ວ, ປັດຈຸບັນ ໄດ້ເງິນເດືອນ ເດືອນລະ 10 ພັນບາດ ຍ້ອນນາຍຈ້າງຄ່ອຍໆ ເພີ່ມຂຶ້ນໃຫ້ ຈາກທີ່ໄດ້ 8 ພັນບາດ ເມື່ອ 2 ປີກ່ອນ. ນາງເຮັດວຽກມື້ນຶ່ງເກີນ 8 ຊົ່ວໂມງ ຄືບາງມື້ຕັ້ງແຕ່ 7 ໂມງ ຫລື 8 ໂມງເຊົ້າເຖິງ 10 ໂມງກາງຄືນ ໂດຍບໍ່ໄດ້ເງິນຄ່າເຮັດວຽກ ເກີນເວລາ ຫລືເປັນຄ່າ overtime ຫລື OT ຊຶ່ງກໍເຂົ້າໃຈດີ ດັ່ງທີ່ນາງເວົ້າວ່າ:

"ງານບ້ານສ່ວນຫລາຍສິບໍ່ມີ ໂອທີ. ຫວ່າງໆກະເອົານ້ອງໃຫ້ເພິ່ນ ເພິ່ນມີນ້ອງຢູ່ 2 ຄົນ ມີລູກນ້ອຍນີ້ນະ. ຊ່ອຍເພິ່ນເບິ່ງ ຊ່ວງທີ່ເພິ່ນຢາກ ອອກໄປກິນເຂົ້ານອກບ້ານ ເຮົາກໍເບິ່ງໃຫ້ເພິ່ນ ເພິ່ນກັບມາກະເອົາໃຫ້ເພິ່ນຄືນ."

ເມື່ອຖາມເຖິງການປະຕິບັດ ຂອງຜູ້ເປັນນາຍຈ້າງຕໍ່ນາງວ່າໄດ້ ເຮັດໃຫ້ນາງຄັບແຄ້ນແໜ້ນໃຈ ແນວໃດແດ່ຫລືບໍ່ນັ້ນ ນາງບອກວ່າກໍທັມດາ ຕລອດ 2 ປີປາຍທີ່ມາເຮັດວຽກນໍາເພິ່ນ ບໍ່ໄດ້ລໍາບາກໃຈບໍ່ໄດ້ຍິນຄໍາຈົ່ມວ່າ ຄໍາຮ້າຍສຽດສີອີ່ຫຍັງ ຄັນເຮັດຫຍັງບໍ່ຖືກເຮັດຫຍັງຜິດ, ເພິ່ນ ກໍບອກໂດຍດີ:

"ກະບອກປົກກະຕິ ກະທັມມະດາ ເພິ່ນກະບອກ ເອີ໊ອັນນີ້ບໍ່ຖືກມັນບໍ່ໄດ້ລະ ເຂົາກະບອກປົກກະຕິ ກະທັມມະດາ ທີ່ເຮົາມາຢູ່ບ້ານເຂົາຫັ້ນລະ ມັນກະສະເພາະ ແຕ່ບາງບ້ານບາງຄົນ ແຕ່ວ່າອັນນີ້ເພິ່ນກະບໍ່ຈົ່ມ ຄັນເພິ່ນຢາກໃຊ້ງານ ເພິ່ນກະມາບອກວ່າເຮັດອັນນີ້ໆ ມາຢູ່ນົນນີ້ກະ 2 ປີກວ່າ."

ແລະວ່າວຽກງານທີ່ເຮັດ ເປັນປະຈໍາແຕ່ລະມື້ນັ້ນ ກໍແມ່ນວຽກປັດກວາດເຮືອນຊານ ຊັກເຄື່ອງລິດເຄື່ອງ ເອົາລູກໃຫ້ເພິ່ນເປັນບາງມື້ ຊຶ່ງກໍມີມື້ ວຽກໜັກວຽກເບົາ ເຮັດໃຫ້ບາງມື້ເມື່ອຍໜ້ອຍ ບາງມືເມື່ອຍຫລາຍ ໂດຍສະເພາະ ແມ່ນວຽກເອົາລູກໃຫ້ເພິ່ນ ຍ້ອນບໍ່ເຄີຍເອົາ ເດັກນ້ອຍ, ຖນັດແຕ່ເຮັດວຽກບ້ານ ຢ່າງດຽວ.

ສໍາລັບວຽກແຕ່ງຢູ່ຄົວກິນ ກໍມີແມ່ບ້ານອີກຄົນນຶ່ງເຮັດ ແລະເຣື່ອງເອົາລູກໃຫ້ເພິ່ນ ກໍມີແມ່ລ້ຽງອີກຜູ້ນຶ່ງເອົາ, ເຂົາເປັນໝູ່ກັນເປັນຄົນລາວຄືກັນ ແລະກໍນອນຫ້ອງດຽວກັນ ນາງວ່າ:

"ສິມີຄົນລ້ຽງນ້ອງຄົນນຶ່ງ ທີ່ວ່າເຮັດນໍາກັນນອນນໍາກັນ ຢູ່ຫ້ອງດຽວກັນ ກໍເປັນບາງມື້ທີ່ມັນເມື່ອຍ ມັນໜັກແຮງກະສິແບບວ່າເອົານ້ອງ ເພາະວ່າໃນຕົ້ນຕໍຂອງຂ້ອຍເອງ ຂ້ອຍບໍ່ໄດ້ມີປະສົບການ ເອົາເຣື່ອງເດັກນ້ອຍ. ມັນອາດສິແບບເມື່ອຍແດ່ ເພາະຂ້ອຍເຮັດງານບ້ານ ສ່ວນຫລາຍ ຂ້ອຍບໍ່ຄ່ອຍໄດ້ລ້ຽງເດັກນ້ອຍ ເພາະຂ້ອຍລ້ຽງບໍ່ເປັນ."

ກ່ອນທີ່ຈະມາເຮັດວຽກຢູ່ເຂດ ນົນທະບູຣີ ທີ່ຢູ່ຕິດກັບບາງກອກນີ້ ນ້ອຍເຄີຍເຮັດວຽກເປັນແມ່ບ້ານ ມາແລ້ວຢູ່ແຖວຫົວລໍາໂພງ. ທີ່ນັ້ນ ນາຍຈ້າງກໍດີ ແຕ່ໃຫ້ເງິນເດືອນໜ້ອຍ ຄືໄດ້ແຕ່ 6 ພັນບາດ ອັນເຮັດໃຫ້ນາງຕ້ອງຍ້າຍມາ ເປັນແມ່ບ້ານຢູ່ບ່ອນນີ້ ໂດຍມີໝູ່ຄົນລາວທີ່ ເປັນແມ່ບ້ານ ກ່ອນແລ້ວ ຕິດຕໍ່ໃຫ້.

ແລະນີ້ກໍຖືເປັນກໍຣະນີທີ່ໂຊກດີຫລາຍສໍາລັບ ນາງທີ່ເປັນຄົນງານລາວ ໃນປະເທດໄທ ຂນະທີ່ມີຂ່າວ ເລື້ອຍວ່າຄົນງານລາວຖືກນາຍຈ້າງ ຂົ່ມເຫັງ ເອົາປຽບ ດ່າວ່າທໍາຮ້າຍຮ່າງກາຍ ເຮັດໃຫ້ບາດເຈັບ ເປັນແຜຕິດໂຕ ອັນເປັນການຍາກ ທີ່ຈະປິ່ນປົວໃຫ້ກັບຄືນ ເປັນປົກຕິໄດ້. ຕົວຢ່າງ ຄົນງານຈາກແຂວງ ຈໍາປາສັກ ທີ່ໄດ້ເຮັດວຽກເປັນແມ່ບ້ານຢູ່ແຂວງ ຣາຊບູຣີຂອງໄທ ຖືກນາຍຈ້າງ ທາຣຸນທັງທາງຈິດໃຈ ແລະ ຮ່າງກາຍຈົນໄດ້ຫຍິບ, ຖືກເອົາເຕົາລີດດາດ ແລະຮ້າຍແຮງໄປກວ່ານັ້ນ ຄືຖືກສາດນໍ້າຮ້ອນໃສ່ ຈົນຕົນໂຕເປັນແຜ ກ່ອນທີ່ຈະຖືກຊ່ອຍ ໃຫ້ກັບຄືນ ບ້ານເກີດ.

ຢ່າງໃດກໍຕາມ ເວົ້າສະເພາະນ້ອຍນີ້ ເມື່ຶອຖາມເຖິງເຣື່ອງຜົລປະໂຫຍດອື່ນໆ ນອກຈາກເງິນເດືອນແລ້ວ ມີສວັດດີການສັງຄົມ ແນວໃດ ສໍາລັບຄົນງານ ເປັນແມ່ບ້ານ ຢູ່ໄທນີ້ນ້ອຍບອກວ່າ ຫາກເວົ້າເຣື່ອງມື້ພັກກໍໄດ້ພັກ 2 ມື້ຕໍ່ເດືອນ ສຸດແລ້ວແຕ່ຢາກພັກມື້ໃດ. ຍາມເຈັບເປັນ ນາຍຈ້າງກໍພາໄປຫາໝໍ ເສັຽຄ່າໃຊ້ຈ່າຍໃຫ້ ທັງໝົດ. ແລະເຣື່ອງຢູ່ກໍແມ່ນ ຢູ່ເຮືອນກັບນາຍຈ້າງ.

ສ່ວນເຣື່ອງເຂົ້າກິນນັ້ນ ນາຍຈ້າງໃຫ້ເງິນມື້ລະ 100 ບາດ ຢາກກິນຫຍັງກໍຊື້ກິນເອງ. ນ້ອຍ ເວົ້າວ່າສລຸບແລ້ວ ນ້ອຍ ມີຄວາມສຸກໃຈ ສຸກກາຍຢູ່ ເຖິງຈະໄດ້ເຮັດວຽກ ຫລາຍຊົ່ວໂມງ ເກີນເວລາແດ່ ກໍຕາມ ເພາະໄດ້ຄ່າແຮງງານດີ ແລະກໍບໍ່ໄດ້ຄຶດຫຍັງຫລາຍ ກ່ຽວກັບ ອະນາຄົດຂອງຕົນ ມີແຕ່ວ່າໄດ້ເງິນແລ້ວ ກໍຝາກໃຫ້ແມ່ ທີ່ຢູ່ທາງເມືອງລາວ ຫລາຍກວ່າເຄິ່ງຂອງເງິນເດືອນ ທຸກເດືອນ -ນາງກ່າວ:

"ນ້ອງເກັບເງິນສົ່ງບ້ານຢ່າງດຽວ ບໍ່ໄດ້ມີແບບອະນາຄົດ ອີ່ຫຍັງບໍ່ໄດ້ຄິດ. ກະແລ້ວແຕ່ບາງເດືອນກະ 7 ພັນ ບາງເດືອນກະ 8 ພັນ, ທີ່ ເຫຼືອກະໄວ້ຈ່າຍສ່ວນໂຕ. ເຮົາບໍ່ໄດ້ກິນນໍາເຂົາ ແບບຂະເຈົ້າສິໃຫ້ເງິນເຮົາ ໄປຊື້ກິນເອງ ບໍ່ໄດ້ເຮັດ ຂະເຈົ້າກະ ອອກໄປກິນທາງນອກຄືກັນ. ແປວ່າຂະເຈົ້າສິໃຫ້ເງິນເຮົາ ໃນແຕ່ລະວັນ ລະເຮົາຢາກກິນຫຍັງ ເຮົາສິຊື້ກິນໂລດ."

ປັດຈຸບັນຄົນງານລາວທີ່ເຮັດວຽກງານຢູ່ໄທ ຕາມຂໍ້ມູນລ່າສຸດ ຂອງອົງການສາກົລ IOM ແລ້ວແມ່ນວ່າມີເກືອບຮອດ 5 ແສນຄົນ ຊຶ່ງໃນ ຈໍານວນນັ້ນ ກໍມີຮວມທັງ ຄົນງານລາວທີ່ໃຫ້ນາມສົມມຸດວ່າ, ທີ. ທີ ທີ່ຄືກັນກັບຄົນລາວຄົນອື່ນໆ ທີ່ເຂົ້າມາເຮັດວຽກ ຢູ່ໄທໂດຍຫວັງທີ່ ຈະມີເງິນ ພໍທີ່ຈະສົ່ງໃຫ້ພໍ່ແມ່ ທີ່ຢູ່ທາງເມືອງລາວ ທີ່ມີໂອກາດເຮັດໄດ້.

ໃນການໂອ້ລົມກັນທາງໂທຣະສັບ ທີ ເວົ້າແບບມີຄວາມພໍໃຈ ວ່າໄດ້ມາເຮັດວຽກເປັນຄົນງານ ຮັບຈ້າງຂາຍໝູຢູ່ຕລາດ ທີ່ແຂວງປະທຸມທານີ ມາໄດ້ 3 ປີແລ້ວ ໂດຍໄດ້ຄ່າແຮງງານເດືອນລະ 20 ພັນ ປາຍບາດ ຊຶ່ງນາຍຈ້າງຈະຄິດໄລ່ ໃຫ້ເປັນວັນ ວັນລະ 800-900 ບາດ ເຮັດວຽກກັບໝູ່ ຄົນລາວອີກຜູ້ນຶ່ງ. ເວລາເຈັບເປັນນາຍຈ້າງ ຊຶ່ງເປັນຄົນໄທ ກໍຮັບຜິດຊອບຄ່າໃຊ້ຈ່າຍ ທຸກຢ່າງ -ທີ ວ່າ:

"ເຂົາຈ້າງເປັນວັນ ວັນລະ 800-900 ມາເປັນແຮງງານຮັບຈ້າງ ຂາຍໝູ 3 ປີລະ. ມີສວັດດີການ ຂະເຈົ້າຮັບຜິດຊອບ ເວລາເຮົາເຈັບເປັນ ເຈັບຫົວໄປຫາໝໍ ເຂົາຈ່າຍ."

ເຣື່ອງການຢູ່ການກິນ ແມ່ນຕົນເອງຮັບຜິດຊອບທັງໝົດ. ການຢູ່ກໍເຊົ່າຫ້ອງພັກຢູ່ກັບໝູ່ຄົນລາວ ດ້ວຍກັນ. ເຣື່ອງກິນກໍຊື້ກິນໃຜກິນມັນ, ບາງເທື່ອກໍມີໂອກາດໄດ້ຮ່ວມພາເຂົ້ານໍາກັນ ແຕ່ໂອກາດແບບນັ້ນ ແມ່ນມີໜ້ອຍເຕັມທີ ເພາະຕົນເຮັດວຽກແຕ່ 7 ໂມງແລງຫາ 7 ໂມງເຊົ້າ ທຸກມື້.

ເຖິງຈະຢູ່ໃນສະພາບແນວນັ້ນ ແຕ່ ທີ ກໍບອກວ່າມີຄວາມສຸກໃຈສຸກກາຍຢູ່ ຍ້ອນບໍ່ມີລູກມີເມັຽ ມີແຕ່ຫາເງິນສົ່ງໃຫ້ແມ່ ທີ່ຢູ່ທາງເມືອງລາວ ທຸກເດືອນເດືອນລະ 15 ພັນບາດ:

"ຄຸ້ມຢູ່ ສົ່ງເງິນເມືອບ້ານໃຫ້ແມ່ ເດືອນລະ 15 ພັນບາດ. ຢູ່ບ້ານບໍ່ມີຄົນຫານໍ໊. ຂາຍໝູມາໄດ້ 3 ປີແລ້ວ ຄືຂາຍໝູກາງຄືນ ບໍ່ແມ່ນຕອນເຊົ້າ ສົ່ງຕາມຮ້ານ ຕັດເປັນຊິ້ນສ່ວນ ເຮັດຢູ່ຮ້ານໃນຕລາດ ປະທຸມທານີ."

ເມື່ອເວົ້າເຖິງນາຍຈ້າງ ຊຶ່ງເປັນຄົນໄທວ່າເຮັດດີນໍາ ຫລືບໍ່ນັ້ນ ທີກໍບອກວ່າເພິ່ນເປັນຄົນດີ ບໍ່ໄດ້ຍິນຄໍາຮ້າຍຄໍາດ່າ ຕົນແລະໝູ່ບໍ່ເຄີຍຖືກກົດຂີ່ ຖືກເອົາປຽບຈັກເທື່ອ. ແລະໃນຕອນທ້າຍ ຂອງການໂອ້ລົມ ທີ ສລຸບສູ່ຟັງແບບສັ້ນໆ ໂດຍສົມທຽບໃສ່ກັບການ ເຮັດວຽກຢູ່ລາວ ວ່າສໍາລັບ ຕົນເອງແລ້ວ ແມ່ນດີກ່ວາຢູ່ລາວ ເຖິງແມ່ນຢູ່ໄທຈະໄດ້ເຮັດວຽກ ຫລາຍຊົ່ວໂມງຕລອດ 7 ມື້ - ມື້ນຶ່ງ 12 ຊົ່ວໂມງ ໂດຍບໍ່ມີມື້ພັກເລີຍ ຍົກເວັ້ນຍາມບຸນປີໃໝ່ ແລະກໍບໍ່ເມື່ອຍປານໃດ ບໍສູ້ໃຫວຢູ່ ຍ້ອນໄດ້ເງິນເດືອນດີ:

"7 ມື້ເຮົາບໍ່ໄດ້ຢຸດເລີຍ ຢຸດຊ່ວງເທສການປີໃໝ່່ ເຮົາຮັບໄດ້ ກໍ ok ຢູ່ກະພໍເຮັດຢູ່ ບໍ່ພໍເມື່ອຍປານໃດ."

ຢ່າງໃດກໍຕາມ ເຣື່ອງຄົນງານດ້າວ ຄືລາວ ເຮັດວຽກເກີນ 8 ຊົ່ວໂມງ ແລະບໍ່ມີມື້ພັກອາທິດ ລະຢ່າງໜ້ອຍ 1 ມື້ນັ້ນ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກະຊວງແຮງງານໄທ ຂແນງທີ່ປຶກສາບັນຫາແຮງງານ ແລ້ວແມ່ນວ່າ ນັ້ນຖືເປັນເຣື່ອງຜິດກົດໝາຍແຮງງານໄທ. ແຕ່ຄົນງານ ຕ່າງດ້າວ ກ່ອນຈະສາມາດ ຮ້ອງຮຽນໄປຍັງກົມ ສວັດດີການແລະຄຸ້ມຄອງ ແຮງງານໄທ ໄດ້ກໍຕໍ່ເມື່ອ ຄົນງານຜູ້ນັ້ນ ໄດ້ເຂົ້າມາເຮັດວຽກ ຜ່ານບໍຣິສັດ ຢ່າງຖືກຕ້ອງຕາມກົດໝາຍ ແລະເຮັດສັນຍາກັບນາຍຈ້າງ ເປັນລາຍລັກອັກສອນ ມີຄົນກາງຫລືຄົນທີ 3 ເຊັນຮັບຮອງນໍາ ບໍ່ແມ່ນເວົ້າກັນ ປາກເປົ່າຣະຫວ່າງ ນາຍຈ້າງກັບຄົນງານ ຄືດັ່ງກໍຣະນີຄົນງານລາວ 2 ຄົນ ທີ່ເວົ້າມາຂ້າງເທິງ.

ຄົນງານລາວທັງສອງ ຄື ນ້ອຍ ແລະທີ ບໍ່ມີບັດສີຊົມພູ ຫລືບັດສີບົວ ກ່ອນເຂົ້າມາເຮັດວຽກໄດ້ຕົກລົງກັບນາຍຈ້າງ ແບບປາກເປົ່າ ແຕ່ລະເດືອນຕ້ອງໄດ້ ໄປຕໍ່ ວີຊາ ທີ່ກັມພູຊາ.