ເປັນຄຣູອາສາຫຼາຍປີ ບໍ່ມີ ໂອກາດ ເປັນຣັຖກອນ

ຈໍາປາທອງ
2019.07.10
ໂຮງຮຽນ ບ້ານພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ
RFA/ແສງແກ້ວ ຈັນຄໍາຟອງ

ຄຣູອາສາສມັກຢູ່ທົ່ວ ສປປລາວ ບໍ່ໄດ້ຄ່າແຮງງານ ຄືບໍ່ໄດ້ເງິນເດືອນ ແລະບໍ່ມີສະຫວັດດິການໃດໆ ເຖິງແມ່ນຈະມີກົດໝາຍຮອງຮັບ ກ່ຽວກັບຜູ້ໃຊ້ແຮງງານ ຕ້ອງໄດ້ກຳນົດເງິນເດືອນໃຫ້ຜູ້ອອກແຮງງານ ດັ່ງທີ່ກົດໝາຍວ່າດ້ວຍແຮງງານ ມາດຕຣາ 24 ຣະບຸເອົາໄວ້ວ່າ ຜູ້ໃຊ້ແຮງງານຕ້ອງກໍານົດເງິນເດືອນ ຫຼືຄ່າແຮງ ງານຕາມລະດັບສີມືແຮງງານຂອງຜູ້ອອກແຮງງານ ຄືແນວນັ້ນກໍຕາມ ແຕ່ທາງການລາວ ກໍຍັງບໍ່ປະຕິບັດໄດ້ ແລະຄຣູອາສາສມັກຈຳນວນ 10 ພັນປາຍຄົນໃນປັດຈຸບັນ ທີ່ທາງຣັຖບານລາວ ບໍ່ສາມາດແກ້ໄຂໃຫ້ເຂົ້າເປັນຣັຖກອນ ໄດ້ນັ້ນ ກໍເປັນບັນຫາໃຫຍ່ ແລະຫຍຸ້ງຍາກມານານຫລາຍປີ.

ຫລືອາດເປັນຍ້ອນຄືແນວນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຈຶ່ງໄດ້ກ່າວຢູ່ໃນກອງປະຊຸມເທື່ອທີ 7 ຂອງສະພາແຫ່ງຊາດຊຸດ ທີ 8 ທີ່ຫ່ກໍຜ່ານມານີ້ໂດຍສັ່ງຫ້າມເດັດຂາດ ບໍ່ໃຫ້ຮັບເອົາພະນັກງານສັນຍາຈ້າງ ແລະອາສາສມັກໃນຂແນງການ ຕ່າງໆຂອງຣັຖ ເຂົ້າມາອີກ ເພາະຈໍານວນທີ່ມີຢູ່ໃນປັດຈຸບັນ ຍັງບໍ່ສາມາດແກ້ໄຂໄດ້ໝົດ  -ຕາມຂ່າວມ່ວນສະໜຸກຂອງລາວ ຣາຍງານໃນມື້ວັນທີ  20 ມິຖຸນາຜ່ານມາ.

ເວົ້າສະເພາະຄຣູອາສາສມັກ ຕາມການສໍາຣວດຣັຖກອນຄຣູ ແລະພະນັກງານບໍຣິຫານທົ່ວປະເທດເມື່ອປີກາຍ - ມີຄຣູອາສາສມັກ 10 ພັນປາຍຄົນ ຂະນະທີ່ໃນປີນີ້ ຢູ່ອຸດົມໄຊແຂວງດຽວກໍມີຄຣູອາສາສມັກ ທີ່ຍັງບໍ່ທັນໄດ້ເຂົ້າເປັນຣັຖກອນ 850 ຄົນ, ຢູ່ແຂວງສາລະວັນ ກໍມີເຖິງ 1 ພັນປາຍຄົນ.

ເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ກ່າວໃນຣະຫວ່າງທີ່ມີການຈັດສັນໂຄຕາພະນັກງານຣັຖນັ້ນວ່າ ໄດ້ມີການສໍາຣວດໂຮງຮຽນ 12 ພັນແຫ່ງທົ່ວປະ ເທດໃນປີທີ່ແລ້ວແລະພົບວ່າ ຍັງມີຄວາມຕ້ອງການຄຣູອີກ 19 ພັນຄົນ ຊຶ່ງໃນນັ້ນ ຮວມທັງຄຣູ ອາສາສມັກ, ຄຣູໂຄງການ ແລະ ຄຣູສຶກສາພິເສດ ແຕ່ໂຄຕາທີ່ທາງກະຊວງໄດ້ຮັບໃນປີນີ້ມີພຽງ 936 ຄົນ ໃນຈໍານວນໂຄຕາຣັຖກອນທັງໝົດຂອງ ຣັຖບານ 1,500 ຄົນ ທີ່ສະພາແຫ່ງຊາດອະນຸມັດໃຫ້.

ເມື່ອເວົ້າເຖິງການຮັບອາສາສມັກ ແລະສັນຍາຈ້າງຢູ່ ສປປລາວ ປັດຈຸບັນ ທ່ານ ບຸນຕົ້ນ ຈັນທະພອນ ສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ ກ່າວໃນກອງເທື່ອທີ 7 ຂອງສະພາແຫ່ງຊາດວ່າ ມີຫລາຍພັນຄົນ ທີ່ຄອງຄອຍເຂົ້າເປັນຣັຖກອນ.

"ຍັງຫລາຍພັນຄົນອັນຮັບສັນຍາຈ້າງແດ່ ຮັບເອົາອາສາສມັກແດ່ຫັ້ນ ຮັບໄປຫັ້ນເຂົາເຈົ້າກະມີຄວາມຫວັງວ່າ ຈະໄດ້ເຂົ້າເປັນຣັຖກອນ ໃຫ້ໄດ້ ແຕ່ວ່າຕົວເລກອອກມາ ເປັນແນວນີ້ເບິດ ທົ່ວປະເທດຂອງໄທເຮົາປີນີ້ ໄດ້ພັນກັບຫ້າຮ້ອຍຄົນ ມາແບ່ງໃຫ້ນີ້ ແຂວງນຶ່ງໄດ້ ໄດ້ທໍ່ໃດ 5-6 ຄົນ ແລະ ຄົນຫັ້ນຍັງ 700-800 ກໍມີ ຄັນເຮົາເຮັດແນວນີ້ຫັ້ນ ສິສ້າງຄວາມຫຍຸ້ງຍາກ ໃຫ້ໄທເຮົາໃດ໋ ອັນທີນຶ່ງອັນຫຍຸ້ງຍາກນີ້ ຜູ້ເຂົາເຈົ້າມາ ເຮັດວຽກນຳເຮົາຫັ້ນ ກະລໍຄອຍວ່າມື້ໃດ ເພິ່ນຈະປ່ອຍອັນນັ້ນອັນນີ້ ເພິ່ນຈະເອົາໂຄຕາ ມາໃຫ້ເຮົາພໍໄດ້ເຂົ້າ ເປັນຣັຖກອນ ນຳໝູ່ ອັນນັ້ນຫັ້ນ ກໍຄອຍຢູ່ແລ້ວ ສຸດທ້າຍມາແລ້ວ ກະອາຍຸເກີນ 35 ກະເບິດໂອກາດ."

ສໍາລັບແຂວງສາລະວັນ ເມື່ອປີກາຍຕ້ອງການໂຄຕາຄຣູ 400 ປາຍຄົນ ແລະໃນປີນີ້ຕ້ອງການ 300 ປາຍຄົນເພື່ອຮັບເອົາຄຣູອາສາສມັກ ທັງໝົດ ເຂົ້າເປັນຣັຖກອນ ແຕ່ຣັຖບານສນອງໃຫ້ພຽງ 107 ຄົນ ເຮັດໃຫ້ທາງແຂວງ ບໍ່ສາມາດຮັບ ເອົາຄຣູ ທີ່ຮຽນຈົບໃໝ່ ຊຶ່ງມາຂໍເຂົ້າ ເປັນຄຣູອາສາສມັກຕື່ມອີກ 1 ພັນປາຍຄົນໄດ້.

ແຕ່ສໍາລັບຢູ່ແຂວງຫົວພັນ ທີ່ຕ້ອງການຄຣູສອນຕື່ມອີກ 130 ຄົນນັ້ນ ນັກສຶກສາທີ່ຮຽນຈົບປະຣິນຍາຕຣີ ວິຊາຄຣູ ຢູ່ຕ່າງແຂວງຫລາຍຄົນ ບໍ່ກັບຄືນມາສອນ ຢູ່ແຂວງຂອງຕົນ ຍ້ອນໂຄຕາຄຣູມີໜ້ອຍ, ຫາກກັບຄືນມາກໍຕ້ອງໄດ້ເປັນຄຣູອາສາສມັກ ບໍ່ມີເງິນເດືອນ ແລະຕ້ອງໄດ້ລໍຖ້າ ໂຄຕາຄຣູດົນນານ ກ່ອນຈະໄດ້ຖືກບັນຈຸເຂົ້າເປັນຣັຖກອນ.

ເມື່ອເປັນຄືແນວນັ້ນ ຈຶ່ງເຮັດໃຫ້ນັກສຶກສາ ທີ່ຮຽນຈົບຄຣູມາ ແລະຄຣູອາສາ ສມັກຈຳນວນບໍ່ໜ້ອຍໃນທົ່ວປະເທດ ຈຶ່ງບໍ່ເປັນຄຣູ ແລະຊອກ ຫາວຽກໃໝ່ເຮັດ ພໍກຸ້ມຢູ່ກຸ້ມກິນ ຮວມທັງພຍາຍາມຫາວິທີທາງ ໄປອອກແຮງງານ ຢູ່ຕ່າງປະເທດນຳດ້ວຍ, ເຊັ່ນ ຕົວຢ່າງ ຊາຍໜຸ່ມລາວ ຈໍານວນນຶ່ງ ພາກັນຮຽນພາສາເກົາຫລີ ແລ້ວໄປເຮັດວຽກຢູ່ເກົາຫຼີໃຕ້ ທີ່ມີຣາຍໄດ້ດີກວ່າຢູ່ລາວ ດັ່ງອາດີດຄຣູອາສາສມັກ ຈາກແຂວງ ໄຊຍະບູລີ ຜູ້ມີໂອກາດໄດ້ໄປເປັນຊ່າງເຮັດປະຕູຢູ່ເກົາຫລີໃຕ້ ໃຫ້ສຳພາດ ວິທຍຸເອເຊັຍເສຣີ ໃນວັນທີ 4 ມິຖຸນາ ຜ່ານມາວ່າຕ້ອງຕັດສິນໃຈ ລາອອກຈາກການເປັນຄຣູອາສາສມັກດ້ວຍຄວາມຈຳໃຈ ເຖິງແມ່ນຄວາມຫວັງຂອງຕົນຢາກເຂົ້າເປັນຣັຖກອນກໍຕາມ:

"ກ່ອນທີ່ນ້ອງຈະມາທຳງານ ຢູ່ເກົາຫລີນີ້ເຮັດອາຊີບກ່ຽວກັບ ຄຣູອາສາສມັກ ເປັນຄຣູສອນອາສາສມັກກໍຄືວ່າບໍ່ມີເງິນທີ່ວ່າ ພັກ-ຣັຖ ເອົາໃຫ້ນໍ ມີແຕ່ວ່າໂຮງຮຽນເຂົາເຈົ້າເກັບນຳນັກຮຽນ ຜູ້ລະເລັກລະໜ້ອຍ ແລ້ວເປັນເງິນເດືອນໃຫ້ກັບຄຣູ ອາສາສມັກ ຜ່ານມາກະເປັນເວລາ ສາມປີນໍ ຄ່ານ້ຳມັນຣົດ ຄ່າຊ້ຈ່າຍຕ່າງໆກະຖືວ່າບໍ່ມີ ກະເລີຍວ່າຕັດສິນໃຈອອກ."

ແລະຢູ່ເມືອງຮຸນ ແຂວງອຸດົມໄຊ ທີ່ມີຄຣູອາສາມັກ 137 ຄົນ ກໍໄດ້ຖືກຮັບເຂົ້າ ເປັນຣັຖກອນພຽງ 5 ຄົນ ພາຍຫລັງທີ່ສອນມາໄດ້ 5 ປີ ຕາມກຳນົດ ແລະຜ່ານການສອບເສັງໄດ້ -ຕາມຄຳເວົ້າຂອງຄຣູອາສາສອນວິຊາທຳມະສາດ ຊັ້ນ ມ. 5 ແລະ ມ. 6 ທີ່ຫາກໍສອນມາໄດ້ 4 ປີ ຢູ່ໂຮງຮຽນມັທຍົມສົມບູນ ເມືອງຮຸນ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິຖຸນານີ້:

"ອາຈານກໍສອນໄດ້ ພໍປີນີ້ປີທີສີ່ ແຕ່ວ່າບໍ່ມີ ບໍ່ໄດ້ສອບເສັງເຂົ້າເປັນຣັຖກອນເທື່ອ ເພາະວ່າປີນີ້ເຂົາເຈົ້າເອົາຫ້າປີໄປເສັງກ່ອນ ຄິດວ່າເອີ ທາງຂັ້ນເທິງເພິ່ນລະບຸມາ ວ່າ ບໍ່ເອົາສີ່ປີ ເອົາຫ້າປີໄປເສັງ ເຮົາກະບໍ່ຊ່າງສິເວົ້າຫຍັງນໍ."

ນາງກ່າວຕື່ມອີກວ່າ ມັນມີບັນຫາເຣຶ່ອງຄຣູອາສາສມັກ ມີວິຊາສະເພາະບໍ່ກົງກັບຄວາມຕ້ອງການ ທີ່ທາງໂຮງຮຽນຢາກໄດ້ ເຊັ່ນຕົວຢ່າງປີນີ້ ຕ້ອງການຄຣູທຳມະສາດ ແຕ່ປີໜ້າມາຊ້ຳພັດ ຕ້ອງການຄຣູຟີຊິກ ແຕ່ເຖິງຢ່າງໃດ ເມື່ອສອນຄົບຫ້າປີ ແລ້ວ ກໍຢາກໃຫ້ເພິ່ນຄົ້ນຄວ້າ ເຣຶ່ອງການເສັງເຂົ້າເປັນຣັຖກອນ ໃຫ້ ດັ່ງທີ່ນາງກ່າວວ່າ:

"ຕອນທີ່ເພິ່ນຮັບເອົາເຮົາເຂົ້າມາຫັ້ນໜາ ເພິ່ນກະວ່າຕ້ອງການຄຣູສາຍນີ້ສາຍນີ້ນໍ ແຕ່ວ່າຖ້າວ່າຕ້ອງການຄຣູສາຍ ຕົວຢ່າງ ເຂົ້າມານີ້ສາຍ ທັມສາດ ຕ້ອງການຢູ່ ເຂົ້າມາແລ້ວບາດນີ້ລະບຸວ່າປີໜ້າພັດຂາດຟີຊິກ ແລ້ວພັດເອົາຄຣູຟີຊິກໄປແລ້ວທັມສາດເຮົາ ຖືວ່າ ບໍ່ມີຜົນຫຍັງເລີຍ ຫັ້ນໜາ ກະນ້ອຍໃຈໃດ໋ ກໍະຢາກໃຫ້ເພິ່ນຫັ້ນປັບປຸງຄືນ ຕົວຢ່າງວ່າດຽວນີ້ເຮົາ ກໍສີ່ປີແລ້ວ ປີໜ້າກໍຫ້າປີ ຄົ້ນຄວ້າເບິ່ງໃຫ້ແດ່."


ນາງຄຣູອາສາສມັກ ກ່າວຕື່ມອີກວ່າ ຍ້ອນຄຣູອາສາສມັກ ບໍ່ໄດ້ຮັບຄ່າແຮງງານ ດັ່ງນັ້ນທຸກມື້ນີ້ ຕົນຈຶ່ງຕ້ອງໄດ້ຂໍເງິນພໍ່ແມ່ ໃສ່ນໍ້າມັນຣົດ ທຽວສອນ ໄລຍະທາງ 3 ກິໂລແມັຕ ມື້ນຶ່ງ 4 ຖ້ຽວ.

ເມື່ອເປັນຄືແນວນັ້ນນາງຈຶ່ງຕ້ອງໄດ້ຂາຍຂນົມ ພໍມີຣາຍໄດ້ໃນທຸກວັນພັກ ວັນເສົາ-ວັນອາທິດ ຫາກບໍ່ເປັນຄຣູອາສາສມັກ ກໍບໍ່ຮູ້ວ່າຈະເຮັດ ອີ່ຫຍັງ, ຈະໄປເຮັດເສີມສວຍ ນັກຮຽນຈົບມັທຍົມ 7 ກໍໄປເຮັດກ່ອນແລ້ວ. ດັ່ງນັ້ນນາງຈຶ່ງຂໍໃຫ້ຣັຖບານ ຄົ້ນຄວ້າ ບັນຫານີ້ຕື່ມ ແລະຂໍໃຫ້ ໂຄຕ້າຄຣູທົ່ວແຂວງນີ້ຕື່ມ ໃຫ້ໄດ້ເຄິ່ງນຶ່ງ ຈົ່ງໄວ້ເຄິ່ງນຶ່ງກໍຍັງດີ.

ອີກຢ່າງນຶ່ງ ຄຣູອາສາສມັກ ຜູ້ເຮັດວຽກມາຫຼາຍປີ ແຕ່ຍັງບໍ່ທັນໄດ້ເປັນຣັຖກອນນັ້ນ ກໍຍ້ອນວ່າ ໂຄຕາຮັບເອົາຣັຖກອນໃໝ່ທຸກຂແນງການ ໃນທົ່ວປະເທດ ປີ 2019 ນີ້ ຫລຸດລົງເຄິ່ງນຶ່ງ ຈາກປີກາຍທີ່ມີຈຳນວນ 3,000 ຄົນ ແລະໄດ້ແບ່ງໃຫ້ຂແນງສຶກສາ 1,800 ຄົນ ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງອຸດົມໄຊ ກ່າວວ່າ:

"ຈະເປັນເບື້ອງຂັ້ນເທິງຫັ້ນແຫລະ ເພາະວ່າຂັ້ນເທິງອີງໃສ່ໂຄຕາຣັຖກອນ ແລ້ວເຂົາເຈົ້າໄປຕັດທອນລົງ ຈາກ 3,000 ຍັງເຫລືອ 1,500 ຈັ່ງຊີ້ໜ່າ ກໍຄືຢູ່ທາງເມືອງຮຸນ ອາຈານນໍ ປີກາຍໄດ້ 15 ທຶນໂຄຕານໍ ປີນີ້ໄດ້ແຕ່ 5 ທຶນຈັ່ງຊີ້ໜາ."

ນອກຈາກນັ້ນ ທ່ານຍັງກ່າວອີກວ່າ ຕໍ່ບັນຫາດັ່ງກ່າວ ຕົນກັງວົນວ່າຈະເຮັດໃຫ້ຄຣູອາສາສມັກ ປະລະໂຮງຮຽນໄປເຮັດວຽກອື່ນ ທີ່ມີຣາຍໄດ້ ຍ້ອນບໍ່ໄດ້ຮັບເງິນເດືອນຈັກກີບ ຍ້ອນຣັຖບານມີບົດບັນທຶກສັນຍາເອົາໄວ້ວ່າ “ບໍ່ໃຫ້ຄຣູອາສາ ສມັກຄົນໃດ ຮຽກຮ້ອງຄ່າຕອບແທນໃດໆ ຈົນກວ່າໄດ້ເປັນຣັຖກອນ”. ພ້ອມກັນນັ້ນ ທ່ານກໍຢ້ານວ່າຈະເຮັດໃຫ້ຄຣູເຫລືອບໍ່ພໍ.

ປັດຈຸບັນ ໂຮງຮຽນມັທຍົມສົມບູນເມືອງຮຸນ ຍັງຕ້ອງການຄຣູຕື່ມອີກ  12 ຄົນ ແຕ່ກະຊວງສຶກສາທິການແລະກິລາ ໄດ້ເວົ້າໃນມື້ວັນທີ 20 ມິຖຸນາທີ່ຜ່ານມານີ້ວ່າ ສນອງຄຣູໃຫ້ຕື່ມອີກບໍ່ໄດ້ ຍ້ອນຄຣູອາສາສມັກ 132 ຄົນຢູ່ເມືອງຮຸນ ຍັງບໍ່ຖືກບັນຈຸ ເຂົ້າເປັນ ຣັຖກອນ ໃນຂນະທີ່ ຍານາງ ສົມຈັນ ຈິດວົງເດືອນ ສະມາ ຊິກ ສະພາແຫ່ງຊາດ ເຂດ 4 ແຂວງອຸດົມໄຊ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ຜ່ານມາວ່າ ປີນີ້ທົ່ວແຂວງອຸດົມໄຊ ມີຄຣູອາສາສມັກ 850 ຄົນ,  ຍານາງຮຽກຮ້ອງໃຫ້ຣັຖບານ ຫາວິທີຊ່ອຍເຫຼືອພວກເຂົາເຈົ້າ.

ແລະໃນມື້ວັນທີ 26 ມິຖຸນາຜ່ານມາ ກໍມີຂ່າວກ່ຽວກັບມາດຕະການແກ້ໄຂຄຣູອາສາສມັກອອກມາວ່າ ໃຫ້ສ້າງຄູ່ມືແນະນຳກ່ຽວກັບການ ຄຸ້ມຄອງ ນຳໃຊ້ຄຣູອາສາສມັກ ທີ່ມີຢູ່ໃນປັດຈຸບັນ. ສຳລັບຜູ້ທີ່ບໍ່ສາມາດສອບເສັງບັນຈຸຄຣູໄດ້ ຖ້າຫາກເປັນຄຣູ ທີ່ສອນດີ, ມີຄວາມປະພຶດດີ ແລະເປັນທີ່ຕ້ອງການຂອງໂຮງຮຽນຈະໄດ້ ເຮັດເປັນບັນຊີບຸລິມະສິດທີ 1 ເພື່ອຊັບຊ້ອນບັນຈຸໃນຕໍ່ໜ້າ. ແຕ່ກ່ອນທີ່ຄຣູອາສາສມັກ ຈະໄດ້ເຂົ້າ ເປັນຣັຖກອນ ຕ້ອງໄດ້ຜ່ານການສອບເສັງ.

ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີກະຊວງສຶກສາທິການ ແລະກິລາ ກ່າວວ່າ ປັດຈຸບັນ ມີຄຣູອາສາສມັກທັງໝົດ ປະມານ 12 ພັນຄົນ ແລະມີແຜນແກ້ໄຂ ທີ່ຈະເຮັດເປັນ 3 ບັນຊີ: ບັນຊີທີ 1 ແມ່ນຄຣູວິຊາທີ່ຂາດບໍ່ໄດ້ ບໍ່ພຽງພໍແທ້ໆ ຫລື ໂຮງຮຽນຕ້ອງການແທ້ໆ, ບັນຊີ 2 ແມ່ນອາສາສມັກໜຸ່ມນ້ອຍ ແຕ່ວິຊາທີ່ສອນນັ້ນພໍມີຜູ້ສອນຢູ່ ແລະບັນຊີທີ 3 ເປັນວິຊາທີ່ໂຮງຮຽນບໍ່ຕ້ອງການຄຣູປານໃດ, ມີຄຣູສອນພໍແລ້ວ, ສເນີໃຫ້ເຂົາເຈົ້າສມັກໃຈໃນການໄປຮຽນວິຊາຊີບອື່ນ ເມື່ອຮຽນຈົບແລ້ວ ກໍໄປປະກອບອາຊີບອື່ນ ຊຶ່ງປັດຈຸບັນຢູ່ໃນ ຣະຍະກະກຽມປະຕິບັດ ຢູ່ 40 ເມືອງ ທີ່ມີຄຣູອາສາສມັກຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.