ຣັຖກອນຜິດວິນັຍຍັງ ລອຍນວນ

ຈໍາປາທອງ
2020.11.11
F-Bounthong-Chitmany ໃນມື້ວັນທີ 27 ຕຸລາ 20, ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາ ຣັຖບານ ໄດ້ຣາຍງານຜົລການກວດກາ ຕາມຜົລການກວດສອບ ໃນປີ 2018 ກ່ຽວກັບເຣື່ອງການ ໃຫ້ເຊົ່າ-ສັມປະທານ ດິນຣັຖ ທີ່ຍັງບໍ່ທັນໄດ້ເຮັດ ສັນຍາຢູ່ 4 ແຂວງ.
ພາບຈາກ: ໂທຣະທັສແຫ່ງຊາດລາວ

ການລະເມີດຣະບຽບກົດໝາຍ ຢູ່ ສປປລາວ ຍັງມີຫລາຍ. ທ່ານ ບຸນທອງ ຈິດມະນີ ຫົວໜ້າອົງການກວດກາ ຣັຖບາລ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ເທື່ອລ່າສຸດນີ້ວ່າ ມີເຈົ້າໜ້າທີ່ຄະນະພັກ ແລະ ຄະນະນໍາ ຈໍານວນນຶ່ງ ບໍ່ເອົາໃຈໃສ່ໃນການຕິດຕາມກວດກາໂຄງການ ຕ່າງໆ ທີ່ຣັຖລົງທຶນ ຈົນເກີດມີການຄໍຣັບຊັນຂຶ້ນ. ທ່ານຮຽກຮ້ອງໃຫ້ສະພາແຫ່ງຊາດ ແລະ ອົງການກວດກາຣັຖບາລ ຊອກຫາວິທີແກ້ໄຂ ຢ່າງຮີບດ່ວນ:

“ຄະນະພັກຄະນະນໍາ ອົງການປົກຄອງສ່ວນຫຼາຍ ບໍ່ທັນໄດ້ປະຕິບັດເຂັ້ມງວດ ຕາມຂັ້ນຕອນຕາມຣະບຽບກົດໝາຍ. ຄະນະພັກຄະນະນໍາ ອົງການປົກຄອງຈໍານວນນຶ່ງ ບໍ່ທັນເອົາໃຈໃສ່ແກ້ໄຂ ໂຄງການກວດສອບ ໂຕນີ້ກະຖືກຫັ້ນແລ້ວ ໂຕນີ້ຕ້ອງມີວິທີການແກ້ໄຂ.”

ກ່ຽວກັບເຣື່ອງນີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຖແລງໃນໂອກາດວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ເມື່ອທ້າຍ ເດືອນຕຸລາ ຜ່ານມາ ໂດຍຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທົ່ວປະເທດ ເປັນຫູເປັນຕາ ແລະ ເອົາໃຈໃສ່ກວດກາ ການເຮັດວຽກຂອງຣັຖບາລ ຕາມກົດໝາຍກໍານົດໄວ້ ຢ່າງເຂັ້ມງວດ, ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

"ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ຕ້ອງຄອຍຕິດຕາມ ກວດກາ ບັນດາຫົວໜ່ວຍ ທີ່ນໍາໃຊ້ງົບປະມານ ແລະຊັບສິນຂອງ ຣັຖ ບໍ່ອະນຸຍາດໃຫ້ການຈັດຕັ້ງໃດ ບຸກຄົນໃດ ຢູ່ເໜືອກົດໝາຍຢ່າງ ເດັດຂາດ.”

ຂນະທີ່ປະຊາຊົນລາວ ທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ຄໍາຮຽກຮ້ອງຂອງປະທານປະເທດ ທີ່ວ່ານັ້ນ ຈະບໍ່ເກີດຜົລເປັນຮູບປະທັມ ທີ່ຈະແຈ້ງ ຫາກສະມາຊິກສະພາ ແຫ່ງຊາດ ແລະ ສະພາຂັ້ນແຂວງ ບໍ່ເອົາໃຈໃສ່ຕິດຕາມ ກວດກາຢ່າງເຂັ້ມງວດ. ພ້ອມກັນນັ້ນ ທ່ານກໍຂໍ ໃຫ້ກວດກາ ຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ເກີດຊ່ອງວ່າງ ໃຫ້ ເຈົ້າໜ້າທີ່ຣັຖສວຍໂອກາດ ສໍ້ຣາສບັງຫລວງ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ພຶສຈິກາ ນີ້ວ່າ:

”ຍ້ອນວ່າ ໃນເມື່ອ ວາງຄໍາສັ່ງລົງໄປແລ້ວ ກະຕ້ອງຕິດຕາມວ່າ ໄປຮອດໃສ ເຂົາກະເຮັດໄປຕາມໃຈມັກຂອງເຂົາ ສວຍໃຊ້ສິດໜ້າທີ່ຕໍາແໜ່ງ ຮຽກຮ້ອງໄປແລ້ວ ບໍ່ຕິດຕາມ ຢາກໃຫ້ເພິ່ນນີ໋ເອົາໃຈໃສ່ຕື່ມ ຕິດຕາມ ຢ່າອາສັຍແຕ່ການຣາຍງານ.”

ຂນະທີ່ເຈົ້າໜ້າທີ່ ສະພາທະນາຍຄວາມ ແຫ່ງຊາດລາວ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ພຶສຈິກາ ນີ້ວ່າ ເຣື່ອງການເຮັດຜິດ ຂອງເຈົ້າໜ້າທີ່ຣັຖ ທີ່ຕ້ອງໄດ້ຕິດຕາມກວດກາ ຖືເປັນເຣື່ອງຫຍຸ້ງຍາກ ຫຼາຍສົມຄວນ ໂດຍສະເພາະ ຜູ້ມີອໍານາດ, ເຈົ້າໜ້າທີ່ຣັຖບາງຄົນ ເຮັດຜິດກົດໝາຍແທ້ ແຕ່ບໍ່ຖືກລົງໂທດກໍເຄີຍມີ ຍ້ອນມີເຈົ້າໜ້າທີ່ຣັຖ ບາງຄົນ ຄອຍຊ່ອຍເຫລືອ:

“ມັນເວົ້າກັນບໍ່ໄດ້ນ່າ ມັນມີຫລາຍເຣື່ອງ ເຊັ່ນວ່າ ເຣື່ອງທີ່ມັນເກີດຂຶ້ນແລ້ວ ອາຈຈະເປັນຄະດີແລ້ວ ແລ້ວກະບໍ່ພາໃຫ້ດໍາເນີນການໄປຕາມ ຂັ້ນຕອນ ແລ້ວກະຈຶ່ງບໍ່ໃຫ້ເກີດຄະດີໄດ້ເທື່ອ.”

ແລະ ເຈົ້າໜ້າທີ່ວິຊາການ ສະພາປະຊາຊົນແຂວງຜົ້ງສາລີ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໄລຍະຜ່ານມາ ບໍ່ໄດ້ຕິດຕາມ ກວດກາເຈົ້າໜ້າທີ່ຣັຖປານໃດ ແຕ່ກໍພ້ອມທີ່ຈະເອົາຂໍ້ຮຽກຮ້ອງ ຂອງປະທານປະເທດມາປະຕິບັດ ແລະປັດຈຸບັນ ກໍກຽມກວດກາ ແລະ ສັບຊ້ອນພະນັກງານຕາມຜແນກການ ແລະຫ້ອງການຕ່າງໆ ໃນທົ່ວແຂວງ:

“ຂຶ້ນກັບະພາແຫ່ງຊາດເນາະ ຈະເປັນຜູ້ກວດສອບຫາແຫລ່ງງົບປະມານ ຂອງຣັຖ. ດຽວນີ້ເຮົາກະກໍາລັງສິຕຽມສັບຊ້ອນ ກວດກາພະນັກງານ ພາຍໃນເຮົານີ໋ ເພາະວ່າ ມີການເຄື່ອນຍ້າຍ ຫລັງຈາກກອງປະຊຸມ ໃຫຍ່ຂອງແຂວງ ຫັ້ນ.”

ເວົ້າເຖິງການຣະເມີດຣະບຽບກົດໝາຍ ກໍມີກໍຣະນີນຶ່ງ ທີ່ເກີດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນວັນທີ 25 ຕຸລາ ຜ່ານມາເຈົ້າໜ້າທີ່ຕໍາຣວດ ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ລັດຣົດຊາວບ້ານ ຢູ່ປ້ອມຕໍາຣວດ 4 ແຍກໄຟແດງ ບ້ານຕານມີໄຊ ເມືອງໄຊທານີ, ແລ້ວ ເອົາກຸນແຈໄວ້ ແລະກັກໂຕໄວ້ກັກໂຕຢູ່ປ້ອມຍາມ ຕໍາຣວດ ຢ່າງບໍ່ມີເຫດຜົລ ຕໍາຣວດຮຽກເອົາເງິນນໍາ 2 ແສນກີບ ຈຶ່ງປ່ອຍໂຕໄປ.

ແຕ່ໃນທີ່ສຸດ ພັນໂທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນຕໍາຣວດ ດັ່ງກ່າວ ກໍໄດ້ອອກມາຊີ້ແຈງກ່ຽວກັບ ກໍຣະນີ ທີ່ວ່ານີ້ ແລະຍອມຮັບ ວ່າ ການເຮັດວຽກຂອງຕໍາຣວດ ນັ້ນບໍ່ສອດຄ່ອງກັບ ຫລັກວິຊາ ສະເພາະ, ມີຫາງສຽງວິພາກວິຈານ ແລະ ວ່າຈະລົງວິນັຍຕໍາຣວດ 7 ຄົນ ນັ້ນຢ່າງເຂັ້ມງວດ ຕາມຣະບຽບການ ຍ້ອນມີຂໍ້ບົກພ່ອງແທ້ ດັ່ງທີ່ທ່ານໄດ້ຖແລງ ໃນມື້ວັນທີ 6 ພຶສຈິກາ ນີ້ວ່າ:

“ການປະຕິບັດໜ້າທີ່ ຂອງອ້າຍນ້ອງຕໍາຣວດ ມີຂໍ້ບົກຜ່ອງຢ່າງແທ້ຈິງ ສະແດງອອກເຖິງ ແບບແຜນວິທີເຮັດວຽກ ບໍ່ສອດຄ່ອງກັບຫລັກ ການວິຊາສະເພາະ ມີເຫດການກະບໍ່ຣາຍງານ ຂໍຄໍາເຫັນຈາກການ ຈັດຕັ້ງ ເຮັດໃຫ້ສັງຄົມບໍ່ເຂົ້າໃຈ ແລະ ມີຫາງສຽງວິພາກວິຈານ ຕໍ່ ການປະຕິບັດໜ້າທີ່ ອ້າຍນ້ອງ.”

ເວົ້າເຖິງເຈົ້າໜ້າທີ່ ພັກ-ຣັຖ ທຸຈຣິດ ເມື່ອປີ 2019 ອົງການກວດກາຣັຖບາລ ໄດ້ຣາຍງານວ່າ ມີເຈົ້າໜ້າທີ່ ພັກ-ຣັຖ 970 ຄົນ ທຸຈຣິດ ໃນໂຄງການ ພັທນາຕ່າງໆຂອງຣັຖບາລ ຈໍານວນ 105 ໂຄງການ ເຮັດໃຫ້ ຣັຖເສັຍຫາຍຢ່າງມະຫາສານ ຮວມເປັນເງິນ 846 ຕື້ກີບ, 600,000 ໂດລາ ສະຫະຣັຖ, ເກືອບ 310 ລ້ານບາດ ແລະ 32,000 ຢວນ ຊຶ່ງສ່ວນໃຫຍ່ເປັນໂຄງການພັທນາ ທີ່ຣັຖບາລ ກູ້ຢືມເງິນ ແລະໄດ້ຮັບ ການຊ່ອຍເຫຼືອລ້າ ຈາກຕ່າງປະເທດຈົນຣັຖບາລລາວ ຖືກຕ່າງປະເທດກົດດັນ ໃຫ້ແກ້ໄຂບັນຫາ ທີ່ເກີດຂຶ້ນນັ້ນຢ່າງຮີບດ່ວນ.

ແຕ່ມາເຖິງປັດຈຸບັນນີ ຣັຖບາລລາວກໍຍັງບໍ່ເປີດເຜີຍວ່າ ໄດ້ປະຕິບັດວິນັຍ ແລະລົງໂທດເຈົ້າໜ້າທີ່ພັກ-ຣັຖ ຜູ້ກະທໍາຜິດນັ້ນແນວໃດ ແລະ ລົງໂທດໄປແລ້ວ ຈັກຄົນກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.