ເງິນເດືອນຣັຖກອນຍັງຊ້າ ຕາມເຄີຍ
2018.10.12
ຣັຖບານລາວ ກຳນົດເວລາຈ່າຍເງິນເດືອນ ໃຫ້ພະນັກງານ-ຣັຖກອນ ແຕ່ລະເດືອນ ບໍ່ໃຫ້ກາຍວັນທີ 25 ຂອງທຸກໆເດືອນ, ຕາມແຈ້ງການ ຂອງກະຊວງການເງິນ ເນື່ອງຈາກວ່າ ໃນຣະຍະທີ່ຜ່ານມາ ການເບີກຈ່າຍເງິນເດືອນ ແຕ່ລະເດືອນນັັ້ນ ຍັງຊັກຊ້າ. ບາງຣະຍະຕ້ອງລໍຖ້າ ຮອດ 3 ເດືອນ ຈຶ່ງໄດ້, ເຮັດໃຫ້ການຄອງຊີບ ຂອງພະນັກງານ- ຣັຖກອນ ຫຍຸ້ງຍາກລໍາບາກ, ດັ່ງ ພະນັກງານທ່ານນຶ່ງ ຢູ່ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 11 ຕຸລານີ້ວ່າ:
“ກະຖືວ່າເປັນການດີຖ້າເພິ່ນຈ່າຍແຕ່ລະເດືອນ ຜ່ານມານີ້ກະເຫັນວ່າຊັກຊ້າ 2 ເດືອນໄດ້ເທື່ອນຶ່ງ ຄັນໄດ້ແຕ່ລະເດືອນ ກະຄືຊິບໍ່ມີບັນຫາ ຫຍັງຫລາຍ ກະລອງເບິ່ງວ່າ ເພິ່ນຊິເຮັດໄດ້ບໍ່.”
ຜ່ານມາການເບີກຈ່າຍເງິນເດືອນ ໃຫ້ພະນັກງານ-ຣັຖກອນ ແຕ່ລະແຂວງ ແມ່ນອີງໃສ່ຣາຍຮັບຂອງແຂວງນັ້ນໆ, ຖ້າແຂວງໃດເກັບຣາຍຮັບ ບໍ່ໄດ້ ຕາມເປົ້າໝາຍເດືອນນັ້ນ ແມ່ນທາງສູນກາງຈະໂອນໃຫ້ແຂວງ ເພື່ອເບີກຈ່າຍໃຫ້ທັນເວລາ ແຕ່ບາງແຂວງ ກໍຍັງຊັກຊ້າ, ເຊັ່ນແຂວງ ສະຫວັນນະເຂດ ເງິນເດືອນເກົ້າ ໄດ້ຮັບເດືອນສິບ ດັ່ງເຈົ້າໜ້າທີ່ແຂວງນີ້ ກ່າວວ່າ:
“ແຕ່ວ່າມັນກະກາຍ ເງິນເດືອນ 9 ນີ້ກະຫາກະໄດ້ຫວ່າງ 2-3 ມື້ເງິນເດືອນ 10 ກະມາໄດ້ເດືອນ 11 ຄຳເວົ້າເພິ່ນກະວ່າເປັນເດືອນຫັ້ນແຫຼະ ແຕ່ວ່າມັນບໍ່ໄດ້ຈັກ ມັນເປັນຈັ່ງໃດ ກະບໍ່ຮູ້ສາເຫດ ຢູ່ພີ້ແມ່ນຍັງຄືເກົ່າ ສົມມຸດວ່າຮອດເດືອນ 9 ແລະກະ 20ປາຍ ຫລືວ່າ 10 ປາຍ ນີ້ໄດ້ ເງິນເດືອນ ເພິ່ນເວົ້າ ບາດນີ້ ພັດວ່າເດືອນ 9 ໝົດ ທີ່ 30 ກະຍັງບໍ່ໄດ້ເງິນຢູ່ ເດືອນ 9 ກະຍັງໄດ້ວັນທີ 4 ທີ 5 ເດືອນ 10.”
ເຖິງຢ່າງໃດກໍຕາມ ແຕ່ນີ້ຕໍ່ໄປ ການເບີກຈ່າຍເງິນເດືອນ ໃຫ້ພະນັກງານແລະຣັຖກອນ ທາງການລາວ ກຳນົດບໍ່ໃຫ້ກາຍວັນທີ 25 ຂອງທຸກ ເດືອນ ຈະຕ້ອງໄດ້ຮັບ ແລະຈະຈ່າຍຜ່ານທາງທະນາຄານ ເພື່ອຄວາມສະດວກ.