ເງິນເດືອນຣັຖກອນ ບໍ່ໄດ້ ທັນເວລາ
2019.02.12

ພະນັກງານ-ຣັຖກອນໃນຫລາຍແຂວງຂອງລາວ ເຊັ່ນ; ແຂວງສະຫວັນນະເຂດ ແລະແຂວງຫລວງນ້ຳທາ ຍັງບໍ່ທັນໄດ້ຮັບເງິນເດືອນ ສຳລັບ ເດືອນມົກຣາ ຕາມກຳນົດເວລາທີ່ຣັຖບານຕັ້ງໄວ້ເທື່ອ, ຄືຈະໄດ້ໃນວັນທີ 25 ຂອງແຕ່ລະເດືອນ. ເຈົ້າໜ້າທີ່ຂັ້ນສູງ ຜແນກສາທາຣະນະສຸກ ແຂວງສະຫວັນນະເຂດທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ແລະສຽງ, ຢືນຢັນກັບວິທຍຸເອເຊັຍເສຣີມື້ວານນີ້ວ່າ:
“ພວກເຮົາຍັງບໍ່ທັນໄດ້ຮັບເງິນເດືອນ, ເພາະມັນເປັນທ້າຍປີຫົວປີ, ທາງການເງິນເພິ່ນຍັງເຮັດເອກກະສານເບີກຈ່າຍ ຍັງບໍ່ແລ້ວ. ພະນັກງານ ຣັຖກອນຜແນກອື່ນໆ ໃນແຂວງສະຫວັນນະເຂດ ໄດ້ຮັບເງິນເດືອນສຳລັບ ເດືອນມົກກະຣາ ທີ່ຜ່ານມາ ໝົດແລ້ວ, ນອກຈາກຜແນກສາທາຣະນະສຸກແລະສຶກສາ, ເພາະສອງຜແນກນີ້, ມີພະນັກງານຫລາຍ.”
ກ່ຽວກັບບັນຫາດັ່ງກ່າວ, ນັກຂ່າວວິທຍຸເອເຊັຽເສຣີກໍໄດ້ຕິດຕໍ່ໄປຫາຫ້ອງການການເງິນ, ທີ່ເມືອງຈຳພອນແຂວງສະຫວັນນະເຂດ, ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງກໍຍອມຮັບວ່າ:
"ກະຍອມຮັບວ່າຊັກຊ້າແທ້, ບັນຫາຫລັກໆກະຍ້ອນໄດ້ມີການຄິດໄລ່ເລື່ອງອາຍຸການ, ເພີ່ມຂັ້ນດັຊນີ, ແຕ່ວ່າອັນນີ້ກະແລ້ວໝົດແລ້ວ, ແຕ່ວ່າ ທາງແຂວງຍັງບໍ່ທັນມີງົບປະມານພຽງພໍຫັ້ນໜ່າ.”
ເຈົ້າໜ້າທີ່ເມືອງຈຳພອນທ່ານນີ້ກ່າວເພີ່ມວ່າ, ການໄດ້ຮັບເງິນເດືອນຊ້າ, ສ້າງຄວາມຫຍຸ້ງຍາກຫຼາຍຢ່າງ, ຕໍ່ການດຳລົງຊີວິດປະຈຳວັນຂອງ ພະນັກງານ-ຣັຖກອນຂັ້ນຕ່ຳ; ພວກຂະເຈົ້າຈຳເປັນຕ້ອງໄດ້ກູ້ຢືມເງິນນອກຣະບົບ ເພື່ອໃຊ້ແກ້ໄຂຄອບຄົວ, ໃນຣະຍະທີ່ເງິນເດືອນ ບໍ່ອອກ, ແລະຕ້ອງໄດ້ຈ່າຍດອກເບັ້ຽສູງເຖິງ 5% ຕໍ່ເດືອນ.
ນອກຈາກແຂວງສະຫວັນນະເຂດແລ້ວ, ພະນັກງານ-ຣັຖກອນ ແຂວງຫລວງນ້ຳທາ ກໍຍັງບໍ່ທັນໄດ້ຮັບ ເງິນເດືອນສຳລັບເດືອນ ມົກກະຣາ, ຕາມກຳນົດເວລາເຊັ່ນກັນ, ດັ່ງພະນັກງານແຂວງຫລວງນ້ຳທາ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:
"ເງິນເດືອນ, ເດືອນ 1, ເຂົ້າເດືອນ 2, ກະຍັງບໍ່ໄດ້ເທື່ອນິ, ຊ້າແທ້ຊ້າວ່າຕາຍແທ້ໃດ໋, ແບບນີ້."
ພະນັກງານ-ຣັຖກອນແຂວງບໍ່ແກ້ວ, ກໍຈະໄດ້ຮັບເງິນເດືອນສຳລັບເດືອນມົກຣາ ຊ້າເຫມືອນກັນ.
ເມື່ອເດືອນທັນວາປີກາຍ, ຣັຖບານລາວອອກແຈ້ງການ ໃຫ້ທຸກຂແນງການເບີກຈ່າຍເງິນເດືອນ, ໃຫ້ພະນັກງານ-ຣັຖກອນ ໃນທົ່ວປະເທດ, ບໍ່ໃຫ້ກາຍວັນທີ 25 ຂອງທຸກໆເດືອນ, ເລີ່ມແຕ່ເດືອນມົກຣາ ປີ 2019 ນີ້ເປັນຕົ້ນໄປ; ແຕ່ປະກົດວ່າ ຍັງບໍ່ສາມາດ ປະຕິບັດໄດ້ເທື່ອ.
ການເບີກເງິນເດືອນໃຫ້ພະນັກງານ-ຣັຖກອນຊັກຊ້າ, ເປັນບັນຫາທີ່ມັກເກີດຂຶ້ນເລື້ອຍໆ, ຈົນເຖິງປັດຈຸບັນ, ຣັຖບານກໍຍັງບໍ່ສາມາດແກ້ໄຂໄດ້, ຍ້ອນການເກັບຣາຍຮັບບໍ່ໄດ້ຕາມແຜນການ, ແລະຂາດເຂີນງົບປະມານ.