ຄ່າຊົດເຊີຍດິນ ບໍ່ຄືຕົກລົງໄວ້
2013.02.26
ໂຄງການ ປູກ ຢາງພາລາ ຢູ່ເມືອງນອງ ແຂວງ ສວັນນະເຂດ ອາດຈະຊົດເຊີຍ ທີ່ດິນ ໃຫ້ຊາວບ້ານ ໜ້ອຍກວ່າ ທີ່ໄດ້ ຕົກລົງ ກັນໄວ້.
ເຈົ້າໜ້າທີ່ ກ່ຽວຂ້ອງ ໃນໂຄງການ ປູກຢາງພາລາ ເມືອງນອງ ແຂວງ ສວັນນະເຂດ ເປີດເຜີຍວ່າ ຊາວບ້ານ ທີ່ຈະຕ້ອງໄດ້ ໂຍກຍ້າຍ ຈາກພື້ນທີ່ ຊຶ່ງໂຄງການ ກວມເອົານັ້ນ ອາດຈະໄດ້ ທີ່ດິນ ຊົດເຊີຽ ໜ້ອຽກວ່າ ທີ່ໄດ້ຕົກລົງ ກັນໄວ້, ພາຍຫລັງທີ່ ທາງ ບໍຣິສັດ ເວົ້າວ່າ ຈະລົງສໍາຣວດ ແລະ ປັບປຸງ ສັນຍາ. ທ່ານວ່າ:
"ບ້ານທີ່ເກັບກໍາ ຂໍ້ມູນແລ້ວ ມີ 27 ຫລັງຄາເຮືອນ ຕົງນັ້ນ ລະຍະນັ້ນ ສັນຍານັ້ນ ເຈົ້າເມືອງວ່າ 4 ເຮັກຕາ ແຕ່ວ່າມັນ ບໍ່ໄປຕາມແຜນ ຂອງເຮົາເນາະ ພວກຢູ່ໃໝ່ນີ້ 25 ຄູນ 40 ແລະ ພວກຢູ່ກ່ອນນີ້ ປະມານ 50 ຄູນ 50 ແມັຕ".
ທ່ານເວົ້າຕື່ມວ່າ ບໍຣິສັດ Thai Hua ຈາກ ປະເທດໄທ ຈະເຂົ້າມາປູກ ຢາງພາລາ ໃນເນື້ອທີ່ 1000 ເຮັກຕາ ຢູ່ເມືອງດັ່ງກ່າວ ໂດຍທີ່ ຈະໂຍກຍ້າຍ ປະຊາຊົນ ໄປຢູ່ແຫ່ງໃໝ່. ເບື້ອງຕົ້ນ ສັນຍາວ່າ ຈະມອບທີ່ດິນ ໃຫ້ແຕ່ລະ ຄອບຄົວ ປະມານ ແຕ່ 1 ເຖິງ 4 ເຮັກຕາ. ແຕ່ຕໍ່ມາວ່າ ສໍາລັບ ຜູ້ມາຢູ່ ເຂດນັ້ນ ໃໝ່ ອາດຈະໃຫ້ ທີ່ດິນພຽງ ເນື້ອທີ່ 1000 ແມັດ ມົນທົນ ຫລື 25X40 ແມັດ ແລະ ສໍາລັບ ຜູ້ທີ່ ຢູ່ມາດົນແລ້ວ ຈະໄດ້ຮັບທີ່ດິນ ໃນເນື້ອທີ່ 2,500 ແມັດ ມົນທົນ ຫລື 50X50 ແມັດ ເທົ່ານັ້ນ.
ປັດຈຸບັນ ປະຊາຊົນ ເມືອງນອງ ເລີ່ມມີຄວາມ ວິຕົກກັງວົນ ກ່ຽວກັບ ການຊົດເຊີຍ ຄາມເສັຍຫາຍ ຫລັງຈາກທີ່ ທາງບໍຣິສັດ ແລະ ຣັຖບານລາວ ຍັງບໍ່ມີຄວາມ ແນ່ນອນ ໃນການເຮັດ ສັນຍາ ຍ້ອນປະຊາຊົນ ສ່ວນຫລາຍ ຢ້ານວ່າ ຈະຖືກໃຫ້ ໂຍກຍ້າຍ ອອກຈາກ ທີ່ດິນ ຂອງຕົນ ແລະ ບໍ່ໄດ້ຮັບ ທີ່ດິນ ທໍາກິນ ຕໍ່ໄປ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ ຍັງເວົ້າອີກວ່າ ສໍາລັບ ເມືອງນອງ ນັ້ນ ນອກຈາກ ບໍຣິສັດ Thai Hua ແລ້ວ ຍັງມີ ບໍຣິສັດຈີນ ແລະ ວຽດນາມ ອີກ 2 ບໍຣິສັດ ທີ່ຈະເຂົ້າມາ ສໍາປະທານ ປູກ ຢາງພາລາ ແຕ່ຍັງບໍ່ ສາມາດ ເປີດເຜີຍ ຂໍ້ມູນໄດ້.