ຊາວບ້ານເຂົ້າປ່າຕັດໄມ້ ຍ້ອນຂາດອາຊີພ

ຢູ່ແຂວງ ສວັນນະເຂດ ຈໍາພວກ ຊາວບ້ານ ທີ່ໄດ້ຄ່າເຊົ່າ ຈາກທີ່ດິນ ທີ່ໃຫ້ນັກລົງທຶນ ສໍາປະທານ ໄປນັ້ນ ບໍ່ພໍລ້ຽງ ຄອບຄົວ ຈຶ່ງພາກັນ ເຂົ້າປ່າ ຕັດໄມ້ ຂາຍ ໃຫ້ນາຍທຶນ.
ຈໍາປາທອງ
2013.01.31
F-logs ໂຮງເລື່ອຍ ບ້ານນ້ຳພູນ ເມືອງປາກລາຍ
Mek/fb

ເຈົ້າໜ້າທີ່ ຜແນກປ່າໄມ້ ແຂວງ ສວັນນະເຂດ ເປີດເຜີຍວ່າ ປະຊາຊົນ ທີ່ໃຫ້ ນັກລົງທຶນ ເຊົ່າທີ່ດິນ ປູກພືດ ອຸດສາຫະກັມ ນັ້ນ ທຸກມື້ນີ້ ກັບມີ ອາຊີພຮັບຈ້າງ ຕັດໄມ້ ໃຫ້ ນັກທຸຣະກິດ ຕ່າງປະເທດ ຫລື ເຂົ້າປ່າຕັດໄມ້ ຂາຍໃຫ້ ນາຍທຶນ ເພາະເງິນຄ່າ ໃຫ້ເຊົ່າ ທີ່ດິນນັ້ນ ບໍ່ພຽງພໍ ລ້ຽງຄອບຄົວໄດ້:

"ກໍມີບັນຫາ ບໍ່ມີພື້ນທີ່ ນັ້ນແຫລະ ຂະເຈົ້າ ກໍມີແຕ່ວ່າ ກໍເອົາຄ່າ ສໍາປະທານ ຄ່າເຊົ່າ ຈໍານວນນຶ່ງ ກໍບໍ່ພໍກິນ ຂະເຈົ້າກໍກັບໄປ ບຸກລຸກຖາງປ່າ ຄືເກົ່າ ອັນນີ້ກໍເປັນ ຜົນກະທົບ ກັບຄືນມາຢູ່ ກໍຍັງ ແກ້ໄຂບັນຫາ ນີ້ຢູ່".

ທ່ານເວົ້າອີກວ່າ ການລັກ ຕັດໄມ້ນັ້ນ ສ່ວນຫລາຍ ແມ່ນຢູ່ໃນເຂດ ປ່າສງວນ ຍ້ອນວ່າ ມີໄມ້ຫາຍາກ ແລະ ຣາຄາແພງ ແຕ່ເມື່ອຖືກ ເຈົ້າໜ້າທີ່ຈັບ ກໍໄດ້ແຕ່ ຕັກເຕືອນ. ຖ້າລັກຕັດເລື້ອຍໆ ແລະ ຕັດຫລາຍ ກໍໄດ້ດໍາເນີນ ຄະດີ ຕາມ ກົດໝາຍ. ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ໄດ້ ອະທິບາຍວ່າ ສິ່ງທີ່ເກີດຂຶ້ນ ເປັນຄວາມຜິດພາດ ຂອງທາງການ ທີ່ບໍ່ກວດສອບ ກຸ່ມນັກລົງທຶນ ໃຫ້ຣະອຽດ:

"ສໍາປະທານ ທີ່ດິນ ພວກເຮົາ ຍັງລົງໄປກວດຢູ່ ໂຄງການໃຫຍ່ໆນີ້ ຂັ້ນຕອນມັນຖືກ ແລ້ວບໍ ທີ່ຜ່ານມານີ້ ຂັ້ນໃດເປັນຜູ້ ອະນຸມັດ ເພາະມີບາງ ບໍຣິສັດ ເອກກະສານ ຍັງບໍ່ທັນຄົບຖ້ວນ ຂັ້ນຕອນ ຍັງບໍ່ທັນຖືກ ແລ້ວ ພວກເຮົາ ກໍເຮັດໄປ".

ທ່ານວ່າ ການຕົກລົງຄ່າ ສໍາປະທານ ບາງຄັ້ງ ເປັນເຣື່ອງ ຣະຫວ່າງ ປະຊາຊົນ ເຈົ້າຂອງທີ່ດິນ ກັບ ນັກລົງທຶນ ຕົກລົງກັນເອງ ແລະ ສ່ວນຫລາຍແລ້ວ ເມື່ອຊາວບ້ານ ຕົກລົງໃຫ້ເຊົ່າ ຮັບເງິນໄປ ເກັບມ້ຽນໄວ້ ແລ້ວໄປຮັບຈ້າງ ເຮັດວຽກ ໃນໂຄງການ ລົງທຶນ ແລະ ກໍມັກເກີດມີ ບັນຫາ ມາຕາມ ຢູ່ເລື້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.