ຄົນວຽດນາມເພີ້ມຂຶ້ນໃນ ຂ.ຊຽງຂວາງ
2016.09.14
ຊາວວຽດນາມ ທີ່ລັກລອບ ເຂົ້າເມືອງ ໃນເມື່ອກ່ອນ ທີ່ປະກອບອາຊີບ ທີ່ສງວນໄວ້ ໃຫ້ຄົນລາວ ໃນແຂວງ ຊຽງຂວາງ ນັ້ນ ກໍຍັງສາມາດ ເຮັດ ທຸຣະກິດ ຂອງເຂົາເຈົ້າ ຕໍ່ໄປໄດ້ຢູ່ ເຖິງແມ່ນວ່າ ການລົງທະບຽນ ໃຫ້ກຸ່ມຄົນ ເຫລົ່ານັ້ນ ບໍ່ທັນແລ້ວ ກໍດີ. ດັ່ງເຈົ້າຫນ້າທີ່ ຫ້ອງການ ແຮງງານ ແລະ ສວັດດີການ ປະຈຳ ແຂວງຊຽງຂວາງ ທ່ານນຶ່ງ ກ່າວ ໃນວັນທີ 13 ກັນຍາ ນີ້ວ່າ:
"ກໍຢາກໃຫ້ມັນໄດ້ໄວ ຫັ້ນແຫລະ ແຕ່ວ່າຕົວນີ້ ກໍຍັງບໍ່ແນ່ໃຈ ເທື່ອວ່າ ຈະເຮັດໃຫ້ມັນ ສຳເຣັດປີໃດ ຍ້ອນວ່າ ຄົນວຽດນາມ ນີ້ເນາະ ສະເພາະ ແຂວງຊຽງຂວາງ ທີ່ເພິ່ນຍົກເວັ້ນ ວິຊາເນາະ ຕົວນີ້ ສ່ວນຫຼາຍ ມັນເປັນປະເທດ ຕິດ ຊາຍແດນ ອັນຄົນ ຕ່າງປະເທດ ຂະເຈົ້າມີ ບາງສ່ວນ ທີ່ເຮົາຈັດຕັ້ງ ປະຕິບັດ ແລ້ວເນາະ ຂະເຈົ້າ ຈະສົ່ງກັບເມືອ ປະເທດ ເນາະ ແຕ່ວ່າຂະເຈົ້າ ກໍກັບເຂົ້າມາ ປະກອບ ອາຊີບໃຫມ່ ຊີ້ນະ".
ທ່ານວ່າ ທາງການລາວ ໄດ້ກໍານົດໃຫ້ ລົງທະບຽນ ຄົນງານ ຕ່າງດ້າວ ທີ່ເຮັດ ທຸຣະກິດຍ່ອຍ ຊຶ່ງເລີ້ມຕັ້ງແຕ່ ເດືອນ ທັນວາ ປີ 2015 ມານີ້ ມາຣອດ ປັດຈຸບັນ ການລົງທະບຽນ ບໍ່ທັນ ສໍາເຣັດເທື່ອ. ຍິ່ງໄປກວ່ານັ້ນ ຫລັງຈາກ ມີການຍົກເວັ້ນ ວີຊາ ເຂົ້າປະເທດ ໃຫ້ແກ່ ຄົນວຽດນາມ ຍິ່ງເຮັດໃຫ້ ຊາວວຽດນາມ ຫລັ່ງໄຫລ ເຂົ້າມາເຮັດ ອາຊີບ ທີ່ສງວນໄວ້ ໃຫ້ຄົນລາວນັ້ນ ຫຼາຍຂຶ້ນ:
"ຜ່ານມາເນາະ ເຄີຍຢູ່ຊຽງຂວາງ ເຣື້ອງຈັດຕັ້ງ ປະຕິບັດ ນີ້ກໍມີເນາະ ເຈົ້າຫນ້າທີ່ ຈະລົງກວດກາ ປະສານກັບ ເຈົ້າຫນ້າທີ່ ຕຳຣວດເນາະ ຈະລົງໄປ ແຕ່ລະເມືອງ ແລະ ຈະບອກອາຊີບ ທີ່ສງວນໄວ້ ໃຫ້ຄົນລາວຫັ້ນ ຈະບອກໃຫ້ ຂະເຈົ້າ ຢຸດເຊົາ ບໍ່ໃຫ້ຂະເຈົ້າ ຈັດດຳເນີນ ທຸຣະກິດ ຕໍ່ໄປ".
ຄົນງານວຽດນາມ ທີ່ລັກລອບ ເຂົ້າມາ ແຂວງຊຽງຂວາງ ມັກປະກອບ ອາຊີບ ຂາຍເຄື່ອງຍ່ອຍ ເສີມສວຍ ເກັບເສດເຫລັກ ຊຶ່ງເປັນອາຊີບ ທີ່ບໍ່ຕ້ອງ ໃຊ້ທຶນສູງ ແລະ ບໍ່ຈ້າງ ຄົນງານລາວ ທາງການລາວ ຈຶ່ງໄດ້ກຳນົດໃຫ້ ນັກທຸຣະກິດ ຕ່າງຊາດ ເຮັດ ທຸຣະກິດ ທີ່ຈ້າງຄົນງານ ລາວ ເປັນຕົ້ນ ຮ້ານ ສະດວກຊື້ ມີນີມາກ ຮ້ານຄ້າສົ່ງ ຄ້າປີກຍ່ອຍ ປະເພດຕ່າງໆ ຫຼາຍຂຶ້ນ ໃນລາວ.