ວຽດນາມສຳຣວດຖ່ານຫີນ ມ.ຍອດອູ
2017.04.17

ປັດຈຸບັນ ມີນັກລົງທຶນວຽດນາມ ເຂົ້າມາສຳຣວດແຮ່ຖ່ານຫີນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ແຕ່ຍັງຢູ່ໃນຂັ້ນຕອນ ການສຳຣວດ ຍັງບໍ່ມີ ການຂຸດຄົ້ນເທື່ອ ຕ້ອງໄດ້ສຶກສາ ຄວາມເປັນໄປໄດ້ກ່ອນ. ດັ່ງເຈົ້າຫນ້າທີ່ ຜແນກແຜນການ ແລະການລົງທືນ ທີ່ແຂວງຜົ້ງສາລີ ທ່ານນຶ່ງ ເວົ້າວ່າ:
"ວຽດນາມນີ້ຂະເຈົ້າກໍມາລົງທຶນ ດ້ານບໍ່ແຮ່ ບໍ່ແຮ່ຢູ່ຍອດອູ ມີແຕ່ເພິ່ນມາຊອກຄົ້ນ ສຳຣວດເບິ່ງວ່າ ມີແຮ່ຖ່ານຫີນ".
ທ່ານກ່າວຕື່ມວ່າ ນອກຈາກການລົງທຶນ ດ້ານບໍ່ແຮ່ແລ້ວ ນັກລົງທຶນວຽດນາມ ຍັງລົງທຶນເຮັດທຸຣະກິດ ເຄື່ອງເຮືອນ ຢູ່ເມືອງຂວາ ແຂວງ ຜົ້ງສາລີ ນຳອີກແລະວ່າ ການລົງທຶນ ຢູ່ແຂວງຜົ້ງສາລີ ປັດຈຸບັນງຽບເຫງົາຫຼາຍ ຍ້ອນບໍ່ມີນັກລົງທຶນ ເຂົ້າມາລົງທຶນເພີ້ມ ໂດຍສະເພາະ ນັກລົງທຶນຈີນ ທີ່ເຄີຍເຂົ້າມາລົງທຶນ ກ່ອນຫນ້ານີ້ ສ່ວນໃຫຍ່ ແມ່ນລົງທຶນ ປູກກາເຟ, ຊາ, ແລະພືດຕາມຣະດູການ:
ບໍ່ມີເລີຍ ແມ່ນແຕ່ການລົງທຶນເກົ່າ ໂຕໃຫມ່ຍັງບໍ່ມີໃຜ ມາລົງທຶນ ເປັນການປູກພືດ ຣະດູການ ກໍເປັນຂອງຈີນ ສ່ວນຫລາຍ".
ການລົງທຶນຂອງຈີນ ຢູ່ແຂວງຜົ້ງສາລີ ນອກຈາກການກະເສດແລ້ວ ກໍຍັງມີການ ສ້າງເຂື່ອນນ້ຳອູ ນຳອີກທັງສີ່ເຂື່ອນ. ເຖິງຢ່າງໃດກໍດີ ການລົງທຶນ ຂອງວຽດນາມ ໂດຍທົ່ວໄປ ໃນລາວໃນລະຍະ 5 ປິ ມີແນວໂນ້ມເພີ້ມຂຶ້ນ ໂດຍສເລັ່ຽປີລະ 30% ໃນມູນຄ່າ ການລົງທຶນ ທີ່ຈົດທະບຽນກວ່າ 5 ຕື້ໂດລາ ປະກອບດ້ວຍ 350 ໂຄງການ ເປັນຕົ້ນພລັງງານ ການຂຸດຄົ້ນ ແຮ່ທາດ ການກະເສດ ປ່າໄມ້ ແລະ ການທະນາຄານ. ອີງຕາມຄຳເວົ້າຂອງ ທ່ານ ຕຣັນ ບັກຮ່າ ປະທານ ສະມາຄົມການລົງທຶນ ວຽດນາມ ໃນລາວ.