ທາງການຂຶ້ນຣາຄາດິນເຂດ 450 ປີ
2016.05.05
ທາງການ ນະຄອນຫຼວງ ວຽງຈັນ ປະກາດ ຂາຍດິນ ຕາມຖນົນ 450 ປີ ໃນເຂດ ຊານເມືອງ ນະຄອນຫຼວງ ວຽງຈັນ ໃນຣາຄາ ສູງກວ່າ ເກົ່າ ເຖິງ ສິບເທົ່າ. ເມື່ອປີ 2010 ຣັຖບານລາວ ສ້າງຖນົນ ເສັ້ນນີ້ ໄປກວມ ເອົາທີ່ດິນ ຂອງ ປະຊາຊົນ, ຕໍ່ມາ ທາງການ ກໍ ປະກາດ ໃຫ້ເຈົ້າຂອງ ທີ່ດິນ ທັງໝົດ 387 ຄົນ ໄປຮັບເອົາ ຄ່າຊົດເຊີຍ; ແຕ່ເຈົ້າຂອງ ທີ່ດິນ ເກືອບເຄິ່ງນຶ່ງ ບໍ່ຍອມຮັບເອົາ ຄ່າຊົດເຊີຍ ເພາະ ເຫັນວ່າ ຄ່າຊົດເຊີຍ ໜ້ອຍເກີນໄປ.
ເມື່ອ ເດືອນຕຸລາ ປີກາຍ ທາງການລາວ ປະກາດ ເທື່ອສຸດທ້າຍ ແຕ່ເຈົ້າຂອງທີ່ດິນ ຈຳນວນ ກໍຍັງບໍ່ຍອມຮັບ ເອົາເງິນ. ສຸດທ້າຍ ເມື່ອ ວັນທີ່ 4 ພຶສພາ ນີ້ ໜັງສືພິມ ວຽງຈັນທາມສ ຂອງ ທາງການລາວ ຣາຍງານວ່າ ຄນະ ກັມມະການ ຮັບຜິດຊອບ ໂຄງການ ສ້າງຖນົນ 450 ປີ ປະກາດ ຂາຍທີ່ດິນ ທັງໝົດ ຕາມແຄມຖນົນ ເສັ້ນດັ່ງກ່າວ ໃນນັ້ນລວມທັງ ທີ່ດິນ ຂອງ ປະຊາຊົນ ທີ່ບໍ່ຍອມ ຮັບເງິນ ຄ່າຊົດເຊີຍ ນັ້ນນຳ ດ້ວຍຣາຄາ ໃນ ຣະຫວ່າງ 120 ໂດລາ ສະຫະຣັຖ ແລະ 150 ໂດລາ ສະຫະຣັຖ ຕໍ່ນຶ່ງແມັດ ມົນທົນ ຊຶ່ງ ເປັນຣາຄາ ສູງກວ່າ ຄ່າຊົດເຊີຍ ທີ່ ຣັຖບານ ຈ່າຍໃຫ້ ເຈົ້າຂອງ ທີ່ດິນເກົ່າ ຫຼາຍເທົ່າ. ເຈົ້າໜ້າທີ່ ທາງການ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ອະທິບາຍ ເຫດຜົນວ່າ:
“ຕອນນັ້ນ ບໍ່ມີຫົນທາງ ກະເປັນ ຣາຄານຶ່ງ ຣັຖບານ ສ້າງຫົນທາງ ກະເປັນ ຣາຄານຶ່ງ ແຄມທາງ ຖືວ່າເກືອບ ເຫຼືອຫຼາຍແຫຼະ, ເຫຼືອຫຼາຍ ເຕີບ ບໍ່ໄດ້ໃຫ້ ຄົນຕ່າງຊາດ ສາມາດ ຊື້ດິນໄດ້ ມີແຕ່ວ່າ ໃຫ້ເຊົ່າ ຄັ້ນຖ້າວ່າ ເຈົ້າຊື້ ຊອກຫາຄົນ ທີ່ວ່າເປັນ ສັນຊາດລາວ ຊື້ຂາດຕົວ ໄດ້.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ປັດຈຸບັນ ເຈົ້າຂອງທີ່ດິນ ທີ່ ຍັງບໍ່ຍອມ ຮັບເອົາ ຄ່າຊົດເຊີຍ ຊຶ່ງ ມີທັງໝົດ 191 ຄົນນັ້ນ ກໍຍັງສາມາດ ມາຮັບເອົາ ຄ່າຊົດເຊີຍ ໄດ້ຢູ່.