ປິດຕລາດ ສວນເຈົ້າອານຸວົງສ໌ ງັນບຸນຊ່ວງເຮືອ

ມະນີຈັນ
2020.09.25
F-night-market-VT ບັນຍາກາດ ການຂາຍເຄື່ອງ ໃນຍາມກາງຄືນ ທີ່ຕລາດກາງຄືນ ບໍຣິເວນແຄມຂອງ ທ່າວັດຈັນ ຫຼືອີກຊື່ໃໝ່ ເພິ່ນຮຽກວ່າ ຕລາດເຈົ້າອານຸວົງສ໌. ຖ່າຍຮູບເມື່ອ: ເດືອນເມສາ 2018. ຖ່າຍໂດຍ: TS
RFA

ຫ້ອງການຄຸ້ມຄອງ ສວນເຈົ້າອານຸວົງສ໌ ຂອງກຸ່ມບໍຣິສັດ ດາວເຮືອງ, ຜູ້ໄດ້ຮັບສັມປະທານ ພື້ນທີ່ນັ້ນ ອອກແຈ້ງການ ໃຫ້ຜູ້ປະກອບການ ຂາຍເຄື່ອງຂອງ ຢູ່ຕລາດກາງຄືນ ທີ່ສວນເຈົ້າອານຸວົງສ໌ ໃນນະຄອນຫຼວງວຽງຈັນ ຢຸດຂາຍເຄື່ອງ 7 ມື້ ເນື່ອງຈາກ ຈະມີການຈັດງານ ບຸນອອກພັນສາ ແລະ ບຸນຊ່ວງເຮືອ ເຮັດໃຫ້ ຜູ້ປະກອບການ ມີຄວາມເດືອດຮ້ອນ ຍ້ອນຈະຂາດຣາຍໄດ້, ອີງຕາມຄໍາເວົ້າ ຂອງພໍ່ຄ້າຄົນນຶ່ງ ຜູ້ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 23 ກັນຍາ ນີ້:

“ຮ້ານທີ່ຢູ່ແຄມທາງ ຈະຕ້ອງອະນຸຍາດ ໃຫ້ທາງເມືອງ ເພິ່ນຍຶດພື້ນທີ່ ເດືອດຮ້ອນ ຜູ້ທີ່ຢາກຂາຍ ຂໍອະນຸຍາດເພິ່ນ ຈະມີການ ເສັຽຄ່າທໍານຽມ ຈະມີຜູ້ຈັດສັນໃຫ້ ຈະມີ 2 ໂຊນ 3 ໂຊນເນາະ. ລາຄາສູງກວ່າແທ້ ເກືອບທົບເຄິ່ງນຶ່ງເຈົ້າ. ບາງເທື່ອ ຂາຍໄດ້ບໍ່ໄດ້ ກໍບໍ່ຮູ້ກັນ.”

ທ່ານກ່າວຕື່ມວ່າ ປັດຈຸບັນ, ຊາວຄ້າຂາຍ ທຸກຮ້ານ ກໍຈ່າຍຄ່າເຊົ່າ ພື້ນທີ່ ໃຫ້ບໍຣິສັດ ດາວເຮືອງ ເປັນປົກກະຕິແລ້ວ, ແຕ່ທາງບໍຣິສັດ ໄດ້ສັ່ງໃຫ້ປິດ ຮ້ານທັງໝົດ ບໍ່ໃຫ້ເປີດຂາຍເຄື່ອງ ໃນໄລຍະງານ ບຸນ ອອກພັນສານີ້. ຫາກຜູ້ປະກອບການ ຄົນໃດ ຕ້ອງການຂາຍເຄື່ອງ ຕ້ອງໄດ້ຂໍອະນຸຍາດ ແລະ ຈ່າຍຄ່າເຊົ່າ ໃຫ້ບໍຣິສັດ, ເຊິ່ງຄ່າເຊົ່າພື້ນທີ່ ຂາຍເຄື່ອງ ໃນງານບຸນນັ້ນ ແພງກວ່າ ຄ່າເຊົ່າປົກກະຕິ ເຖິງ 2 ເທົ່າ.

ແມ່ຄ້າຄົນນຶ່ງ ຜູ້ຂໍສງວນຊື່ ເວົ້າຕໍ່ RFA ດຽວກັນນີ້ວ່າ ການສັ່ງໃຫ້ ຜູ້ປະກອບການ ປິດຮ້ານເທື່ອນີ້ ສ້າງຄວາມເດືອດຮ້ອນ ໃຫ້ຊາວຄ້າຂາຍຫຼາຍ ເພາະຈະບໍ່ໄດ້ ຂາຍເຄື່ອງເຖິງ 7 ມື້. ຖ້າຕ້ອງການຂາຍເຄື່ອງ ໃນງານບຸນນັ້ນ, ຕ້ອງໄດ້ຈ່າຍ ຄ່າເຊົ່າພື້ນທີ່ ເຖິງ 3 ລ້ານກີບ ຖືວ່າແພງຫຼາຍ:

“ປິດຕລາດກາງຄືນ ເຂົາປິດມາ ແລະ ເຂົາມີງານ ຈັດງານປະມານ 7 ມື້. ເຂົາຈະມີ ງານໃຫຍ່ເລີຍ ຕົງນີ້ໃຫ້ແບບວ່າ 7 ວັນນີ້ ເຂົາຈະຂາຍ ລັອກລາຄາແພງເລີຍ ມັນເປັນງານ ເທສການເລີຍ ປະມານສົມມຸດ ປົກກະຕິເຮົາ 1 ເດືອນປະມານ 1 ລ້ານກີບ ແມ່ນບໍ່. ແລ້ວອັນນີ້ ຄື 7 ວັນ ຢູ່ປະມານ 3 ລ້ານກີບ ປະມານນັ້ນ.”

ແລະ ຊາວນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ ຕໍ່ RFA ໃນມື້ດຽວກັນນັ້ນວ່າ ບໍ່ແນ່ໃຈວ່າ ງານປີນີ້ ຈະເປັນແນວໃດ ຍ້ອນມີໃບແຈ້ງການ ອອກມາ ແຕ່ແຜ່ນດຽວ ແລະ ສະພາບ ການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ໃນລາວ ກໍຍັງຢູ່ໃນໄລຍະ ເຝົ້າຣະວັງຄວາມສ່ຽງຢູ່. ຖ້າໃນໄລຍະນີ້ ມີຜູ້ໃດຜູ້ນຶ່ງ ຕິດເຊື້ອພຍາດນັ້ນ, ງານກໍອາຈຖືກຍົກເລີກໄດ້, ທ່ານວ່າ:

“ແຈ້ງການ ອັນມີແຕ່ໃບດຽວ ອອກມາ, ແຕ່ກໍຍັງບໍ່ຮູ້ວ່າ ຊິປ່ຽນຫຍັງອີກບໍ່? ຫຼາຍຄົນ ກໍບໍ່ໝັ້ນໃຈ ຂະເຈົ້າກໍຍັງ ຢ້ານໂຄວິດຫັ້ນນ່າ. ຖ້າມີຄົນຕິດ ໂຄວິດປຶບ, ກໍອາຈຢຸດ. ຢູ່ລາວ ຂະເຈົ້າ ຖ້າມີອີ່ຫຍັງປ່ຽນແປງ ກໍກະທັນຫັນເລີຍ.”

ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ສວນເຈົ້າອານຸວົງສ໌ ຂອງກຸ່ມບໍຣິສັດ ດາວເຮືອງ ຜູ້ຂໍສງວນຊື່  ກ່າວເຖິງ ແຈ້ງການນັ້ນ ຕໍ່ RFA ໃນມື້ວັນທີ 23 ກັນຍານີ້ວ່າ ການສັ່ງໂຈະ ຊາວຄ້າຂາຍ ທີ່ເຊົ່າພື້ນທີ່ ໃນຕລາດກາງຄືນ ໃນສວນເຈົ້າອານຸວົງສ໌ ໃນຕອນນີ້ ເພາະຈະໃຊ້ພື້ນທີ່ ສໍາລັບງານບຸນ ປະຈໍາປີ ອອກພັນສາ ແລະ ບຸນຊ່ວງເຮືອ, ຖ້າຜູ້ປະກອບການ ຄົນໃດ ຕ້ອງການເຂົ້າມາ ຂາຍເຄື່ອງໃນງານ ຈະຕ້ອງໄດ້ຈອງ ພື້ນທີ່ໃໝ່ ກັບທາງບໍຣິສັດ. ຫາກບໍ່ໄດ້ເຊົ່າພື້ນທີ່, ຈະບໍ່ອະນຸຍາດ ໃຫ້ຂາຍເຄື່ອງ ຢ່າງເດັດຂາດ. ດັ່ງທີ່ທ່ານກ່າວວ່າ:

“ຮ້ານທີ່ຂາຍປະຈໍາ ໃນຕລາດກາງຄືນ ແມ່ນຕ້ອງໃຫ້ໂຈະ ໃນໄລຍະ ທີ່ມີບຸນຊ່ວງເຮືອ. ຫຼັງຈາກທີ່ແລ້ວ ບຸນຊ່ວງເຮືອ ຈຶ່ງກັບໄປຂາຍ ໄດ້ປົກກະຕິ. ສະຖານທີ່ນັ້ນ, ເພິ່ນຈະເຮັດ ໃຫ້ເປັນບ່ອນ ເປັນກິຈກັມ ກໍບໍ່ໄດ້ຂາຍ ເຈົ້າ, ໂຈະເລີຍ. ນອກຈາກວ່າ ຕ້ອງໄປຈອງ ຊື້ບູທໃໝ່ ຈັດເປັນໂຊນ ຈັດສັນໃຫ້ຕ່າງຫາກເນາະ. ສະເພາະໂຊນ ທີ່ຈະຂາຍເຄື່ອງ ສໍາລັບງານບຸນ.”

ງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈໍາປີ 2020 ຢູ່ທ່າວັດຈັນ, ນະຄອນຫຼວງວຽງຈັນ ຈະຈັດຂຶ້ນທັງໝົດ 7 ຄືນ ແຕ່ວັນທີ 27 ກັນຍາ ຫາທີ 3 ຕຸລາ ຂນະທີ່ ຄົນລາວ ໃຫ້ຄວາມເຫັນ ຜ່ານສື່ສັງຄົມອອນລາຍ ແຕກຕ່າງກັນ, ມີທັງຜູ້ເຫັນດີ ແລະ ບໍ່ເຫັນດີ ຍ້ອນຍັງມີ ຄວາມສ່ຽງ ທີ່ເຊື້ອພຍາດ ໂຄວິດ-19 ອາຈກັບມາ ຣະບາດໄດ້ອີກ ຫາກບໍ່ປະຕິບັດ ມາຕການຄວບຄຸມ ສະກັດກັ້ນ ເຊື້ອພຍາດນັ້ນ ຢ່າງເຂັ້ມງວດ. ແຕ່ຫາກ ຈະຈັດຂຶ້ນແທ້, ກໍຈະເກີດ ການຄ້າຂາຍຂຶ້ນ ພາຍໃນບໍຣິເວນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.