ເຈົ້າຂອງດິນບໍ່ຍອມຮັບຄ່າ ຊົດເຊີຍ
2015.10.12
ຈົນມາເຖິງ ປັດຈຸບັນ ປະຊາຊົນ ຜູ້ເປັນ ເຈົ້າຂອງ ທີ່ດິນ ສະຫງວນ ຕາມ ແຄມຖນົນ 450 ປີ ທີ່ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ຈຳນວນນຶ່ງ ຍັງບໍ່ຍອມ ໄປຮັບ ຄ່າຊົດເຊີຍ ທີ່ດິນ ຂອງ ພວກຕົນ ຈາກ ທາງການ, ເຖິງວ່າ ທາງການ ໄດ້ເຊີນມາ ໂອ້ລົມ ເປັນ ເທື່ອສຸດທ້າຍ ແລ້ວກໍຕາມ.
ບໍ່ພຽງ ເທົ່ານັ້ນ ປະຊາຊົນ ຍັງ ທວງເອົາສິດ ໃນ ທີ່ດິນ ຂອງ ພວກຕົນ ຄືນ ຍ້ອນ ບໍ່ມີ ຄວາມພໍໃຈ ນຳ ຈຳນວນ ເງິນ ທີ່ ທາງການ ສເນີໃຫ້ ເພາະ ທາງການ ຕີຣາຄາ ຕ່ຳກວ່າ ຣາຄາ ຕົວຈິງ ໃນ ຕລາດຫຼາຍ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ນະຄອນຫຼວງ ວຽງຈັນ:
"ກະມີ ຈຳນວນນຶ່ງ ກະ ບໍ່ຫຼາຍ ຕ້ອງເບິ່ງ ມັນມີ ຣາຄາ ເດ້ເນາະ ຣາຄາ ທີ່ ຕົກລົງ ທີ່ເອກພາບ ກັນ ຣະຫວ່າງ ຣາຄາ ຕ້ອງມີ 3 ຣາຄາ ຣາຄາຣັຖ ຣາຄາຕລາດ ລະກະ ຣາຄາ ບຸກຄົນ ຫັ້ນນະ ຄັນບໍ່ໄປ ເອົາ ມັນກະມີ ຂັ້ນຕອນ ຂອງມັນ ເນາະ ຖ້າຕົກລົງ ເປັນ ເອກພາບ ແລ້ວ ບໍ່ໄປເອົາ ຖືວ່າມັນ ກະຕ້ອງ ໄດ້ດຳເນີນ ການ ຕາມ ຂັ້ນຕອນ ຫັ້ນນະ".
ທ່ານກ່າວ ຕື່ມ ອີກວ່າ ຄ່າ ຊົດເຊີຍ ທີ່ ທາງການ ຕົກລົງ ໃຫ້ ປະຊາຊົນ ນັ້ນແມ່ນ ໃນ ຣາຄາ 2,000 ກວ່າ ບາດ ຕໍ່ ຕາລາງແມັຕ, ຫລາຍຄົນ ຍັງບໍ່ເອົາ ຣາຄາ ດັ່ງກ່າວ ຍ້ອນ ຢາກຮັກສາ ທີ່ດິນ ຂອງ ພວກຕົນ ເອົາໄວ້ ເພື່ອ ຂາຍໃຫ້ ນັກລົງທຶນ ຊຶ່ງ ອາຈໄດ້ ຣາຄາດີ ກວ່າ ທີ່ ທາງການ ກຳນົດ ໃຫ້.
ກ່ຽວກັບ ເຣຶ່ອງນີ້ ທ່ານ ສົມວັນດີ ນາຖາວົງ ຮອງ ເຈົ້າຄອງ ນະຄອນຫຼວງ ວຽງຈັນ ໄດ້ເຊີນ ເຈົ້າຂອງ ທີ່ດິນ ທີ່ ຍັງບໍ່ທັນ ໄດ້ມາຮັບ ຄ່າ ຊົດເຊີຍ ນັ້ນ ມາປຶກສາ ຫາລື ເປັນ ເທື່ອ ສຸດທ້າຍ ໃນ ວັນທີ 12 ຕຸລາ 2015. ຖ້າ ເຈົ້າຂອງ ທີ່ດິນ ບໍ່ຮັບເອົາ ຄ່າ ທີ່ດິນ ຊຶ່ງ ທາງການ ກຳນົດໃຫ້ ນັ້ນແລ້ວ ກໍຈະມີ ການ ຖອນສິດ ໃນ ທີ່ດິນ ແລະ ຍຶດເອົາ ດິນນັ້ນ ເປັນຂອງ ຣັຖ ຍ້ອນວ່າ ເວລາ ທີ່ ທາງການ ກຳນົດ ໃຫ້ນັ້ນ ກາຍມາໄດ້ 2 ເດືອນ ແລ້ວ.
ເປັນທີ່ຮູ້ ກັນດີວ່າ ຕໍ່ໜ້ານີ້ ບໍຣິເວນ ສອງຟາກ ແຄມ ຖນົນ 450 ປີ ຈະມີການ ປຸກສ້າງ ຫ້ອງການ ຫຼາຍ ຂແນງການ ຂອງ ຣັຖບາລ ທີ່ ຈະຍ້າຍໄປ ຕັ້ງ ຢູ່ທີ່ນັ້ນ ເພື່ອ ຫລຸດຜ່ອນ ການ ແອອັດ ໃນຕົວເມືອງ ແລະ ບໍຣິເວນ ດັ່ງກ່າວ ເປັນ ທີ່ສົນໃຈ ຂອງພວກ ນັກລົງທຶນ ເຮັດໃຫ້ ຣາຄາ ທີ່ດິນ ໃນ ແຖບນັ້ນ ສູງ ຂຶ້ນຫຼາຍ.