ປີໃໝ່ສາກົນນະຄອນຫຼວງ ຈະຄວບຄຸມ ຄ່າອາຫານ

ສິດນີ
2016.12.29
F-Market ເຂົ້າປາ ອາຫານ ການກິນ ທຸຸກຢ່າງ ໃນ ສປປລາວ ນັບມື້ສູງຂຶ້ນ
RFA

ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກມາຕການ ຄວບຄຸມຣາຄາ ສິນຄ້າ ຢ່າງເຂັ້ມງວດ ໃນລະຍະ ເວລາບຸນ ປີໃຫມ່ ສາກົນ ປີນີ້ ເພື່ອບໍ່ໃຫ້ ພໍ່ຄ້າແມ່ຄ້າ ຂາຍສິນຄ້າ ເກີນ ຣາຄາ ທີ່ກຳນົດໄວ້ ໂດຍສະເພາະ ຊີ້ນ,ປາ ແລະພືດຜັກ ປະເພດຕ່າງໆ ແມ່ຄ້າ ໃນທ້ອງຕລາດ ຕ້ອງຕິດ ປ້າຍຣາຄາ ສິນຄ້າ ໃຫ້ຊັດເຈນ. ດັ່ງ ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:

"ຫລັກໆ ເຮົາອີງໃສ່ ທາງຜແນກ ເພິ່ນສົ່ງແຈ້ງການ ອອກມາໃຫ້ ທາງເຮົາກວດກາ ຕິດຕາມ ກ່ຽວກັບ ທາງດ້ານ ຣາຄານັ້ນ ຕິດຣາຄາ ສິນຄ້າ ຕີຣາຄາ ໃຫ້ຊາວຄ້າຂາຍ ຕິດຣາຄາ ສິນຄ້າ ທີ່ມີການ ຫນີງຕີງໄວ ນັ້ນ".

ທ່ານກ່າວຕື່ມວ່າ ພໍ່ຄ້າແມ່ຄ້າ ຕ້ອງຂາຍຣາຄາ ຕາມທີ່ກຳນົດ ໃຫ້ເທົ່ານັ້ນ ຖ້າຫາກຂາຍ ເກີນຣາຄາ ຕ້ອງຖືກ ປັບໃຫມ ຫລືລົງໂທດ ຄັ້ງທຳອິດ ຈະເປັນການ ອົບຮົມ ຕັກເຕືອນ ແລະ ລົງບັນທຶກໄວ້ ແຕ່ຖ້າຫາກ ຣະເມີດ ອີກຄັ້ງຕໍ່ໄປ ກໍຈະຖືກ ປັບໃຫມ.

ທ່ານວ່າ ປີໃຫມ່ສາກົນ ທີ່ຜ່ານມາ ກໍມີ ພໍ່ຄ້າແມ່ຄ້າ ຣະເມີດຄຳສັ່ງ ຂາຍເກີນຣາຄາ ທີ່ກຳນົດໃຫ້ ຫຼາຍຄົນ ແລະກໍໄດ້ ລົງໂທດ ໄປແລ້ວ ແຕ່ໃນປີນີ້ ຍັງບໍ່ທັນ ລົງກວດກາ ເທື່ອ ຕ້ອງລໍຖ້າ ທາງຄນະ ກັມມະການ ແຂວງມາສົມທົບ ການກວດກາ ຫລັງຈາກ ອອກໃບ ແຈ້ງການໄປແລ້ວ:

"ກໍມີຄືກັນ ກໍມີຄືກັນ ປີນີ້ເຮົາ ຍັງບໍ່ທັນໄດ້ ອັນນັ້ນ ເພາະວ່າຄນະ ກັມມະການ ເພີ່ນແນະນຳໃຫ້ ແມ່ຄ້າ ຕິດຣາຄາ ແລ້ວເຮົາຍັງ ບໍ່ໄດ້ ກວດກາ ຄືນເນີ".

ຣາຄາສີນຄ້າ ທີ່ທາງການ ໄດ້ກຳນົດໃຫ້ຂາຍ ເປັນຕົ້ນຊີ້ນຫມູ ບໍ່ໃຫ້ເກີນໂລລະ 35 ພັນກີບ ແຕ່ຊີ້ນງົວ ແລະ ຊີ້ນຄວາຍນັ້ນ ບໍ່ໄດ້ກຳນົດ ຣາຄາ ຍ້ອນວ່າ ໃນນະຄອນຫຼວງ ວຽງຈັນ ບໍ່ມີຟາມ ລ້ຽງສັດ ປະເພດນີ້ ຈື່ງ ບໍ່ສາມາດ ຄິດໄລ່ ຣາຄາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.