ງົປສ້າງນໍ້າປະປາເອົາມາ ແປງທາງ

ມະນີຈັນ
2015.10.22
F-VT ນະຄອນຫຼວງ ວຽງຈັນ
RFA

ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ໄດ້ ຕົກລົງ ເອົາເງິນ ກູ້ຢືມຈາກ ຈີນ ເພື່ອ ສ້າງ ນ້ຳປະປາ ຢູ່ ດົງໝາກຄາຍ ມາຊຳຣະ ໜີ້ສິນ ຊ່ວຍ ນະຄອນຫຼວງ ວຽງຈັນ ໃນການ ສ້ອມແປງ ເສັ້ນທາງ ທີ່ ເປ່ເພ 6 ເສັ້ນ, ມຸນຄ່າ 24 ຕື້ 700 ປາຍ ລ້ານ ກີບ. ໃນນັ້ນ ປະຕິບັດ ໄປແລ້ວ 5 ເສັ້ນ ແລະ ຍັງບໍ່ທັນ ໄດ້ ປະຕິບັດ 1 ໂຄງການ ຄື ເສັ້ນທາງ T4 ແຕ່ ໂພນທັນ ຫາ ໜອງໄຮ ຍ້ອນວ່າ ສະພາບ ດິນ ຟ້າ ອາກາດ ບໍ່ ອຳນວຍໃຫ້ ສ້ອມແປງ ແລະ ຈະໄດ້ ສ້ອມແປງ ໃນ ສົກປີ 2015-2016.

ແຕ່ ຂນະນີ້ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ສເນີ ທາງ ກະຊວງ ໃຊ້ ງົບປະມານ ທີ່ ຈະ ສ້ອມແປງ ທາງ T4 ຈຳນວນ 1 ຕື້ 600 ລ້ານ ກີບ ນັ້ນ, ໄປສ້ອມແປງ ທາງແບບ ສຸກເສີນ ເພາະ ໃນ ທ້າຍປີ 2015 ນີ້ ຈະຈັດງານ ສລອງ ສອງວັນທີ່ ທາງການ ລາວ ຖື ວ່າ ສຳຄັນ ຄັ້ງໃຫຽ່ ຂອງຕົນ ນັ້ນ.

ຄຳສເນີ ຂອງ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ທີ່ ວ່ານັ້ນ ໄດ້ ຖືກສົ່ງໄປ ເຖິງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນ ວັນທີ 15 ຕຸລາ 2015 ໂດຍ ອ້າງອີງ ໃສ່ ຂໍ້ຕົກລົງ ຂອງ ຣັຖມົນຕຣີ ກະຊວງ ດັ່ງກ່າວ ວ່າດ້ວຍ ພາຣະ ບົດບາດ ແລະ ການຄື່ອນໄຫວ ຂອງ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ປະຈຳແຂວງ ແລະ ນະຄອນຫຼວງ ວຽງຈັນ ເມື່ອ ວັນທີ 16 ກໍຣະກະດາ 2009 ເປັນ ຕົ້ນຕໍ.

ເມື່ອ ເປັນດັ່ງນັ້ນ ກໍໝາຍ ຄວາມວ່າ ໂຄງການ ສ້າງ ນ້ຳປະປາ ດົງ ໝາກຄາຍ ທີ່ ກູ້ຢືມເງິນ ຈີນ ມາສ້າງ ນັ້ນ ກໍຈະໄດ້ ເລື່ອນ ເວລາ ອອກໄປ ຕື່ມອີກ ແລະ ຊາວ ນະຄອນຫຼວງ ວຽງຈັນ ທີ່ ຫວັງຈະໄດ້ ໃຊ້ ນ້ຳປະປາ  ຕື່ມ ໃນ ໄວໆນີ້ ກໍຈະຕ້ອງ ໄດ້ ອົດຖ້າ ຕໍ່ໄປອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.