ຂົວນໍ້າກວ້າງຫັກຊາວບ້ານ ລໍາບາກ
2016.10.25
ຂົວຂ້າມນ້ຳກວ້າງ ແຫ່ງທີ 3 ຢູ່ບ້ານໂພນໄຊ ເມືອງວັງວຽງ ແຂວງວຽງຈັນ ຫັກ ຍ້ອນຣົດບັນທຸກ ຂົນຫີນ ເກີນນໍ້າໜັກ ຈາກ ບ່ອນຂຸດຄົ້ນ ໃນເຂດ ບ້ານນ້ຳແປ ເຮັດໃຫ້ ຊາວບ້ານໂພນໄຊ ແລະ ບ້ານໃກ້ຄຽງ ສັນຈອນໄປມາ ລຳບາກຂຶ້ນ. ຣົດໃຫຍ່ ບໍ່ສາມາດ ແລ່ນຜ່ານເຂົ້າອອກ ບ້ານ ດັ່ງກ່າວໄດ້, ດັ່ງ ປະຊາຊົນ ບ້ານໂພນໄຊ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 24 ຕຸລາ ນີ້ວ່າ:
"ຂົວບ້ານເຮົານີ້ນະ ມັນມື້ນັ້ນຄືວ່າ ທາງບໍຣິສັດ ເຂົາມາແກ່ຫີນຈ່ານ ແລ້ວເຂົາກໍ່ມາ ເຊັນສັນຍາ ກັບ ຫ້ອງການບໍ່ແຮ່ ວ່າຈະເອົາ ຈານອອກ ຈຳນວນນຶ່ງ ຫຼັງຈາກ ອອກໄປແລ້ວ ຖືວ່າ 2 ຄັນ ຖືວ່າ ຜ່ານໄປແລ້ວ ມາຄັນທີ 3 ຖືວ່າຕົ້ນຂົວ ເບື້ອງນຶ່ງເນາະ ມັນໄດ້ຍຸບລົງ ລົງກາງຄັນ ຖືວ່າ ການສັນຈອນ ໄປມາ ກໍ່ຂັດຂ້ອ ງແລ້ວເດ໋ ບັດນີ້ນະ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ຊາວບ້ານ ຊ່ວຍກັນ ສ້າງຂົວໄມ້ ຊຳຊາ ເພື່ອ ໃຫ້ນັກຮຽນ ແລະ ປະຊາຊົນ ຂ້າມໄປມາ ຫາກັນໄດ້. ກ່ຽວກັບ ເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຖາມ ໄປຍັງຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງວັງວຽງ, ໄດ້ຮັບ ຄໍາຕອບວ່າ ຂົວ ທີ່ ຫັກລົງນັ້ນ ເປັນຍ້ອນ ຣົດບັນທຸກ ນ້ຳໜັກ ເກີນກຳນົດ ແລ່ນເຂົ້າ ແລະທາງ ບໍຣິສັດຂົນສົ່ງ ຈະຕ້ອງຈ່າຍຄ່າ ສ້ອມແປງຂົວ ຊຶ່ງຄາດວ່າ ຈະເລີ່ມແປງ ໃນວັນທີ 25 ຕຸລາ ນີ້.
"ເອີ ມື້ອື່ນ ເຂົາເຈົ້າ ສິສ້ອມແປງ ແມ່ນລະ ບໍຣິສັດ ຂົນສົ່ງ ທຳຂົວຫັກ ເຂົາເຈົ້າ ຊົດເຊີຍ ໃຊ້ແທນຄືນໝົດ ເຈົ້າຂອງຣົດຍົນ ກັບ ບໍຣິສັດ ຂະເຈົ້າຫັ້ນແຫຼະ".
ທ່ານກ່າວວ່າ ບໍຣິສັດຂົນສົ່ງ ຄື ບໍຣິສັດໂຊກໄຊ ຂົນສົ່ງສິນຄ້າ ຊຶ່ງຮັບຈ້າງ ຂົນຫີນ ຈາກບ້ານນ້ຳແປ ໄປ. ຂົວຂ້າມນ້ຳກວ້າງ ແຫ່ງນີ້ ເປັນ ແຫ່ງທີ 3 ຢູ່ບ້ານໂພນໄຊ ທີ່ສາມາດ ຮອງຮັບນ້ຳໜັກ ໄດ້ບໍ່ເກີນ 25 ຕັນ.