ມ.ວັງວຽງ ຜູ້ຄ້າຂາຍ ຂໍຄວາມ ເຫັນໃຈ
2020.06.09

ຜູ້ປະກອບການຢູ່ເມືອງວັງວຽງ ແຂວງວຽງຈັນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງທາງການລາວ ເຫັນໃຈໃນການທໍາມາຄ້າຂາຍ ຍ້ອນວ່າ ໃນປັດຈຸບັນຢູ່ປະເທດລາວ ບໍ່ມີຜູ້ຕິດໄວຣັສ ໂຄວິດ-19 ແລ້ວ ແລະສະຖານະການກໍດີຂຶ້ນຫລາຍ ແຕ່ກໍຍັງບໍ່ເປີດໃຫ້ຄົນຕ່າງ ປະເທດເຂົ້າ ມາລາວ.
ມີແຕ່ຄົນພາຍໃນເທົ່ານັ້ນ ມາທ່ຽວເມືອງວັງວຽງ, ຫາກບໍ່ໄດ້ຄ້າຂາຍ ກໍບໍ່ມີບ່ອນຈະທໍາມາຫາກິນ ຊຶ່ງທາງຮ້ານອາຫານກໍມີມາຕການປ້ອງກັນ ຢູ່, ອີງຕາມຄໍາເວົ້າຂອງຜູ້ປະກອບການຮ້ານອາຫານຢູ່ເມືອງວັງວຽງ ທ່ານນຶ່ງຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິຖຸນາ ນີ້:
“ສົມມຸດວ່າເພິ່ນເຂັ້ມງວດຂຶ້ນ ກະບໍ່ມີໃຜໄດ້ອອກມາເດ໋ ການຄ້າຂາຍກະຍາກຂຶ້ນ ມັນກະແບບບໍ່ສະດວກກະຫລາຍແນວຫັ້ນແຫລະ ມີຜົລກະ ທົບຫລາຍແນວຫັ້ນແຫລະ ກະມີແຕ່ຄົນພາຍໃນ ເພາະວ່າດ່ານຂົວ ມິຕພາບ ກໍຍັງບໍ່ທັນໄດ້ເປີດເດ໊.”
ໃນຂນະດຽວກັນ ຜູ້ປະກອບການຮ້ານອາຫານ ແລະບ້ານພັກ ກໍກ່າວວ່າ ປັດຈຸບັນ ສະຖານະການຢູ່ໃນເມືອງນີ້ກໍດີຂຶ້ນຫລາຍ, ນັກທ່ອງທ່ຽວ ມາຫລາຍ ໂດຍສະເພາະ ວັນເສົາ ແລະວັນອາທິດ, ມາຕການ ປ້ອງກັນໄວຣັສໂຄວິດ-19 ແຕ່ລະຮ້ານມີຢູ່ແລ້ວ ແຕ່ບໍ່ສາມາດເຮັດໃຫ້ໄລຍະ ຫ່າງກັນໄດ້ ເທົ່າທີ່ຄວນ, ການປະຕິບັດມາຕການນີ້ ກໍຍັງສັບສົນຢູ່ໜ້ອຍນຶ່ງ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ສັ່ງໃຫ້ປິດຮ້ານ ອາຫານອີກ ກໍຈະບໍ່ໄດ້ທໍາມາຫາກິນ ດັ່ງທີ່ທ່ານກ່າວວ່າ:
“ມາຕການມັນກໍຍາກ ຈະສັບສົນໜ້ອຍນຶ່ງແຫຼະ ຄົນຫຼາຍແລ້ວບັດນີ້ເວົ້າເຣື່ອງການຢູ່ຫ່າງກັນ ມັນກະຈະຢູ່ບໍ່ໄດ້ລະເນາະ ມັນຫຼາຍຄົນວັນເສົາ ວັນອາທິດມາ ມັນຄົນຫລາຍອີ່ຫລີຫັ້ນນະ ຊ່ວງນີ້ມັນກໍບໍ່ມີຫຍັງເດ໋ ເຮົາຫາກິນແນວດໜວນີ້ເດ໋ ໄປຊອກເຮັດອັນອື່ນ ກະສິເຮັດແນວໃດ.”
ກ່ຽວກັບເຣຶ່ອງນີ້ ຊາວລາວທ່ານນຶ່ງ ເວົ້າວ່າປັດຈຸບັນ ມາຕການ ປ້ອງກັນໄວຣັສ ໂຄວິດ-19 ນັ້ນ ຜ່ອນຄາຍລົງຫລາຍແລ້ວ, ຄົນລາວກໍຕ້ອງ ທ່ຽວລາວ ຍັງບໍ່ກ້າໄປທ່ຽວຕ່າງ ປະເທດ ແລະຄົນຕ່າງປະເທດ ກໍຍັງບໍ່ທັນໄດ້ຮັບ ອະນຸຍາດເຂົ້າມາລາວ ແລະປັດຈຸບັນ ສະຖານະການ ໄວຣັສ ໂຄວິດນັ້ນ ກໍດີຂຶ້ນຫລາຍແລ້ວ ບໍ່ມີຜູ້ຕິດເຊື້ອພຍາດນີ້ຕື່ມ, ເປັນທໍາມະດາທີ່ຄົນລາວ ຈະທ່ຽວລາວ ດັ່ງທີ່ທ່ານ ກ່າວວ່າ:
“ຄົນວຽງຈັນແນ່ແລ້ວມັນມາ ມາແບບທົວ ພາກໃຕ້ພາກເໜືອ ທຽວໄປມາ ກະທ່ຽວລາວຢູ່ນີ້ແລ້ວ ບໍ່ແມ່ນໄປທ່ຽວຕ່າງປະເທດ ໄທກະບໍ່ເຫັນ ມາລາວ ມັນກະບໍ່ມີເຊື້ອອັນໃດແລ້ວ.”
ແລະຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ເຫັນດີນໍາທາງການ ຖ້າຫາກຮ້ານອາຫານໃດ ບໍ່ປະຕິບັດຕາມຄໍາສັ່ງ ຂອງເຈົ້າໜ້າທີ່, ບໍ່ມີມາຕການ ປ້ອງກັນໄວຣັສ ໂຄວິດ-19, ຫາກເຈົ້າໜ້າທີ່ກວດພົບ ແລະສັ່ງໃຫ້ປິດ ຮ້ານກໍຕ້ອງໄດ້ປະຕິບັດຕາມ ເພາະມີແຈ້ງການມາໃຫ້ຮູ້ແລ້ວ:
“ມີການແຈ້ງການມາແນວນັ້ນລະ ກະຣະເມີດມັນກະເອີ໋ ປິດໄປຕາມກົດໝາຍ ຜູ້ໃດບໍ່ມີການແຈ້ງການມາ ໃຫ້ຢຸດເດີເຊົາເດີ ກໍຕ້ອງໄດ້ເປີດ ໄປຕາມປົກຕິ.”
ເຣຶ່ອງຣະເມີດຄໍາສັ່ງ ຂອງທາງການນັ້ນ ເຈົ້າໜ້າທີ່ທ່ອງທ່ຽວ ເມືອງວັງວຽງ ກ່າວວ່າ ໄດ້ຮັບຮູ້ເຖິງເຣຶ່ອງ ດັ່ງກ່າວນັ້ນແລ້ວ, ນັກທ່ອງທ່ຽວ ມາທ່ຽວ ເມືອງວັງວຽງຫຼາຍ, ບາງຄົນເປີດເຄື່ອງສຽງດັງເກີນຂອບເຂດ, ພາກັນກິນເຫລົ້າກິນເບັຽຫລາຍ ແຊວເນືອງນັ້ນ ບໍ່ປະຕິບັດຕາມ ກົດຣະບຽບ. ທ່ານເວົ້າວ່າ ເມື່ອເຈົ້າໜ້າທີ່ໄປກວດກາ ຫາກພົບເຫັນ ກໍຈະໄດ້ເຮັດບົດບັນທຶກເອົາໄວ້.
ແລະຮ້ານອາຫານທີ່ເປີດໃຫ້ບໍຣິການ ໃນປັດຈຸບັນ ກໍຈະມີການໄປ ກວດກາ ແລະຈະເອີ້ນຜູ້ປະກອບການຕ່າງໆ ມາປະຊຸມເຣຶ່ອງມາຕການ ປ້ອງກັນ ໄວຣັສ ໂຄວິດ-19, ຫາກບໍ່ປະຕິບັດຕາມ ກໍຈະໄດ້ສຶກສາ ອົບຮົມ, ປັບໃໝ ດັ່ງທີ່ທ່ານກ່າວວ່າ:
“ກະໄດ້ມີການເຝົ້າຣະວັງຢູ່ ຍ້ອນວ່າເຂົາເຈົ້າຄິດວ່າ ຄົນພາຍໃນຈະບໍ່ມີຫຍັງ ສິບໍ່ມີບັນຫາ ທີ່ບໍ່ປະຕິບັດໂຕນີ້ຖືວ່າ ພວກເຮົາຈະໄດ້ຕິດຕາມ ມີຄະນະສະເພາະກິດ ຈະໄດ້ຕິດຕາມ ຄັນຖ້າວ່າຍັງບໍ່ຟັງ ທີ່ບໍ່ປະຕິບັດ ໄປສຶກສາອົບຮົມ ຫາກຍັງຝືນຢູ່ຈະໄດ້ປັບໃໝ ຈະໄດ້ເຊີນກຸ່ມ ທຸຣະກິດ ຜູ້ປະກອບການທັງໝົດ ມາປະຊຸມ ຈະໄດ້ເວົ້າກັນ.”
ເພື່ອແກ້ໄຂບັນຫາ ດັ່ງກ່າວ ເຈົ້າໜ້າທີ່ທາງການ ທີ່ກ່ຽວຂ້ອງຂອງເມືອງວັງວຽງ ຈະເຊີນຜູ້ປະກອບການຕ່າງໆ ເຂົ້າຮ່ວມປະຊຸມປຶກສາຫາລື ກັນອີກເທື່ຶອນຶ່ງ, ແຕ່ເບື້ອງຕົ້ນຈະມີ ຄະນະສະເພາະກິດ ໄປກວດກາ ຕາມຫົວໜ່ວຍບໍຣິການ ແລະສະຖານທີ່ທ່ອງທ່ຽວ ໃນເມືອງນີ້ກ່ອນ ເພື່ອແນະນໍາໃຫ້ພວກເຂົາເຈົ້າ ເພິ່ມຄວາມເອົາໃຈໃສ່ ປ້ອງກັນໄວຣັສ ໂຄວິດ-19 ໃຫ້ເຂັ້ມງວດກວ່າເກົ່າ.