ອັງກິດຈະຮ່ວມການລົງທຶນ ກັບລາວ
2014.03.11

ໃນວັນທີ່ 4 ມີນາ ທູດການຄ້າ ອັງກິດ Lord David Puttnam ໄດ້ພົບປະ ກັບ ເຈົ້າໜ້າທີ່ ທາງການ ລາວ ທີ່ ນະຄອນ ຫລວງ ວຽງຈັນ ເພື່ອ ສົ່ງເສີມ ໃຫ້ມີ ການເຊື່ອມໂຍງ ການຄ້າ ການລົງທຶນ ແລະ ການສຶກສາ ຣະຫ່ວາງ ສອງປະເທດ.
ປະເດັນ ທີ່ ຖືກຍົກ ຂຶ້ນມາ ສົນທະນາ ກັນ ໄດ້ແກ່ ການເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຂອງ ລາວ ໃນປີ 2015 ແລະ ການ ເປັນ ສະມາຊິກ ອົງການ ການຄ້າໂລກ ແລະ ເຮັດໃຫ້ ການຄ້າ ແລະ ການລົງທຶນ ຣະຫ່ວາງ ສອງປະເທດ ມີຄວາມ ເຂັ້ມແຂງ ຂຶ້ນ. ຕາມຣາຍງານ ຂ່າວ ຊິນຫົວ ທີ່ ອ້າງເຖິງ ຄໍາເວົ້າ ຂອງ ເອກອັຄຣາຊທູດ ອັງກິດ ປະຈໍາລາວ ທ່ານ Philip Malone. ທ່ານ Malone ກ່າວວ່າ ພວກທ່ານ ໄດ້ຊອກຫາ ໂອກາດ ບ່ອນທີ່ ມີ ສັກກະຍາພາບ ສູງ ເຊັ່ນການ ພັທນາ ໂຄງຮ່າງ ພື້ນຖານ ແລະ ເຂົ້າໃຈ ການເຮັດ ທຸຣະກິດ ຣະຫ່ວາງ ສອງປະເທດ ໃຫ້ດີ.
ຕາມການ ເປີດເຜີຽ ຂ່າວ ຂອງ ສະຖານທູດ ອັງກິດ ນັ້ນວ່າ ນັກການທູດ ອັງກິດ ໄດ້ ສົນທະນາ ເຖິງຄວາມເປັນ ໄປໄດ້ ຂອງ ບໍຣິສັດ ອັງກິດ ໃນ ໂຄງການ ພັທນາ ໂຄງຮ່າງ ພື້ນຖານ ຕາມແບບ ສະບັບ ການເປັນຄູ່ ຮ່ວມລົງທຶນ ຣະຫ່ວາງ ຣັຖ ກັບ ເອກກະຊົນ ໃນນັ້ນ ໄດ້ຣະບຸ ເຖິງ ໂຄງການ ຂຍາຍ ຖນົນຫລວງ ເລກທີ່ 13 ແຕ່ເໜືອ ຮອດໃຕ້ ທີ່ມີ ຄວາມຍາວ ປະມານ 1,426 ກິໂລແມັດ.
ນັບແຕ່ ອັງກິດ ໄດ້ເປີດ ສະຖານທູດ ປະຈໍາລາວ ເມື່ອທ້າຍປີ 2012 ມານີ້ ການສົນໃຈ ຂອງ ຫນ່ວຍ ທຸຣະກິດ ອັງກິດ ໃນລາວ ມີເພີ້ມ ຂຶ້ນ ຢ່າງຕໍ່ເນື່ອງ. ບໍຣິສັດ ອັງກິດ ທີ່ເປີດ ໃນລາວ ກໍມີ Imperial Tobacco, KPMG and Standard Charterd. ນອກນັ້ນ ກໍມີ ຣົດ ຫຍີ່ຫໍ້ Land Rover, Jaguar ແລະ JCB ຊຶ່ງເປັນທີ່ ນິຍົມ ທີ່ສຸດ ໃນລາວ.