ຊາວເມືອງຕົ້ນເຜິ້ງຍັງຕ້ອງ ເຝົ້າຍາມ ໄຮ່ນາ
2014.01.22
ປັດຈຸບັນປະຊາຊົນ ບ້ານສີບຸນເຮືອງ ບ້ານໂພນຮົມ ບ້ານດອນຫນູນ ບ້ານພຽງຍາມ ບ້ານມອກກະຈົກ ແລະບ້ານຄວ້ານເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ ຍັງປັກຫລັກ ເຝົ້າດິນນາ ຂອງພວກຂະເຈົ້າ ຢູ່ຕລອດເວລາ ໂດຍສັບປ່ຽນເວນກັນ. ພວກຊາວບ້ານໄດ້ເຮັດແບບນີ້ມາແຕ່ຕົ້ນ ເດືອນ ມົກກະຣາ ແລະຈະເຮັດຕໍ່ໄປ ໂດຍບໍ່ມີຢຸດ ຍ້ອນຢ້ານທາງການສັ່ງຣົຖດຸດ ມາລັກດຸດນາຂອງພວກຂະເຈົ້າອີກ. ຊາວບ້ານຢືນຢັນອີກວ່າຈະບໍ່ ຍອມເສັຽ ທີ່ດິນ ໃຫ້ ແກ່ໂຄງການ ສ້າງສນາມບິນ ຢ່າງເດັດຂາດ. ຊາວບ້ານ ຜູ້ທີ່ຂໍສງວນ ຊື່ທ່ານນື່ງ ເວົ້າວ່າ:
"ດຽວນີ້ ຍັງບໍ່ຮູ້ຄັກແນ່ ວ່າໂຄງການ ດັ່ງກ່າວ ຈະເອົາດິນນາ ຂອງ ປະຊາຊົນ ຫລາຍເທົ່າໃດ ແຕ່ ກໍຄິດວ່າ ຕົນຈະໄດ້ຮັບ ຜົລກະທົບຄືກັນ ເພາະບ່ອນທີ່ ຣົຖດຸດ ໄປດຸດດິນ ແລ້ວນັ້ນ ຢູ່ໃກ້ ກັບດິນນາ ຂອງຕົນ".
ທ່ານກ່າວຕຶ່ມວ່າ ຄ່າຊົດເຊີຍ ທີ່ທາງການ ຈະໃຫ້ແກ່ຊາວບ້ານ ປະມານໄຮ່ລະ 8 ຫມື່ນບາດນັ້ນ ຫນ້ອຍໂພດຄັ້ງທຳອິດ ຊາວບ້ານສເນີຂໍຄ່າ ຊົດເຊີຍຈາກທາງການ ໄຮ່ລະ 1 ລ້ານບາດ ເພາະເຫັນວ່າດິນ ຢູ່ແຂວງອື່ນ ດັ່ງທີ່ ນະຄອນຫລວງ ວຽງຈັນ ແລະ ໃນເຂດ ຫົວເມືອງໃຫຍ່ໆ ໃນລາວ ມີຣາຄາແພງ. ແຕ່ເຈົ້າຫນ້າທີ່ ບອກວ່າ ຣາຄາ ທີ່ຊາວບ້ານສເນີ ມານັ້ນແພງເກີນໄປ. ຕໍ່ມາຊາວບ້ານໄດ້ຫລຸດລົງ ໄຮ່ລະ 5 ແສນ ບາດ ແຕ່ທາງ ການກໍຍັງ ບໍ່ໃຫ້ອີກຄືເກົ່າ ຈື່ງເຮັດໃຫ້ ບໍ່ມີຜູ້ຢາກຂາຍຖ້ າໄດ້ຫນ້ອຍກວ່ານັ້ນ ເພາະຢ້ານວ່າ ເງິນທີ່ທາງການ ຈະໃຫ້ນັ້ນຈະ ບໍ່ສາມາດ ຊື້ດິນນາ ບ່ອນໃຫມ່ໄດ້ ຊາວບ້ານ ບາງຄົນ ກໍຢ້ານວ່າ ຖ້າຂາຍນາໄປແລ້ວ ຈະບໍ່ມີດິນປູກເຂົ້າ ລ້ຽງຄອບຄົວ.
ຊາວບ້ານທີ່ເມືອງຕົ້ນເຜີ້ງ ຕ່າງກໍຮູ້ວ່າ ຜູ້ທີ່ຈະໄດ້ຮັບຜົລປໂຍດ ຈາກໂຄງການນີ້ຫລາຍກວ່າຫມູ່ ກໍແມ່ນ ບໍຣິສັດ ດອກງີ້ວຄຳ ຜູ້ສຳປະທານ ໂຄງການເຂດເສຖກິດສາມຫລ່ຽມຄຳ ແລະເຈົ້າຂອງກາຊິໂນ ຄິງສ໌ໂຣມັນ ນັ້ນເອງ ເພາະທຸກມື້ນີ້ທຸກສີ່ງທຸກຢ່າງ ຢູ່ແຂວງບໍ່ແກ້ວ ເປັນຂອງ ນັກລົງທຶນຈີນ ໄປຫມົດ.