ຄອບຄົວຄົນງານລາວ ຢູ່ໄທຍ ຖືກຄາຕກັມ
2021.04.13

ເກີດເຫດການຄາຕກັມ ຄອບຄົວຄົນງານລາວ ທີ່ເຮັດວຽກຢູ່ຟາມໝູ ແຂວງສຸຣາດທານີ ປະເທດໄທຍ ເມື່ອວັນທີ 01 ເມສາ ຜ່ານມາ. ຕຳຣວດເມືອງການຈະນະດິດ ໄດ້ຈັບຜູ້ກໍ່ເຫດ ຊື່ ທ້າວ ສິດທີສັກ ພົມທອງນຸ່ນ ອາຍຸ 26 ປີ ຊຶ່ງເປັນລູກຊາຍ ເຈົ້າຂອງຟາມໝູ ທີ່ ຄອບຄົວຄົນລາວ ເຮັດວຽກຢູ່ນຳ, ດັ່ງເຈົ້າໜ້າທີ່ຕຳຣວດ ເມືອງການຈະນະດິດ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 05 ເມສາ ວ່າ.
"ເຂົາຮັບສາຣະພາບ ເຂົາອ້າງກໍຕາມຂ່າວວ່າຫຶງພັລຍາ. ສອບສວນເພີ່ມຢູ່ຂະບວນການບໍ່ທັນແລ້ວ. ຢູ່ຣະຫວ່າງການສອບສວນ ເຂົາເສພຢາເສພຕິດນຳ. ມີຜົລກວດຢາເສພຕິດ ສົບຕອນນີ້ຍັງຝາກໄວ້ ທີ່ມູລນິທິ ກຸສົມສັດທາ ແຂວງສຸຣາດທານີ ທາງອ້າຍ ຄົນຕາຍ ກໍບໍ່ຮູ້ວ່າຈະເຜົາສົບ ທີ່ເມືອງໄທຍ ຫລື ຈະເອົາກັບລາວ."
ຕໍ່ເຫດການຄາຕກັມດັ່ງກ່າວ ຊາວແຂວງສວັນນະເຂດ ທີ່ເຮັດວຽກຢູ່ໄທຍ ໄດ້ກ່າວວ່າຍັງສົງສັຍ ກັບຄຳສາຣະພາບ ຂອງຜູ້ກໍ່ເຫດຢູ່.
"ກໍສະເທືອນໃຈທີ່ສຸດ ເພາະວ່າມັນຂ້າໝົດ. ມັນແບບວ່າເບິ່ງແລ້ວມັນ ຕ້ອງອີ່ຫຍັງຈັກຢ່າງ ຕາມທີ່ນັກຂ່າວເພິ່ນວ່າທາງລູກເຖົ້າແກ່ ເພິ່ນຫວງເມັຽຂ້ອຍວ່າປະເດັນ ມັນນ້ອຍເກີນໄປ ມັນຕ້ອງມີອີຫຍັງຈັກຢ່າງ."
ພາຍຫລັງເກີດເຫດເຈົ້າໜ້າທີ່ຕຳຣວດ ເມືອງການຈະນະດິດ ແຂວງສຸຣາດທານີ ກໍໄດ້ປະສານໄປຍັງຍາດພີ່ນ້ອງ ແລະ ໄດ້ພົບວ່າ ມີອ້າຍຂອງຄອບຄົວ ຄົນລາວທີ່ເຮັດວຽກ ຢູ່ຟາມໝູ ອີກແຫ່ງນຶ່ງໄດ້ເຂົ້າມາຮັບຊາບແລ້ວ.
"ຂໍ້ມູນກໍຕາມທີ່ລົງໄປທາງເຮົາ ກໍປະສານໄປທາງ ຕມ ແລ້ວອ້າຍຂອງຄອບຄົວ ຜູ້ເສັຽຊີວິດ ກໍຢູ່ອີກຟາມນຶ່ງ ໃນເຂດດຽວກັນ ຄົນທີ່ວ່າພານ້ອງມາເຮັດວຽກໃນປະເທດໄທຍ."
ເຫດຄາຕກັມຄັ້ງນີ້ ອີງຕາມຂໍ້ມູນຂອງເຈົ້າໜ້າທີ່ ຄາຕກອນແມ່ນລູກຊາຍ ຂອງເຈົ້າຂອງຟາມໝູ. ຜູ້ກ່ຽວໄດ້ໃຫ້ການຕໍ່ນັກຂ່າວ ວ່າຍ້ອນຫວງເມັຽ. ໃນຂນະທີ່ຕຳຣວດ ຝ່າຍສອບສວນໄດ້ ຣາຍງານວ່າພົບສານເສພຕິດ ແລະ ກໍຍັງມີອີກຫລາຍປະເດັນ ທີ່ ຕຳຣວດໄທຍ ຍັງຢູ່ໃນຣະຫວ່າງການສອບສວນ.
ສ່ວນຄອບຄົວຜູ້ເສັຽຊີວິດ ສື່ມວລຊົນໄທຍ ຣາຍງານເມື່ອວັນທີ 02 ເມສາ ວ່າຄົນງານລາວ ທີ່ຖືກຄາຕກັມນັ້ນ ຊື່ພໍ່ ທ້າວ ຂັນທະລີ ຈັນດີ ອາຍຸ 24 ປີ, ຊື່ແມ່ ນາງທອງປານ ອາຍຸ 24 ປີ ແລະ ລູກອາຍຸ 4 ປີ ສະພາບສົບຖືກແທງດ້ວຍຂອງມີຄົມ.