ເສຖກິຈໄທໃນອະນາຄົດ


2014.02.05
F-Asean ເຄື່ອງໝາຍຂອງ ປະຊາຄົມເສຖກິຈອາຊຽນ
Asean

 

ການເປັນ ປະຊາຄົມ ເສຖກິດອາຊຽນ ຈະເສີມສ້າງບົດບາດ ຂອງປະເທດໄທ ໃນເຣື້ອງ ການຂົນສົ່ງສຳລັບເຂດ ອະນຸພາກພື້ນ ແມ່ນ້ຳຂອງ. ອີງຕາມ ຣາຍງານຂອງໜັງສືພິມ ເດີເນຊັນ ຂອງໄທ.

ການສຶກສາວິຈັຍ ກ່ຽວກັບເຣື້ອງນີ້ ໂດຍບໍຣິສັດທີ່ປຶກສາການຕລາດທາງດ້ານທຸຣະກິດ ໄດ້ຊີ້ໃຫ້ເຫັນວ່າ ການເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ຈະເພີ່ມມູນຄ່າ ການຄ້າຂອງໄທ ດ້ວຍການເສີມຕໍ່ການຄ້າ ກັບ 4 ປະເທດ ທີ່ເພື່ອນບ້ານ ເປັນຕົ້ນພະມ້າ ມາເລເຊັຍ ລາວ ກຳພູຊາ ແລະ ຮວມທັງ ປະເທດຈີນ ແລະວຽດນາມ.

ຈະເປັນການເພີ່ມໂອກາດການຄ້າກັບປະເທດພະມ້າ ແລະກຳພູຊາ ພາສີການນຳເຂົ້າມູນຄ່າຫລາຍກວ່າ 90 ສ່ວນຮ້ອຍ ຂອງມູນຄ່າ ຜລິຕພັນ ຢູ່ພາຍໃນ ປະຊາຄົມ ເສຖກິດອາຊຽນເອງ ແລະ ຫລັງຈາກນັ້ນ ຈະບໍ່ມີການເກັບພາສີ ສິນຄ້ານຳເຂົ້າ.

ປະເທດໄທຈະໄດ້ຮັບປະໂຫຍດຈາກການຫລຸດພາສີນຳເຂົ້າສິນຄ້າ ໂດຍສະເພາະສິນຄ້າ ທີ່ຈະສົ່ງອອກໄປຍັງປະເທດກຳພູຊາ ລາວ ພະມ້າ ແລະວຽດນາມ ຊຶ່ງສິນຄ້າດັ່ງກ່າວ ແມ່ນປະເພດ ເຄື່ອງດື່ມ ທີ່ບໍ່ແມ່ນເຫລົ້າ ລົດຈັກ ຢາງລົດ ສະບູ ແລະ ຜລິຕພັນທຳຄວາມສະອາດ.

ສໍາລັບສປປລາວແລ້ວ ຍັງບໍ່ທັນມີຄວາມພ້ອມຫລາຍຢ່າງ ໃນການຮວມຕົວຄັ້ງນີ້ ເປັນຕົ້ນແມ່ນ ຜລິຕພັນຂອງລາວ ທີ່ຈະສົ່ງອອກໄປຂາຍ ຍັງບໍ່ສາມາດ ແຂ່ງຂັນກັບ ປະເທດເພື່ອບ້ານໄດ້. ທຸຣະກິດຂະໜາດນ້ອຍ ແລະ ຂະໜາດກາງໃນປະເທດ ມີແນວໂນ້ມວ່າຈະປິດລົງ ຍ້ອນ ບໍ່ສາມາດ ແຂ່ງຂັນກັບ ເພື່ອນບ້ານໄດ້ ຣະດັບຄວາມຮູ້ ທາງດ້ານ ນັກວິຊາການ ກໍຍັງບໍ່ສູງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.