ລາວ-ໄທ ເປີດຣົດເມສາຍໃໝ່
2014.02.09

ລາວແລະໄທ ເປີດບໍຣິການ ຣົດເມ ສາຍໃໝ່ ຕຣຽມ ຮອງຮັບ ປະຊາຄົມ ເສຖກິດ ອາຊຽນ. ອີງຕາມການຣາຍງານ ຂອງສຳນັກຂ່າວ ໄທ ໃນວັນທີ 7 ກຸມພາ ທີ່ຜ່ານມາ.
ທັງສອງປະເທດ ໄດ້ເປີດຂົວ ຂ້າມ ແມ່ນ້ຳຂອງ ໄປແລ້ວ 4 ແຫ່ງ ຕາມເສັ້ນທາງຂົນສົ່ງ ແຕ່ເສັ້ນທາງ ໂດຍສານຣົດເມໃໝ່ ນີ້ແມ່ນໃຫ້ ບໍຣິການ ເສັ້ນທາງ ອີກທາງເລືອກນຶ່ງ ສຳລັບ ຜູ້ທີ່ມີ ຈຸດປະສົງ ຈະເດີນທາງໄປ ບັນດາ ປະເທດ ອາຊຽນ.
ເສັ້ນທາງຣົດດັ່ງກ່າວ ແມ່ນມີການຮ່ວມມືກັນ ໂດຍແມ່ນ ບໍຣິສັດ ນາຫລວງຂອງລາວ ແລະ ບໍລິສັດ ຂົນສົ່ງຂອງໄທ. ລົດຈະອອກເດີນທາງ ແຕ່ແຂວງເລີຍ ຢູ່ພາກຕາເວັນ ອອກສ່ຽງເໜືອ ຂອງໄທ ໄປຫາ ແຂວງໄຊຍະບູຣີ ແລະ ແຂວງ ຫລວງພຣະບາງ ພາກເໜືອຂອງລາວ ເຊິ່ງເສັ້ນທາງຣົດນີ້ ມີຄວາມຍາວ ເກືອບ 400 ກິໂລແມັດ ຈະໃຊ້ເວລາ ປະມານ 9 ຊົ່ວໂມງ.
ຣາຄາປີ້ບໍຣິການ ສະເພາະແຕ່ຂາໄປ ແຕ່ແຂວງເລີຍ ໄປຫາ ແຂວງຫລວງພຣະບາງ ແມ່ນ 175,000 ກີບ ປະມານ 700 ບາດ ແລະ ແຂວງເລີຍ ໄປຫາ ແຂວງໄຊຍະບຸຣີ ແມ່ນ 125,000 ກີບ ປະມານ 500 ບາດ. ນອກຈາກນັ້ນ ຜູ້ທີ່ ເດີນທາງ ດ້ວຍຣົດຍົນ ສາມາດໃຊ້ເສັ້ນທາງ ຜ່ານຂົວ ມິຕພາບ ລາວໄທ ຂ້າມແມ່ນ້ຳຂອງ ເພື່ອໄປຍັງເຂດ ດ່ານສາກົນ ຂອງ ທັງສອງປະເທດ ຊຶ່ງຂົວມິຕພາບລາວໄທ ແຫ່ງທໍາອິດ ແມ່ນຂົວ ມິຕພາບ ວຽງຈັນ-ໜອງຄາຍ ຂົວ ມິຕພາບ ແຫ່ງທີສອງ ແມ່ນຢູ່ ແຂວງສວັນນະເຂດ ກັບແຂວງ ມຸກດາຫານ, ທີ່ສາມ ແມ່ນແຂວງຄຳມ່ວນ ກັບ ແຂວງ ນະຄອນພະນົມ ແລະ ແຫ່ງທີສີ ແມ່ນແຂວງ ບໍ່ແກ້ວ ກັບ ແຂວງຊຽງຣາຍ.