ຕຳຣວດໄທຍເຕືອນຣະວັງ ຕໍາຣວດປອມ
2020.12.04

ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ຂອງໄທຍ ແຈ້ງເຕືອນ ກຸ່ມຄົນງານລາວ, ພະມ້າ ແລະ ກັມພູຊາ ໃຫ້ຣະມັດຣະວັງ ກຸ່ມຕົ້ມຕຸ໋ນ ທີ່ປັດຈຸບັນ, ມີກໍຣະນີໃໝ່ເກີດຂຶ້ນ ຢູ່ ແຂວງຣະຍອງ, ໂດຍອ້າງວ່າ ເປັນຕຳຣວດ ກວດຄົນເຂົ້າເມືອງ ແລ້ວເຂົ້າໄປຂົ່ມຂູ່ ຂູດຮີດເອົາເງິນ. ເຈົ້າໜ້າທີ່ຕຳຣວດ ແຂວງຣະຍອງ ຂອງໄທຍ ບອກວ່າ ຖ້າພົບກໍຣະນີດັ່ງກ່າວ ບໍ່ໃຫ້ຄົນງານ ແລະ ນາຍຈ້າງຢ້ານກົວ, ແຕ່ຕ້ອງແຈ້ງ ໃຫ້ເຈົ້າໜ້າທີ່ຕຳຣວດ ທີ່ກ່ຽວຂ້ອງຮັບຮູ້ ເພື່ອໃຫ້ດຳເນີນຄດີ ກັບພວກຕົ້ມຕຸ໋ນເຫຼົ່ານັ້ນ. ດັ່ງເຈົ້າໜ້າທີ່ຕຳຣວດ ແຂວງຣະຍອງ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ທັນວາ ນີ້ວ່າ:
ທ່ານວ່າ: “ຖ້າເກີດວ່າ ເປັນຄົນງານຕ່າງດ້າວ ທີ່ເຂົ້າມາ ຖືກຕ້ອງຕາມກົດໝາຍ ບໍ່ຕ້ອງຢ້ານເລີຍ. ຖ້າຕຳຣວດແທ້ ເຂົາຈະຈັບສົ່ງ ໄປສະຖານີຕຳຣວດ ໃນພື້ນທີ່ ເພື່ອດຳເນີນຄດີ, ເຂົາຈະບໍ່ຮຽກຮ້ອງເອົາຫຍັງ. ບໍ່ໃຫ້ຢ້ານ, ຖ້າຜິດ ກໍພຽງແຕ່ປັບໄໝ.”
ກໍຣະນີດັ່ງກ່າວ ເກີດຂຶ້ນໃນວັນທີ 15 ເດືອນຕຸລາ 2020 ທີ່ແຂວງຣະຍອງ ພາຍຫຼັງມີ ກຸ່ມຕົ້ມຕຸ໋ນ ກຸ່ມນຶ່ງ ທີ່ອ້າງໂຕ ເປັນເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ມາຈາກ ນະຄອນຫຼວງບາງກອກ ຂັບຣົດມາ 2-3 ຄັນ, ການແຕ່ງໂຕ ຄືກັບເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງແທ້ ທັງມີເອກະສານຕ່າງໆ ຕຣຽມພ້ອມທຸກຢ່າງ ໄດ້ເຂົ້າໄປ ຂູດຮີດເອົາເງິນ ກັບເຈົ້າຂອງ ຮັບເໝົາກໍ່ສ້າງແຫ່ງນຶ່ງ ໃນແຂວງຣະຍອງ, ໂດຍພວກຕົ້ມຕຸ໋ນ ກຸ່ມນີ້ ມີຂໍ້ມູນວ່າ ມີຄົນງານຕ່າງດ້າວ 10 ຄົນ ທີ່ມີທັງຄົນລາວ, ພະມ້າ ແລະ ກັມພູຊາ ເປັນຄົນງານ ທີ່ບໍ່ມີ ໃບອະນຸຍາດ. ດັ່ງນັ້ນ, ເຈົ້າຂອງຮັບເໝົາກໍ່ສ້າງ ຢ້ານຖືກຕຳຣວດ ດຳເນີນຄດີ ຈຳເປັນຕ້ອງ ໄດ້ຈ່າຍເງິນໃຫ້ 4 ໝື່ນບາທໄທຍ. ເຈົ້າໜ້າທີ່ຕຳຣວດ ແຂວງຣະຍອງ ກ່າວຕື່ມວ່າ ທີ່ຜ່ານມາ ກໍເກີດກໍຣະນີແບບນີ້, ແຕ່ຜູ້ເສັຽຫາຍ ບໍ່ມາແຈ້ງຄວາມ ເພື່ອດຳເນີນຄດີ ກັບກຸ່ມຕົ້ມຕຸ໋ນ.
ທ່ານວ່າ: “ຄືຮູ້ມາໜ້ອຍນຶ່ງ ຈາກຜູ້ເສັຽຫາຍ ເປັນຂ່າວລັບໆ ມີຫຼາຍບ່ອນ, ແຕ່ຜູ້ເສັຽຫາຍ ບໍ່ປະສົງແຈ້ງຄວາມ ດຳເນີນຄດີ. ບາງເທື່ອມັນອາຈມີ ຣະຫວ່າງຄົນ ລັກລອບເຂົ້າມາ ມີບັນຫາເຣື່ອງໂຄວິດ, ເຣື່ອງການຕໍ່ເອກະສານ ອີ່ຫຍັງປະມານນີ້ ມັນເຮັດບໍ່ໄດ້. ບາງຄົນລັກລອບ ເຂົ້າມາແທ້ໆ ມັນຍັງກັບເມືອບໍ່ໄດ້ ເພາະວ່າ ມັນມີບັນຫາຄຸມໂຕ ກັກໂຕ 14 ຫາ 15 ມື້.”
ທ່ານກ່າວຕື່ມວ່າ ເຈົ້າຂອງຮ້ານ ຮັບເໝົາກໍ່ສ້າງ ກໍບໍ່ໄດ້ ມາແຈ້ງຂໍ້ມູນເພີ່ມຕື່ມ ຍ້ອນຢ້ານຖືກ ດຳເນີນຄດີ ທີ່ພາຄົນງານ ຕ່າງດ້າວ ຜິດກົດໝາຍ ເຂົ້າມາເຮັດວຽກ. ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ທີ່ກ່ຽວຂ້ອງ ກໍເລັ່ງກວດສອບ ແລະ ດຳເນີນການ ຊອກຈັບຜູ້ກໍ່ເຫດ ມາດຳເນີນຄດີ ຍ້ອນເຮັດໃຫ້ຕຳຣວດ ກວດຄົນເຂົ້າເມືອງ ເສື່ອມເສັຽຊື່ສຽງ ໃນທາງທີ່ບໍ່ດີ.
ໃນວັນທີ 26 ຕຸລາ ທີ່ຜ່ານມາ, ກໍມີການຖແລງຂ່າວ ການຈັບກຸ່ມ ຄົນຕ້ອງສົງໃສ ໄດ້ 3 ຄົນ ພ້ອມຂອງກາງ ເປັນຣົດໃຫຍ່ ເສື້ອກັກເຈົ້າໜ້າທີ່ ກວດຄົນເຂົ້າເມືອງ, ເຊິ່ງມີທັງໝົດ 6 ຄົນ ແຕ່ງກາຍຄ້າຍຄື ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ຂູດຮີດເງິນ ຄົນງານຕ່າງດ້າວ ໃນພື້ນທີ່ແຂວງຣະຍອງ ແລະ ໄດ້ດຳເນີນຄດີ ໃນຂໍ້ຫາ ຮ່ວມກັນຂົ່ມຂູ່ເອົາຊັພ ແລະ ສະແດງໂຕ ເປັນເຈົ້າໜ້າທີ່ ພະນັກງານຣັຖ, ສຳລັບອີກ 3 ຄົນທີ່ເຫຼືອ, ເຈົ້າໜ້າທີ່ ຈະເລັ່ງຊອກຈັບ ມາດຳເນີນຄດີ. ດັ່ງທີ່ເຈົ້າໜ້າທີ່ ສຳນັກງານຕຳຣວດ ກວດຄົນເຂົ້າເມືອງ ທ່ານນຶ່ງ ກ່າວໃນພິທີຖແລງຂ່າວ ເມື່ອວັນທີ 26 ຕຸລາ ຕອນນຶ່ງວ່າ:
ທ່ານວ່າ: “ຄົນຮ້າຍທັງ 6 ຄົນ, ຣົດທີ່ໃຊ້ກໍ່ເຫດ ທີ່ຈະຕິດເຄື່ອງໝາຍ ຄ້າຍໆກັບຣົດຍີ່ຫໍ້ BMW ຂອງ ຕ.ມ ແຕ່ລັກສະນະ ບໍ່ແມ່ນຣົດຫຼວງ ຢ່າງແນ່ນອນ. ກວດສອບເລິກອອກໄປນີ້ ທະບຽນຣົດ ກໍເຊື່ອວ່າ ເປັນທະບຽນຣົດປອມ.”
ຂະນະທີ່ ຄົນງານລາວ ທີ່ເຄີຍເຮັດວຽກຢູ່ໄທຍ ທ່ານນຶ່ງ ເວົ້າວ່າ ຕອນທີ່ເຂົ້າມາ ເຮັດວຽກຢູ່ໄທຍໃໝ່ໆ ກໍເຄີຍຖືກຕົ້ມ ຈົນເສັຽເງິນຄືກັນ, ແຕ່ກໍບໍ່ຮູ້ວ່າ ເປັນເຈົ້າໜ້າທີ່ປອມ ຫຼືແທ້. ລາວເອງ ກໍເລີຍໃຫ້ເງິນໄປ ເພາະບໍ່ຢາກມີບັນຫາ, ແຕ່ສຳລັບ ຄົນທີ່ເຂົ້າມາ ໂດຍຜິດກົດໝາຍ ກໍຈຳເປັນຕ້ອງຈ່າຍໄປ ເພາະບໍ່ຢາກຖືກຈັບ ແລະ ໄປເຣີ່ມຕົ້ນໃໝ່. ແຕ່ປັດຈຸບັນ, ໂຕເອງບໍ່ຢ້ານແລ້ວ ມີວິທີຮັບມື ກັບກຸ່ມຄົນ ດັ່ງກ່າວຢູ່, ໂດຍຈະໃຫ້ເວົ້າ ກັບຫົວໜ້າເອງເລີຍ.
“ກະເຄີຍຢູ່ດອກ ກຸ່ມເດ ພວກນີ້ເອົາຣົດ ເອົາຫຍັງມາ ມັນເຮັດຄືເດ ບໍ່ແມ່ນຄົນສອງຄົນ. ເຮົາບໍ່ມີບັດມີເບີ ມັນຈະເອົານຳເຮົາ 2 ພັນ, ໄດ້ 2 ພັນ ຈະປ່ອຍເມືອ. ຖ້າບໍ່ໄດ້ ກະຊິໄດ້ ໄປຂັງໄປຫຍັງ. ຄືຫຼັງໆຮູ້ ກະວ່າບໍ່ມີແລ້ວ, ມີ 500 ຫຼືວ່າ ມີ 200, ບໍ່ຈັ່ງຊັ້ນ ຊິໂທໃຫ້ເວົ້າກັບຫົວໜ້າ, ເພິ່ນກະເອີ່ໄປໆ.”
ຄົນງານລາວຢູ່ໄທຍ ອີກທ່ານນຶ່ງ ກ່າວວ່າ ໂຕເອງກໍບໍ່ໄດ້ຖືກກົດໝາຍ ພາສປອດ ກໍໝົດອາຍຸ ຍັງບໍ່ໄດ້ໄປຕໍ່ ກໍຮູ້ສຶກຢ້ານຢູ່, ແຕ່ຫາກພໍ້ພວກຕົ້ມຕຸ໋ນ ກໍຈະໃຫ້ເຖົ້າແກ່ ມາລົມເອງເລີຍ.
“ຢ້ານຫັ້ນແຫຼະ ເພາະວ່າ ເອກະສານ ບໍ່ຖືກຕ້ອງ ຢ້ານແບບ ເສັຽຫາຍທາງເຮົາ ແລະ ກໍທາງນາຍຈ້າງ. ໂຄວິດມາ ບໍ່ທັນໄດ້ໄປຕໍ່ ຈັກເທື່ອເລີຍ ກະເລີຍຢູ່ແບບນີ້ກ່ອນ, ຖ້າລໍເຂົາເຈົ້າ ເປີດໃຫ້ເຮັດບັດ, ຄ່ອຍເຮັດ.”
ປັດຈຸບັນ, ມີຜູ້ປະກອບການ 3 ຣາຍເທົ່ານັ້ນ ທີ່ເຂົ້າມາແຈ້ງຄວາມ ກັບສຳນັກງານ ກວດຄົນເຂົ້າເມືອງ ແລະ ໄດ້ແຈ້ງຂໍ້ມູນ ປະຊາສັມພັນ ໄປຍັງຜູ້ປະກອບການ ທີ່ອາຈຕົກເປັນເຫຍື່ອ ຖືກອ້າງ ເປັນເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ຂົ່ມຂູ່ຮີດໄຖເອົາເງິນ ເພື່ອເຂົ້າມາ ໃຫ້ຂໍ້ມູນເພີ່ມຕື່ມ ເພື່ອສລຸບມູລຄ່າ ຄວາມເສັຽຫາຍ. ເບື້ອງຕົ້ນ, ໄດ້ນຳໂຕຜູ້ຕ້ອງຫາ ສົ່ງພະນັກງານສອບສວນ ທີ່ສະຖານີຕຳຣວດ ປວກແດງ ແຂວງຣະຍອງ ດຳເນີນຄດີ ໃນຂັ້ນຕໍ່ໄປ.