ປະຊາຊົນຂໍຮ້ອງຕໍາຣວດ ປາບປາມ ມິດສາຊີບ
2020.12.12

ປັດຈຸບັນຢູ່ ສປປລາວ ມີຄົນຮ້າຍລັກງັດແງະບ້ານເຮືອນ, ຮວມທັງດຶງເອົາກະເປົ໊າ ແລະລັກຣົດປະຊາຊົນຫຼາຍຂຶ້ນ ຢູ່ຫຼາຍເຂດ ແຂວງ, ເຮັດໃຫ້ປະຊາຊົນຮຽກຮ້ອງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເອົາໃຈໃສ່ ກວດກາເຂັ້ມງວດ. ຊາວບ້ານຢູ່ ແຂວງສວັນນະເຂດ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ທັນວາ ນີ້ວ່າ, ພວກຂີ້ລັກງັດແງະນີ້, ມີທັງຄົນເສພຢາບ້າ, ຄົນວ່າງງານທົ່ວໄປ, ຫລື ອາຈເປັນພວກທີ່ຖືກອະພັຍໂທດໄປແລ້ວ, ເມື່ອເດືອນ ພຶສຈິກາ ຜ່ານມາ, ດັ່ງ ທີ່ນາງກ່າວວ່າ:
“ຫລາຍໆຂຶ້ນໂອ໋! ອັນໃດເປັນຕາ; ເອົາໝົດດຽວນີ້, ເປົ້າໝາຍຫລັກໆແມ່ນຣົດຈັກ, ຈອດຊະຊາຍ ເຂົາກໍເລາະສາລະເວຂີ້ລັກ, ຕາມເຮືອນລັກເອົາໝົດ ຂຶ້ນເອົາໂທຣະສັບ ເປັນບັນຫາ ສໍາຄັນເດີ້, ເອົາງ່າຍ ດຽວນີ້ນ່າ, ອະພັຍໂທດກໍມີຄືກັນ ແຕ່ບໍ່ສເມີໄປ.”
ເຣື່ອງທີ່ວ່ານີ້, ຊາວບ້ານຢູ່ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ, ປັດຈຸບັນໄດ້ຍິນຂ່າວວ່າມີຜູ້ຮ້າຍຊາຍໂຈນ, ລັກງັດແງະບ້ານເຮືອນ ເອົາເຄື່ອງຂອງປະຊາຊົນຫລາຍຂຶ້ນ, ຊຶ່ງສ່ວນໃຫຍ່ ເປັນພວກເສພຢາບ້າ, ແຕ່ເຈົ້າໜ້າທີ່ຕໍາຣວດ ບໍ່ຄ່ອຍຈະຈັບໄດ້, ແລະ ກໍຍາກທີ່ຈະໃຫ້ເຈົ້າໜ້າທີ່ເອົາໃຈໃສ່, ຈັບຄົນຮ້າຍມາລົງໂທດ ຕາມຣະບຽບກົດໝາຍໄດ້ ດັ່ງທີ່ທ່ານກ່າວວ່າ:
“ກະໄດ້ຍິນຢູ່ ງັດແງະ ຕາມເຮືອນຊານ ກະຂຶ້ນເຮືອນນັ້ນເຂົ້າເຮືອນນີ້ ສ່ວນຫລາຍກໍມີແຕ່ກິນຢາມ້າ ຫັ້ນແຫລະ. ຄັນເຈົ້າໜ້າທີ່ ມາເບິ່ງກະເບິ່ງລ່າ, ບໍ່ເຄີຍຈັບຄົນທີ່ມາລັກມາງັດ ມາແງະໄດ້ຈັກເທື່ອ, ກໍຢາກໃຫ້ເຈົ້າໜ້າທີ່ເອົາໃຈໃສ່ຫັ້ນແຫລະ, ໄດ້ໃສ່ໂທດປັບໃໝ ເຂົາເຈົ້າຈັງຈະຫລາບ ມັນຈັ່ງຈິບໍ່ເກີດຂຶ້ນອີກ.”
ແລະຊາວບ້ານ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ ດຽວກັນນີ້ວ່າ ທຸກມື້ນີ້ຊາວບ້ານກໍພາກັນຣະມັດ ຣະວັງຫລາຍ, ຍ້ອນມີຜູ້ຮ້າຍຊາຍໂຈນ ໃນທຸກຮູບແບບຫລາຍຂຶ້ນ, ມີທັງຂຶ້ນເຮືອນ ແລະ ຫໍພັກ ງັດແງະເອົາເຄື່ອງຂອງມີຄ່າ, ດຶງເອົາກະເປົາ, ແລະລັກເອົາຣົດຈັກ ກໍມີຫລາຍ, ເຖິງແມ່ນວ່າເຈົ້າໜ້າທີ່ ຈະກວດກາເຂັ້ມງວດ ແຕ່ສ່ວນໃຫຍ່ກໍຈັບບໍ່ໄດ້, ດັ່ງທີ່ ທ່ານກ່າວວ່າ:
“ສ່ວນຫລາຍເຂົາເຈົ້າ ດຶງກະເປົ໋າກໍມາຖິ້ມຢູ່ແຖວບ້ານ, ເພາະປະຊາຊົນເຂົາເຈົ້າ ແລ່ນ ຍາມມື້ເຊົ້າ, ສ່ວນຫລາຍລາວມັກເກັບ ກະເປົ໋າໄດ້, ແຕ່ບໍ່ມີເງິນ ສ່ວນຫລາຍມີ ເຂົາເຈົ້າມັກ ໄປລັກ, ລັກເອົາເຄື່ອງຂອງຫັ້ນ ຫ້ອງແຖວ ເຂົາເຈົ້າບໍ່ຢູ່ເຮືອນ ໄປລັກງັດ ເອົາເຄື່ອງຂອງ ໂທຣະສັບ ພັດລົມ ຕູ້ເຢັນ ເບິ່້ງກ້ອງເຫັນຢູ່ແຕ່ບໍ່ຄັກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ທັນວານີ້ວ່າ, ໂຈນສມັຍນີ້ມີຫລາຍປະເພດ ທັງຄົນ ວ່າງງານ, ຄົນເສພຢາບ້າ, ພວກທີ່ຖືກອະພັຍໂທດ ກໍມີສ່ວນ, ພວກທີ່ເຄີຍກໍ່ ເຫດມາແລ້ວ ກໍມາເຮັດຊໍ້າອີກກໍມີ ແລະວ່າ ເຈົ້າໜ້າທີ່ກໍເຂັ້ມງວດ ກວດຂັນໃນເຣື່ອງນີ້, ເມື່ອຈັບໄດ້ກໍວ່າໄປ ຕາມຣະບຽບກົດໝາຍ, ຫາກພົ້ນໂທດແລ້ວ ກໍປ່ອຍໄປ ຖ້າໂທດໜັກກໍຢູ່ດົນ:
“ກະມີທຸກປະເພດຫັ້ນແຫລະ, ພວກມີວຽກເຮັດງານທໍາກະມີ, ພວກພໍ່ແມ່ລ້ຽງບໍ່ໄດ້, ມັນບໍ່ແມ່ນແຕ່ວ່າແນວດຽວ, ໂທດບໍ່ໜັກ ບໍ່ໜາ, ກໍລົງແກ້ຕາມກົດໝາຍ ຖ້າແມ່ນໜັກກະຢູ່ດົນ ຮອດກໍານົດໂທດ ກະອອກກະເຮັດໃໝ່.”
ທ່ານກ່າວຕື່ມວ່າ ກໍຍາກທີ່ຈະໃຫ້ປະຊາຊົນ ຄອຍເປັນຫູເປັນຕາ, ສອດຊ່ອງເບິ່ງຊ່ອຍກັນ, ເພື່ອຄວາມສງົບສຸກ; ໂຈນບາງຄົນ ທີ່ເຈົ້າໜ້າທີ່ ຈັບບໍ່ໄດ້ ກໍອາຈກັບມາກໍ່ເຫດຊໍ້າອີກ, ບາງເທື່ອເຈົ້າໜ້າທີ່ ເບິ່ງບໍ່ທົ່ວເຖິງ, ຫາກຊ່ອຍກັນຕິດຕາມ ກໍອາຈສາມາດ ຈັບໂຈນໄດ້.
ໃນມື້ວັນທີ 28 ພຶສຈິກາ ຜ່ານມາ ຊາວບ້ານ ຢູ່ແຂວງສວັນນະເຂດ, ໄດ້ເຕືອນວ່າ, ໃຫ້ຣະມັດຣະວັງໂຈນເຂົ້າມາງັດແງະ ເອົາເຄື່ອງຂອງ ຢູ່ໃນເຮືອນ, ຄວນເກັບຮັກ ສາຂອງມີຄ່າໄວ້ ໃຫ້ດີ ເພາະສມັຍນີ້ມີໂຈນຫລາຍ ຍ້ອນວ່າເຮືອນຂອງຕົນກໍຖືກ ໂຈນມາງັດແງະ ເອົາໝໍ້ໄຟຣົດໄປແລ້ວ.
ແລະໃນຕົ້ນເດືອນທັນວາ ນີ້ກໍມີຄົນໄປລັກຕັດເອົາເຫລັກລາງຣົດໄຟລາວ-ຈີນ, ແຕ່ເຈົ້າໜ້າທີ່ຈັບມາລົງໂທດໄດ້ 3 ຄົນ ແລະ ໃນມື້ວັນທີ 8 ທັນວາ ນີ້ ກໍມີຄົນລັກຕັດສາຍໄຟຟ້າ ເຍືອງທາງດ່ວນ ນະຄອນວຽງຈັນ-ວັງວຽງ ຍາວ 500 ແມັດ, ມູນຄ່າ 45 ລ້ານກີບ, ແຕ່ເຈົ້າໜ້າທີ່ຍັງຈັບໂຕບໍ່ທັນໄດ້.