ຄົນວຽດນາມເຂົ້າມາລັກ ເຮັດວຽກ ຢູ່ ຂ.ສວັນນະເຂດ

ສຸພັດຕາ
2018.05.18
f-savannakhet ຮ້ານຄ້າຂາຍ ຮ້ານອາຫານ ເຂດຕລາດຫຼັກ 8 ແຂວງສວັນນະເຂດ
Screen captured visit Laos video

ຄົນວຽດນາມເຂົ້າມາເຮັດວຽກ ປະກອບອາຊີບ ແບບບໍ່ຖືກຕ້ອງຕາມກົມໝາຍ ຢູ່ແຂວງສວັນນະເຂດ ຫຼາຍຂຶ້ນນັບແຕ່ປີ 2016 ຫາ ຕົ້ນປີ 2017 ມີປະມານ 5 ພັນຄົນ. ໃນປີ 2018 ເຈົ້າໜ້າທີ່ຄາດວ່າ ຈະມີກວ່າ 6 ພັນຄົນ, ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 17 ພຶສພາ ນີ້ວ່າ:

“ພວກແຮງງານວຽດນີ່ ເຮົາກໍສັງລວມເບິດ ມັນຕົກຢູ່ສະເພາະ ໃນແຂວງສວັນນະເຂດເດີ້ ມັນຍ່າງເຂົ້າ 6 ພັນປາຍຢາກເຂົ້າ 7 ພັນພຸ້ນເດີ້ ມາໃນນາມພາສປອດນີ່ ແມ່ນຫຼັກພັນ ມາໃນນາມພາສປອດທ່ອງທ່ຽວນີ່ນະ ແລ້ວເຂົາມາລັກລອບ ປະກອບອາຊີບ.”

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ສາມາດຈົດທະບຽນໄດ້ພຽງແຕ່ 2 ພັນຄົນເທົ່ານັ້ນ ແລະໄດ້ອອກໄດ້ໃບອະນຸຍາດ ເຮັດວຽກຊົ່ວຄາວ 3 ເດືອນ ໃຫ້ຂະເຈົ້າ ຫາກໝົດອາຍຸ ກໍຈະຖືກສົ່ງກັບປະເທດຄືນ ພາຍໃນ 15 ມື້, ແຕ່ຖ້າຜູ້ທີ່ຍັງລັກຢູ່ໃນລາວ ຖ້າກວດພົບວ່າບໍ່ມີ ເອກສານຖືກຕ້ອງ ຈະຖືກປັບໃໝ ຕໍ່າສຸດນຶ່ງລ້ານ ສອງແສນກີບ ຕໍ່ຄົນ:

“ລັກລອບປະກອບອາຊີບ ແລະເຮົາຂຶ້ນທະບຽນ ເພື່ອເກັບກຳສະຖິຕິຂໍ້ມູນ ເຮົາຕ້ອງໄດ້ອອກບັດອະນຸຍາດ ເຄື່ອນໄຫວຊົ່ວຄາວ ເປັນເວລາ 3 ເດືອນ ໃຫ້ຜູ້ກ່ຽວ ແຕ່ໃນໄລຍະນັ້ນ ເຮົາກຳນົດໄດ້ 2 ພັນປາຍ ແລະອີກຈຳນວນທີ່ເຫຼືອ ມີການເອົາຕົວຫຼົບຫຼີກ ດຽວນີ້ເຮົາກໍ່ໄດ້ລົງນຳໃຊ້ ມາຕການ ກວດຜູ້ໃດທີ່ວ່າ ບໍ່ຂຶ້ນທະບຽນນຳເຮົາ ແລ້ວເຮົາກໍ່ກວດພົບເຫັນວ່າ ບໍ່ມີເອກກະສານອິຫຍັງ ໃຫ້ເຮົາ ກໍ່ໄດ້ນຳໃຊ້ມາດຕະການ 04 ນີ້ ເຂົ້າໄປ ກໍໄດ້ປັບໃໝ ລ້ານສອງ.”

ທ່ານກ່າວເພີ້ມວ່າ ຄົນວຽດນາມບາງຄົນ ໜີອອກຈາກເມືອງໄກສອນ ພົມວິຫານ ໄປຢູ່ຕາມເມືອງຕ່າງໆ ຂອງແຂວງສວັນນະເຂດ ເປັນຕົ້ນ ເມືອງອຸທຸມພອນ ແລະ ເມືອງໄຊພູທອງ ບ່ອນທີ່ເຈົ້າໜ້າທີ່ ຍັງບໍ່ທັນໄປກວດກາເທື່ອ ສ່ວນຫຼາຍແລ້ວ ຊາວວຽດນາມ ທີ່ມາຢູ່ລາວມັກຈະ ປະກອບ ອາຊີບຄ້າຂາຍ, ແປງຣົດ, ກໍ່ສ້າງ ແລະເປີດຮ້ານເສີມສວຍ ເລົ່ານີ້ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.