ເຈົ້າໜ້າທີ່ຂັ້ນສູງຍັງບໍ່ຖືກ ໃສ່ໂທດ
2020.11.03

ຫລາຍພາກສ່ວນໃນສັງຄົມ ທີ່ຮຽກຮ້ອງໃຫ້ຣັຖບານລາວ ເອົາໃຈໃສ່ປະຕິບັດວິນັຍ ແລະລົງໂທດ ເຈົ້າໜ້າທີ່ພັກ-ຣັຖ ຂັ້ນສູງຢູ່ແຂວງຕ່າງໆ ທີ່ຣະເມີດກົດໝາຍ ໂດຍສະເພາະເຣື່ອງການສໍ້ຣາດບັງຫລວງ ຢ່າງ ເດັດຂາດ, ເປັນຮູບປະທັມ ແລະບໍ່ມີການຍົກເວັ້ນນັ້ນ ເວົ້າວ່າບັນຫາ ນີ້ຍັງຖືກເມີນເສີຍ ບໍ່ເປັນຮູບປະທັມຈັກເທື່ອ. ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສຈິກາ ນີ້ວ່າ:
“ເພິ່ນປະກາດວ່າກວດກາໄດ້ທໍ່ນັ້ນທໍ່ນີ້ ຄັນເວົ້າແລ້ວຕ້ອງໄດ້ປະຕິບັດ ແລ້ວກະ 2 ມາ ຢາກໃຫ້ຂັ້ນເທິງເປັນແບບຢ່າງກ່ອນ ເຂົາວ່າມີແຕ່ ນາມມະທັມ ຮູປທັມບໍ່ເກີດຈັກເທື່ອ.”
ແລະຊາວລາວອີກຄົນນຶ່ງ ຢູ່ແຂວງຈໍາປາສັກ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຈົ້າໜ້າທີ່ຄົນໃດກໍຕາມ ທີ່ກະທໍາຄວາມຜິດ ຣະເມີດກົດໝາຍ ກໍຢາກໃຫ້ທາງການລາວ ລົງໂທດຄົນນັ້ນຕາມຣະບຽບ ກົດໝາຍ:
“ບໍ່ຫລີກລ່ຽງໄດ້ດອກບັນຫາໂຕນີ້ ຜູ້ໃດກະທໍາຜິດກະແມ່ນຜູ້ນັ້ນ ຮັບຜິດຊອບຕໍ່ໜ້າກົດໝາຍ. ຫລັກການມັນແນວນັ້ນ ບໍ່ແມ່ນວ່າສິຍົກເວັ້ນ ຍົກເວັ້ນບໍ່ໄດ້ ຖ້າວ່າມັນຜິດພາດແລ້ວ ຕ້ອງປະຕິບັດຕາມ ຂັ້ນຕອນ ຂໍ້ບັນຍັດຂອງກົດໝາຍ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກວດກາ ແຂວງຈໍາປາສັກ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສຈິກາ ນີ້ວ່າ ການກວດກາໂຄງການຕ່າງໆ ຫາກເປັນ ໂຄງການ ທີ່ເຈົ້າໜ້າທີ່ ຣະດັບສູງ ຫລື ຜູ້ມີອໍານາດ ພົວພັນນໍານັ້ນ ຈະບໍ່ສາມາດກວດກາໄດ້ ໂດຍສະເພາະຜແນກການເງິນ, ພະນັກງານພາສີ-ອາກອນ. ແຕ່ກໍມີທາງດຽວ ທີ່ຈະກວດກາໄດ້ ຄືຕ້ອງມີໜັງສື ມອບອໍານາດ ຫລື ມີເຈົ້າໜ້າທີ່ຈາກສູນກາງລົງມາ:
“ສິໄປກວດພະນັກງານພາສີ ກັບພະນັກງານອາກອນ ແຮງໄປໄດ້ຍາກ ຄັນບໍ່ແມ່ນກວດກາ ຣັຖບານ ຫລື ກວດກາສູນກາງລົງມາເຮັດ ມັນບໍ່ໄດ້ ຄັນບໍ່ແມ່ນສູນກາງລົງມາ ຊ່ວຍເຮັດ ບໍ່ໄດ້ດອກແຂວງນີ໋.”
ເຈົ້າໜ້າທີ່ຫ້ອງການກວດກາ ນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ ວ່າຣະບຽບການກວດກາ ຈະຄືກັນໝົດທຸກ ຂແນງການ ຄືຄະນະ ກວດກາຂັ້ນແຂວງ ເປັນຜູ້ກວດກາ, ຫາກພົບເຈົ້າໜ້າທີ່ຄົນໃດ ຣະເມີດ ກົດໝາຍ, ມີການພົວພັນກັບການສໍ້ຣາດບັງຫລວງ, ທາງແຂວງຈະເປັນຜູ້ສືບສວນ ແລະ ປະຕິບັດວິນັຍເອງ. ແຕ່ຫາກເປັນຄະດີໃຫຍ່ ທີ່ ທາງແຂວງບໍ່ສາມາດດໍາເນີນການໄດ້ ກໍຈະມອບໃຫ້ທາງສູນກາງ ເປັນຜູ້ດໍາເນີນການ:
“ໂອ໋ ມັນກະແລ້ວແຕ່ຄະດີເນາະ ຄັນຄະດີມັນໃຫຍ່ເນາະ ຖ້າວ່າມັນແກ້ໄຂບໍ່ໄດ້ ເຮົາກະຈະສົ່ງໃຫ້ສູນກາງສິນະ ເຮົາຕ້ອງແກ້ທາງເບື້ອງລຸ່ມ ກ່ອນເນາະ ຄັນວ່າເບື້ອງລຸ່ມ ມັນບໍ່ໄດ້ລະ ກະສົ່ງໃຫ້ ທາງສູນກາງ ເພິ່ນເຮັດສິນະ.”
ທ່ານ ບຸນທອງ ຈິດມະນີ ຫົວໜ້າອົງການກວດກາຣັຖບານ ກ່າວຕໍ່ກອງປະຊຸມເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8 ຕອນນຶ່ງວ່າພາລະ ບົດບາດຂອງອົງການກວດກາຣັຖບານ ແມ່ນມີໜ້າທີ່ຕິດຕາມ ກວດກາ ແລະ ຜົລຂອງການກວດກາ ມັນຕ້ອງໃຊ້ເວລາ ບໍ່ສາມາດກວດກາ ແລະ ເກັບກູ້ຄວາມເສັຍຫາຍໄປພ້ອມກັນໄດ້. ເມື່ອກວດກາສໍາເຣັດ ກໍຈະມອບໃຫ້ພາກສ່ວນກ່ຽວຂ້ອງຂັ້ນແຂວງ ເປັນຜູ້ເກັບກູ້ ຄວາມເສັຽ ຫາຍ ແລະລົງໂທດຜູ້ກະທໍາຄວາມຜິດ:
“ເພາະວ່າການແກ້ໄຂ ກ່ຽວກັບຜົລຂອງການກວດກາ ມັນຕ້ອງໄດ້ໃຊ້ເວລາ. ຄັນຫາກວ່າອົງການກວດກາ ຣັຖບານໄປແກ້ໄຂຜົລຂອງການ ກວດກາ ຕາມທີ່ໂຕເອງກວດກາ ເຫັນແລ້ວ ຈະໄດ້ໄປເສັຽເວລາ ຢູ່ຫັ້ນ. ບາດນີ້ເປັົ້າໝາຍທີ່ຈະຕ້ອງກວດກາ ຈຸດຕ່າງໆມັນຍັງຫລາຍ ບໍ່ສາມາດທີ່ຈະປະຕິບັດ ທັງ 2 ອັນ ທັງກວດກາ ທັງແກ້ໄຂຫັ້ນໄດ້.”
ກ່ຽວກັບບັນຫານີ້ ທ່ານ ທິບພະຈັນ ໂພໄຊ ສະມາຊິກສະພາແຫ່ງຊາດ ເຂດ 12 ແຂວງ ຄໍາມ່ວນ ກ່າວຕໍ່ກອງປະຊຸມສະພາ ແຫ່ງຊາດວ່າ ແຕ່ລະຄັ້ງ ທີ່ມີການຣາຍງານ ກ່ຽວກັບການກວດກາ ແລ້ວພົບຄວາມ ເສັຽຫາຍຢ່າງມະຫາສານ ແຕ່ບໍ່ເຫັນວ່າ ຈະມີມາຕການລົງໂທດທີ່ ເດັດຂາດ, ອໍານາດການປົກຄອງ ທ້ອງຖິ່ນ ຫລື ຄະນະພັກ ບໍ່ເອົາໃຈໃສ່ແກ້ໄຂ:
“ຫລັງຈາກກວດສອບເຫັນແລ້ວ ກວດກາເຫັນແລ້ວລະມອບ ໃຫ້ອົງການທີ່ກ່ຽວຂ້ອງນີ໋ ເປັນການແກ້ໄຂອັນນັ້ນຕາມກົດໝາຍ ໄດ້ເວົ້າແຈ້ງ ແນວນັ້ນ ແຕ່ອົງການປົກຄອງ ທ້ອງຖິ່ນ ຫລື ວ່າຄະນະພັກ ຄະນະນໍາ ຢູ່ຫັ້ນ ບໍ່ເອົາໃຈໃສ່ໃນການແກ້ໄຂ ໂຕນີ້ຕ້ອງມີວິທີການແກ້ໄຂ.”
ເມື່ອປີ 2019 ອົງການກວດກາຣັຖບານ ໄດ້ຣາຍງານວ່າ ມີເຈົ້າໜ້າທີ່ພັກ-ຣັຖທັງໝົດ 970 ຄົນທຸຈຣິດ ໃນໂຄງການຕ່າງໆຂອງຣັຖບານ ຈໍານວນ 105 ໂຄງການ, ເຮັດໃຫ້ຣັຖເສັຍຫາຍ ຮວມເປັນເງິນເຖິງ 846 ຕື້ກີບ, 600,000 ໂດລາສະຫະຣັຖ, ເກືອບ 310 ລ້ານບາດ ແລະ 32,000 ຢວນ ຊຶ່ງສ່ວນໃຫຍ່ເປັນໂຄງການພັທນາ ທີ່ຣັຖບານກູ້ຢືມ ເງິນມາ ແລະໄດ້ຮັບການຊ່ວຍເຫລືອລ້າ ຈາກຕ່າງປະເທດ, ຈົນເຮັດໃຫ້ ຕ່າງປະເທດ ກົດດັນຣັຖບານລາວ ໃຫ້ແກ້ບັນຫາທີ່ເກີດຂຶ້ນນັ້ນ ຢ່າງຮີບດ່ວນ.
ແຕ່ເຖິງຢ່າງໃດກໍຕາມ ມາເຖິງປັດຈຸບັນ ຣັຖບານລາວກໍຍັງບໍ່ເປີດເຜີຍເຣື່ອງການປະຕິບັດວິນັຍ ແລະລົງໂທດເຈົ້າໜ້າທີ່ພັກ-ຣັຖ ທີ່ກະທໍາ ຜິດນັ້ນແນວໃດ ແລະຖືກໂທດໄປແລ້ວຈັກຄົນ.