ບຶງທາດຫລວງ ມີບັນຫາ


2013.02.21
F-thatluang ໂຄງການ ພັທນາ ບຶງທາດຫຼວງ ໄດ້ເລີ້ມ ຕັດທາງ ບຸກເບີກ ພື້ນທີ່ແລ້ວ
Work live Laos

ຫຼາຍຄອບຄົວ ຢູ່ບຶງ ທາດຫລວງ ບໍ່ຍອມຮັບ ຄ່າຊົດເຊີຽ ແລະ ບໍ່ຍອມຍ້າຍ ຈາກທີ່ດິນ ຂອງຕົນ.

ປະຊາຊົນ ຫລາຍກ່ວາ 100 ຄອບຄົວ ບໍ່ຍອມໄປ ຮັບເອົາເງິນ ຄ່າຊົດເຊີຽ ຈາກຄະນະ ກັມມະການ ບໍຣິຫານ ເຂດ ເສຖກິດ ບຶງທາດຫລວງ ແລະ ບໍ່ຍອມ ໂຍກຍ້າຍ ອອກຈາກເຂດ ໂຄງການພັທນາ ຊຶ່ງພິທີ ວາງສີລາເຣິກ ລົງມືກໍ່ສ້າງ ກໍໄດ້ຈັດ ໄປແລ້ວ ແຕ່ທ້າຍປີ 2012. ເຈົ້າໜ້າທີ່ ສະພາບໍຣິຫານ ເຂດເສຖກິດ ສະເພາະ ບຶງທາດຫລວງ ກ່າວວ່າ:

"ມາເຖິງມື້ນີ້ ໄດ້ມີເຈົ້າຂອງ ທີ່ດິນ ມາຮັບເອົາເງິນ ຊົດເຊີຽ ທີ່ດິນເກືອບ 80% ແລ້ວ, ເງິນທີ່ຍັງເຫລືອ ຄະນະ ກັມມະການ ຮັບຜິດຊອບ ກໍຈະສືບຕໍ່ ປະສານຫາ ເຈົ້າຂອງ ທີ່ດິນ ໃຫ້ມາຮັບ ເອົາເງິນ ໃຫ້ສໍາເຣັດ ໃນໄວໆນີ້".

ປະຊາຊົນ ເຂດ ບຶງທາດຫລວງ ທີ່ເສັຽດິນ ແລະ ຊັພສິນ ໃຫ້ໂຄງການ ນີ້ ເຫັນວ່າ ເງິນ ຄ່າຊົດເຊີຽ ທີ່ດິນ ແລະ ຊັພສິນຕ່າງໆ ຕໍ່າກວ່າ ຄວາມເປັນຈິງ ເຖິງ 10 ເທົ້າ, ເງິນທີ່ໄດ້ນັ້ນ ຈະບໍ່ພຽງພໍ ສໍາລັບຫາຊື້ ທີ່ພັກອາໄສ ແລະ ເລີ້ມຕົ້ນ ຊີວິດໃໝ່. ການທີ່ ປະຊາຊົນ ບໍ່ຍອມ ໄປຮັບ ເອົາເງິນຄ່າ ຊົດເຊີຽ ນັ້ນ ເຮັດໃຫ້ວຽກງານ ການກໍ່ສ້າງ ຊັກຊ້າລົງ.

ໂຄງການ ພັທນາເຂດ ເສຖກິດ ສະເພາະ ບຶງທາດຫລວງ ເປັນການລົງທຶນ ຂອງ ກຸ່ມ ບໍຣິສັດ ພັທນາ ອະສັງຫາຣິມຊັພ ຫວານເຟິງ ຈາກ ນະຄອນ ຊຽງໄຮ້ ປະເທດຈີນ ໃນມູນຄ່າ ການລົງທຶນ 1,600 ລ້ານ ໂດລ້າ ສະຫະຣັດ. ໂຄງການນີ້ ກວມເອົາ ພື້ນທີ່ 365 ha ແລະ ມີຜົນກະທົບ ຕໍ່ 435 ຄອບຄົວ ໃນເຂດ ບຶງທາດຫລວງ. ຄອບຄົວ ທີ່ຍອມຮັບ ຄ່າຊົດເຊີຽ ແລ້ວ ໄດ້ຍ້າຍໄປ ຢູ່ເຂດ ຈັດສັນ ນອກເມືອງ ທີ່ທາງການ ຈັດໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.