ເງິນກີບມີຣາຄາ ສິນຄ້າສົ່ງອອກຕົກຕໍ່າ


2013.05.29
F-kip ທະນາບັດນື່ງແສນກີບທີ່ພີມອອກໃນວາຣະການສລອງ450ປີຂອງ ນະຄອນຫລວງວຽງຈັນ
LPDR national bank

 

ການສົ່ງອອກ ຂອງລາວ ຫລຸດລົງ ເພາະເງິນ ກີບ ມີຄ່າສູງຂື້ນ ເມື່ອທຽບໃສ່ ເງິນບາດ ຂອງໄທ ແລະ ເງິນດ່ອນລາ ຂອງ ສະຫະຣັຖ.

ພະນັກງານ ບໍຣິສັດ ສົ່ງອອກທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ ຣາຍໄດ້ ຈາກ ການສົ່ງອອກ ຂອງ ບໍຣິສັດ ອາຈຫລຸດລົງ ປະມານ 2-3 ສ່ວນຮ້ອຍ ໃນປີນີ້, ເລົາ ອະທິບາຍ ເຖີງສາເຫດວ່າ:

“ປີນີ້ສິສົ່ງອອກ ຕ່າງປະເທດ ຄົງຈະບໍ່ດີ ປານໃດ ເພາະວ່າ ມີການເໜັງຕີງ (ຄ່າຂອງເງິນກີບ) ຕໍ່ໜ້າໄປ ການຊ່ວຍເຫລືອ ຫລື ນະໂຍບາຍ ຂອງ ຣັຖບານ ກໍຕ້ອງວາງ ນະໂຍບາຍ ຂອງ ການຊຸກຍູ້ ທາງ ດ້ານ ການຜລິດ ທາງດ້ານ ການຕລາດ.”

ໜັງສືິິພິມ ເສຖກິດ-ສັງຄົມ ຂອງລາວ ຣາຍງານວ່າ ທ່ານ ອ່ອນສີ ບຸດສີວົງສັກ ປະທານ ສະມາຄົມ ອຸດສາຫະກັມ ຕັດຫຍິບ ລາວ ກ່າວວ່າ ໃນຣະຍະ ນຶ່ງປີ ທີ່ຜ່ານມາ ບໍຣິສັດ ຕັດຫຍິບ ໄດ້ກຳໄຣ ບໍ່ເຖິງ 5 ສ່ວນຮ້ອຍ ຂອງມູນຄ່າ ການ ສົ່ງອອກ; ຖ້າເງິນກີບ ຍັງຈະມີຄ່າ ສູງສືບຕໍ່ໄປ ໂຮງງານ ຕັດຫຍິບ ຫລາຍແຫ່ງ ອາດຈະ ລົ້ມລະລາຍ.

ປັດຈຸບັນ ເງິນກີບ ມີຄ່າສູງຂື້ນ ເປັນ 7,600 ກີບ ຕໍ່ນຶ່ງ ດອນລ່າ ສະຫະຣັຖ ຂື້ນຈາກ 8,000 ກີບ ເມື່ອປີກ່ອນ; ເຊັ່ນດຽວກັນ ເມື່ອທຽບໃສ່ ເງິນບາດ ຂອງໄທ ເງິນກີບ ມີຄ່າ 256 ກີບ ຕໍ່ນຶ່ງບາດ ຂື້ນຈາກ 258 ກີບ ເມື່ອປີກາຍ. ນັກທຸຣະກິດ ລາວ ຫລາຍຄົນ ຢາກສເນີໃຫ້ ຣັຖບານ ຊ່ວຍເຮັດໃຫ້ ຄ່າຂອງເງິນກີບ ຕໍ່າລົງ ເພື່ອ ສົ່ງເສີມ ການສົ່ງອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.