ເຣື້ອງທີ່ເກັບບັນທຶກໄວ້
2024-08-12
ປະຊາຊົນ ຢູ່ແຂວງຜົ້ງສາລີ ກ່າວເຖິງການເຂົ້າ-ອອກ ດ່ານລາວ-ຈີນ ລານຕຸ້ຍ ລະຫວ່າງເມືອງຍອດອູ ແຂວງຜົ້ງສາລີ ແລະເມືອງຈຽງເຊິນ ແຂວງຢຸນນານ ຂອງຈີນ ໂດຍສະເພາະຢູ່ເບື້ອງດ່ານເມືອງຄໍາຂອງຈີນ ຕ້ອງໄດ້ຜ່ານການກວດກາເອກກະສານຢ່າງເຂັ້ມງວດທີ່ສຸດ ແລະຜູ້ທີ່ມີເອກະສານ ບໍ່ຄົບຖ້ວນ ຖືກປະຕິເສດ ບໍ່ໃຫ້ເຂົ້າໄປຈີນ.
2024-08-12
ປະຊາກອນລາວ ໄດ້ໃຊ້ໄຟຟ້າໃນລາຄາແພງ ໃນຂະນະທີ່ມີແຫຼ່ງຜະລິດໄຟຟ້າ ເກືອບ 100 ແຫ່ງ ແລະຍັງບໍ່ມີໄຟຟ້າໃຊ້ກໍຫຼາຍໝື່ນຄອບຄົວ.
2024-08-12
ທຸກພາສ່ວນທີ່ກ່ຽວຂ້ອງ ຮ່ວມປະຊຸມຮ່ວມ ເພື່ອດຳເນີນການກວດລ້າງ ກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື Call Center ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍສະເພາະບັນດາຫົວໜ່ວຍ ທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງ ຢູ່ພາຍໃນເຂດນັ້ນ.
2024-08-09
ກຸ່ມແກ້ງຄອນເຊັນເຕີ-ແກ້ງສະແກມເມີ ຫຼື ແກ້ງສໍ້ໂກງທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງສໍ້ໂກງຊັບຂອງຜູ້ຄົນ ຢ່າງຕໍ່ເນື່ອງ ເຖິງວ່າຈະມີການປາບປາມຢ່າງໝັກຢູ່ກໍຕາມ.
2024-08-08
ໂຄງການພັດທະນາ ຂອງລັດ ຢູ່ແຂວງອັດຕະປື ຍັງບໍ່ສາມາດ ຊ່ອຍໃຫ້ຊາວບ້ານໄດ້ຮັບປະໂຫຍດເທົ່າທີ່ຄວນ ຍ້ອນໂຄງການສ່ວນນຶ່ງ ມີບັນຫາທີ່ຕ້ອງໄດ້ແກ້ໄຂ ເນື່ອງຈາກງົບປະມານ ບໍ່ພຽງພໍ ຂະນະທີ່ໂຄງການ ທີ່ດໍາເນີນຢູ່ ເປັນຕົ້ນ ໂຄງການສໍາປະທານ ເນື້ອທີ່ດິນປູກກ້ວຍ ແລະ ປູກອ້ອຍ ກໍບໍ່ໄດ້ສ້າງລາຍຮັບ ທີ່ຢືນຍົງ ໃຫ້ຊາວບ້ານ.
2024-08-08
ຊາວບ້ານ 106 ຄອບຄົວ ລວມພົນລະເມືອງທັງໝົດ 488 ຄົນ ຢູ່ບ້ານຈັດສັນບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ເຊີ່ງເປັນບ້ານທີ່ຖືກຍົກຍ້າຍຈາກໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ຍັງຕ້ອງການຄວາມຊ່ວຍເຫຼືອຫຼາຍດ້ານ ໂດຍສະເພາະດ້ານອາຊີບ ເປັນຕົ້ນວຽກງານການປູກຝັງ ແລະ ລ້ຽງສັດ ເພື່ອເຮັດໃຫ່ແຕ່ລະຄອບຄົວມີລາຍໄດ້ ເປັນຫຼັກແຫຼ່ງ.
2024-08-07
ນອກຈາກຂົວມິດ ຕະພາບລາວ-ໄທ ແລ້ວ, ຍັງມີໂຄງການໂລຊິສຕິກ ແລະແຫຼ່ງທ່ອງທ່ຽວຄົບວົງຈອນ ເຖິງແມ່ນວ່າໂຄງການແຫຼ່ງທ່ອງທ່ຽວນີ້ ຍັງຢູ່ໃນຂັ້ນຕອນຂອງການຕົກລົງກັບຊາວບ້ານ ແຕ່ຄາດວ່າ ໂຄງການນີ້ຈະກວມເອົາດິນ ຂອງຊາວບ້ານ ຊຶ່ງຜູ້ທີ່ຈະໄດ້ຮັບຜົນກະທົບ ຢ່າງໜ້ອຍ 39 ຄອບຄົວ.
2024-08-07
ລັດຖະບານລາວ ລົ້ມແຫຼວ ໃນການແກ້ໄຂບັນຫາລາຄາສິນຄ້າ ແລະອັດຕາແລກປ່ຽນເງິນຕາ ທີ່ສູງຂຶ້ນ ຍ້ອນການຜະລິດສິນຄ້າ ພາຍໃນປະເທດບໍ່ພຽງພໍ, ບໍ່ເຂັ້ມແຂງ ໂດຍອາໄສການນໍາເຂົ້າມາຈາກຕ່າງປະເທດເປັນສ່ວນຫຼາຍ ເຮັດໃຫ້ ສປປ ລາວ ຂາດດຸນການຄ້າ ຢ່າງຕໍ່ເນື່ອງ.
2024-08-07
ຜູ້ປະກອບການຂາຍລົດໃຫຍ່ມືສອງ ເຫັນວ່າ ຈະບໍ່ໄດ້ຮັບຜົນກະທົບໃດໆ ຕໍ່ແຈ້ງການໂຈະຊົ່ວຄາວ ການນຳເຂົ້າຍານພາຫະນະ ຂອງກະຊວງການຄ້າ ທີ່ບໍ່ອະນຸຍາດ ໃຫ້ນຳເຂົ້າ ຍານພາຫະນະເບົາ ທີ່ມີລາຄາ 50,000 ໂດລ້າຣ໌ສະຫະລັດ ຂຶ້ນໄປ.
2024-08-06
ລັດຖະບານເລັ່ງແກ້ໄຂ ຄວາມບໍ່ເຊື່ອໝັ້ນຕໍ່ເງິນກີບ ທີ່ຍັງຜັນຜວນ ເຖີງວ່າພາກລັດ ແລະ ພາກປະຊາຊົນຈະຊ່ອຍກັນລະດົມ ໃຫ້ໃຊ້ເງິນກີບແຕ່ນັ້ນຍັງບໍ່ແມ່ນທາງອອກ ເຊິ່ງນັກວິເຄາະ ເຕືອນວ່າ ລາວຍັງຕ້ອງໃຊ້ເວລາອີກຫຼາຍປີ ເພື່ອກອບກູ້ຄວາມເຊື່ອໝັ້ນ ຕໍ່ຄ່າເງິນກີບ.
2024-08-06
ມີການພົບເຫັນ ສະໂມສອນຕູ້ເກມໄຟຟ້າແຫ່ງໜຶ່ງ ໃນລັກສະນະສ່ຽງໂຊກກັບການພະນັນ ຕັ້ງຢູ່ບໍລິເວນ ແຄມສາຍນໍ້າຊອງ ແລະ ຍັງພົບວ່າມີສະໂມສອນຫຼີ້ນເກມໄຟຟ້າ ໃນລັກສະນະດຽວກັນ ອີກແຫ່ງໜຶ່ງ ຢູ່ພາຍໃນຕຶກສີໄຄພາຊ້າ ເຂດບ້ານທ່າແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
2024-08-06
ຄອບຄົວປະຊາຊົນລາວ ທີ່ຢູ່ຕາມເຂດຊົນນະບົດ ໃນຫຼາຍເມືອງຂອງແຂວງຜົ້ງສາລີ ມາເຖິງປັດຈຸບັນ ກໍຍັງບໍ່ມີໄຟຟ້າໃຊ້ເຖິງ 32.67% ໃນຈໍານວນທັງໝົດ 37,246 ຄອບຄົວ ຊຶ່ງທາງການລາວ ຍັງບໍ່ສາມາດແກ້ໄຂໃຫ້ມີໄຟຟ້າໃຊ້ໄດ້ ເຖິງແມ່ນວ່າຢູ່ແຂວງນີ້ ມີເຂື່ອນໄຟຟ້າຂອງຈີນຫຼາຍແຫ່ງ.
2024-08-05
ຊາວບ້ານຫຼາຍຄອບຄົວ ບໍ່ທັນຮັບຄ່າຊົດເຊີຍ ຄ່າຊົດເຊີຍທີ່ທາງ ໂຄງການໂລຈິສຕິກ ນະຄອນຫຼວງວຽງຈັນ ສະເໜີໃຫ້ນັ້ນເທື່ອ ເນື່ອງຈາກຄ່າຊົດເຊີຍນັ້ນຕໍ່າເກີນໄປ ໂດຍຊາວບ້ານທີ່ເສຍດິນໃຫ້ໂຄງການ ຮຽກຮອ້ງເອົາຄ່າຊົດເຊີຍສູງຂຶ້ນ.
2024-08-02
ກງານກໍ່ເຂດເສດຖະກິດໃໝ່ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຢຸດສະງັກໝົດ ຍ້ອນວ່າ ເຈົ້າຂອງໂຄງການບໍ່ມີເງິນມາສືບຕໍ່.
2024-08-02
ປະເທດລາວຍັງສືບຕໍ່ຂາດດຸນການຄ້າ ຢ່າງຕໍ່ເນື່ອງຕະຫຼອດ 6 ເດືອນ ຂອງປີ 2024 ສະເພາະໃນເດືອນມິຖຸນາລາວຂາດດຸນການຄ້າ 133 ລ້ານໂດລ້າ. ໃນນີ້ມູນຄ່າການນໍາເຂົ້າ 680 ລ້ານໂດລ້າ ແລະ ມູນຄ່າການສົ່ງອອກ 547 ລ້ານໂດລ້າ.