ເຣື້ອງທີ່ເກັບບັນທຶກໄວ້
2024-10-31
ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໃນວັນທີ 31 ຕຸລາ 2024 ນີ້ ອັດຕາການແລກປ່ຽນເງິນ ໃນລາວ ແລະສພາບເສດຖາກິດໂດຍທົ່ວໄປມີດັ່ງນີ້.
2024-10-30
ກ່ຽວກັບສະພາບ ເສດຖະກິດການເງິນ ໃນມື້ວັນທີ 30 ຕຸລາ 2024 ນີ້ ກະບໍ່ໄດ້ແຕກຕ່າງກັນຫຼາຍ ກັບມື້ວານນີ້ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
2024-10-29
ພະນັກງານລັດຖະກອນ ຮຽກຮ້ອງໃຫ້ປັບຂຶ້ນເງິນເດືອນ ໃຫ້ສອດຄ່ອງ ກັບສະພາບເສດຖະກິດ ໃນປັດຈຸບັນ ຂະນະດຽວກັນ ລັດຖະບານ ມີຄວາມຈໍາເປັນທີ່ຈະຫລຸດຈໍານວນພະນັກງານ-ລັດຖະກອນລົງຈາກ 2.4% ເຫລືອພຽງ 1.8% ຂອງຈໍານວນພົນລະເມືອງ ໃນປີ 2025 ນີ້ ເພື່ອຫລຸດຜ່ອນ ພາລະຄ່າໃຊ້ຈ່າຍຂອງລັດຖະບານ.
2024-10-29
ອັດຕາການແລກປ່ຽນເງິນຕາ ປະຈໍາວັນທີ 29 ເດືອນຕຸລາ ປີ 2024 ນີ້, ອີງຕາມຂໍໍ້ມູນ ຈາກ ທະນາຄານການຄ້າຕ່າງປະເທດລາວ.
2024-10-28
ມາເຖິງປັດຈຸບັນນີ້, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ຍັງຂາດເຂີນຄົນນງານຫຼາຍພັນຄົນ ໃນການກໍ່ສ້າງ, ໂຮງຈັກ, ໂຮງງານ ຍ້ອນໃຫ້ຄ່າແຮງງານຕໍ່າ ເຮັດໃຫ້ຄົນງານລາວ ບໍ່ຢາກເຮັດວຽກຢູ່ຢູ່ລາວ.
2024-10-28
ປະເທດລາວ ປະສົບກັບຄວາມຫຍຸ້ງທາງດ້ານເສດຖະກິດ ແລະການເງິນໜັກໜ່ວງມາໄດ້ຫຼາຍປີ ເຮັດໃຫ້ເງິນກີບອ່ອນຄ່າ, ເງິນກີບເຟີ້, ລາຄາສິນຄ້າທຸກຢ່າງແພງ, ຄ່າຄອງຊີບຖີບຕົວສູງຂຶ້ນ, ຊີວັດການເປັນຢູ່ຂອງປະຊາຊົນ ຮວມໄປເຖິງພະນັກງານ-ລັດຖະກອນ ໄດ້ຮັບຄວາມຫຍຸ້ງຍາກ ລໍາບາກ ຂາດເຂີນກ.
2024-10-25
ກະສິກອນລາວ ຈຳນວນຫຼາຍຍັງບໍ່ສາມາດສົ່ງສິນຄ້າ ກະເສດໄປຂາຍຈີນ ຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ ຍ້ອນຂາດຄຸນນະພາບແລະ ຕົ້ນທຶນການຜລິດສູງ.
2024-10-25
ໃນຮອບສອງປີມານີ້, ມີແຮງງານລາວໃນຫຼາຍແຂວງສົນໃຈ ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ເພີ່ມຂຶ້ນ ຍອ້ນຄ່າຈ້າງແຮງງານ ພາຍໃນປະເທດຕົກຕໍ່າເຮັດໃຫ້ຄົນງານ ເຫຼືອເງິນບໍ່ພໍກຸ້ມກິນ.
2024-10-24
ໝາກຖົ່ວລຽນ ເປັນນຶ່ງໃນສິນຄ້າກະເສດ ທີ່ຕະຫລາດຈີນຕ້ອງການຫຼາຍ ເຮັດໃຫ້ນັກລົງທຶນຈີນ ເຂົ້າມາສໍາປະທານທີ່ດິນຊາວບ້ານ ປູກຖົ່ວລຽນຫຼາຍ ເພື່ອສົ່ງອອກໄປຂາຍຢູ່ຈີນ ໃນຂະນະທີ່ປະຊາຊົນລາວ ກໍເລີ້ມຫັນມາປູກຖົ່ວລຽນນໍາ.
2024-10-24
ປັດຈຸບັນ ບໍລິສັດຂອງນັກລົງທຶນຈີນ ໄດ້ເຂົ້າມາສຳປະທານທີ່ດິນ ໃນປະເທດລາວ ເພື່ອປູກກ້ວຍ ເພື່ອສົ່ງໄປຈີນຫຼາຍ ແຕ່ກໍ່ມີກ້ວຍຈຳນວນໜຶ່ງ ທີ່ບໍ່ໄດ້ມາດຕະຖານຂອງຈີນ ທີ່ຫຼຸດອອກມາຂາຍ ຕາມຕະຫຼາດ ພາຍໃນປະເທດ.
2024-10-24
ນັບຕັ້ງແຕ່ປີ 2020 ມານີ້ ລັດຖະບານລາວ ໄດ້ແຕ່ງຕັ້ງຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ແລະສັບປ່ຽນຕໍາແໜ່ງ ຢູ່ໃນການຈັດຕັ້ງລັດວິສາຫະກິດນີ້ຫຼາຍຄົນແລ້ວ ແລະຄັ້ງນີ້ກໍໄດ້ປະກາດແຕ່ງຕັ້ງ ທ່ານ ອາຄົມເດດ ວົງໄຊ ເປັນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຄົນໃໝ່.
2024-10-23
ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງຫີນເຫີບ ແຂວງວຽງຈັນ ຈັບຊາຍຄົນຈີນ ອາຍຸປະມານ 50 ປີ ທີ່ເລາະຂາຍໂທລະສັບປອມໃຫ້ຄົນລາວ ຢູ່ຫຼາຍແຫ່ງໃນລາວນັ້ນໄດ້ແລ້ວ ຢູ່ຮ້ານສັກລາຍ ທີ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ໃນມື້ວັນທີ 20 ຕຸລາ 2024 ນີ້.
2024-10-22
ເຈົ້າໜ້າທີ່ຂອງໄທ ກວດພົບສາຍສົ່ງອິນເຕີ້ເນັດ ຜິດກົດໝາຍ ຈາກຝັ່ງໄທລາກຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 2 ມາຍັງແຂວງສວັນນະເຂດ ເຊິ່ງຄວາມຍາວປະມານ 5 ກິໂລແມັດ ເຊິ່ງອາດມີວັດຖຸປະສົງເພື່ອໃຊ້ໃນການກໍ່ອາດສະຍາກໍາ ທາງອອນລາຍ.
2024-10-21
ມາເຖິງປັດຈຸບັນ ລັດຖະບານລາວ ໄດ້ອະນຸມັດໃຫ້ພວກນັກລົງທຶນເຊົ່າ ຫຼືສໍາປະທານ ດິນໃນທົ່ວປະເທດ ໃນເນື້ອທີ່ 1 ລ້ານປາຍເຮັກຕ້າ ໃນຈໍານວນ 2,000 ປາຍໂຄງການ, ແຕ່ໄດ້ກວດພົບວ່າ ມີ 400 ປາຍໂຄງການ ກວມເອົາເນື້ອທີ່ 240,000 ປາຍເຮັກຕ້າ ບໍ່ໄດ້ຮັບການພັດທະນາ ແລະຖືກລະເລີຍ.
2024-10-18
ໂຄງການທາງດ່ວນ ວຽງຈັນ-ຮາໂນ້ຍ ໄລຍະທາງ 700 ປາຍກິໂລແມັດ ແລະໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າເຮືອ ຫວຸ໋ງອ໋າງ ໄລຍະທາງ 550 ປາຍກິໂລແມັດ ມາຮອດດຽວນີ້ ທັງ 2 ໂຄງການ ກະຍັງບໍ່ມີຄວາມຄືບໜ້າ ຍ້ອນບໍ່ມີງົບປະມານລົງທຶນ.