ຣັດວິສາຫະກິຈລາວຢູ່ໃນ ຄວາມສ່ຽງ
2013.10.17
ເຈົ້າໜ້າທີ່ຣະດັບສູງ ກະຊວງ ການເງິນ ກ່າວວ່າ ຣັຖວິສາຫະກິດ ປະມານ 130 ກວ່າແຫ່ງ ທົ່ວປະເທດລາວ ກໍາລັງຕົກຢູ່ໃນຄວາມສ່ຽງສູງ ທີ່ ຂາດທຶນ ຫລື ໃນພາວະ ລົ້ມລະລາຍ ຍ້ອນຂາດປະສິດທິພາບໃນດ້ານບໍຣິຫານ ແລະ ການໃຊ້ ຈ່າຍ ງົບປະມານ ແບບຟຸມເຟືອຍ. ລາຍ ຈ່າຍງົບປະມານ ເພື່ອສວັດດີການຂອງບັນດາຜູ້ ບໍຣິຫານຂັ້ນສູງ ເຊັ່ນວ່າ ລົດຍົນໃຊ້ປະຈາຕໍາແນ່ງ ເງິນໄປປະຊຸມ ເງິນອຸດໜູນ ຄ່າຄອງຊີບ ຮ່ວມທັງທຶນການສຶກສາຂອງ ລູກຫລານຜູ້ບໍຣິຫານ ມີສູງທີ່ສຸດ. ຍັງບໍ່ເທົ່ານັ້ນ ຜູ້ບໍຣິຫານຣັຖວິສາຫະກິດ ຫລາຍຄົນ ໄດ້ອອກລະບຽບຕ່າງໆ ຊຶ່ງບໍ່ສອດຄ່ອງກັບກົດໝາຍ ເພື່ອຮັກສາຜົນປະໂຫຍດຂອງຕົນ ໃຫ້ໄດ້ຫລາຍຂຶ້ນ ດັ່ງທ່ານໄດ້ກ່າວ:
"ຣັຖວິສາຫະກິດ ຈໍານວນນຶ່ງ ຍັງມີສະພາບຂາດທຶນ ລະບົບການຄວບຄຸມ ພາຍໃນບໍ່ຮັດກຸມ ເປັນຕົ້ນແມ່ນການແບ່ງຄວາມຮັບຜິດຊອບ ລະ ຫວ່າງໜ່ວຍງານບັນຊີ ແລະໜ່ວຍງານການເງິນ. ບາງຣັຖວິສາຫະກິດ ຍັງສ້າງລະບຽບພາຍໃນ ຂອງຕົນຂຶ້ນ ທີ່ເຫັນວ່າບໍ່ສອດຄ່ອງກັບ ລະ ບຽບກົດໝາຍວ່າດ້ວຍຣັຖວິສາຫະກິດ".
ກົດລະບຽບທີ່ບາງບໍຣິສັດອອກມານັ້ນ ບໍ່ໄດ້ຄໍານຶງເຖິງຜົນປະໂຫຍດ ແລະສວັດດີການຂອງພະນັກງານສ່ວນໃຫ່ຽ. ຣັຖວິສາຫະກິດຫລາຍແຫ່ງ ບໍ່ຍອມສົ່ງເງິນເຂົ້າກອງທຶນ ປະກັນສັງຄົມສໍາລັບພະນັກງານ ແລະ ໃນຂະນະດຽວກັນ ກໍຍັງບໍ່ຍອມ ສົ່ງພັນທະໃຫ້ຄັງເງິນແຫ່ງຣັຖ ອີກດ້ວຍ ອັນເຮັດໃຫ້ຣັຖບານເກັບລາຍໄດ້ຈາກ ພັນທະຂອງຣັຖວິສາຫະກິດ ທັງຫລາຍ ບໍ່ເຖິງ 1,000 ຕື້ກີບ ຊຶ່ງຫລຸດເປົ້າໝາຍແຜນການສົກປີ 2012-2013 ທີ່ວາງໄວ້ວ່າຕ້ອງໄດ້ 1,500 ກວ່າຕື້ກີບ.