ຄ່າຄອງຊີພສູງເງິນເດືອນຖືກຕັດ


2013.10.03
F-vientiane ຊີວິດປະຈໍາວັນໃນລາວ
Citizen Journalist

 

ພະນັກງານຣັດຮູ້ສຶກບໍ່ດີໃຈຫລັງຈາກທີ່ຮູ້ຂ່າວວ່າເງິນເດືອນຈະຖືກຕັດໃນຂນະທີຄ່າຄອງຊີບຖີບສູງຂຶ້ນນັບມື້. ພາຽຫຼັງທີ່ ຣັຖບານລາວປະກາດ ວ່າຈະຕັດເງິນອຸດໜູນຈໍານວນ 760,000 ພັນກີບທີ່ເປັນເງິນເດືອນຂອງພະນັກງານຣັດ ທີ່ຈະມີ ຜົນບັງຄັບໃຊ້ທົ່ວປະເທດເລີ່ມແຕ່ເດືອນຕຸລາ ນີ້ເຮັດໃຫ້ພະນັກງານຣັດທາງຫລາຍ ຈົ່ມນ້ອຍຈົ່ມໃຫຍ່ເຖິງຮູ້ວ່າສຽງຈົ່ມ ຂອງພວກຕົນຈະບໍ່ມີນໍ້າຢາຫຍັງກໍ່ຕາມ.

ຫຼາຽຄົນຈົ່ມວ່າທີ່ຜ່ານມາກໍ່ຮູ້ສຶກດີໃຈແລະມີຄວາມຫວັງທີ່ຣັຖບານປະກາດຂຶ້ນເງິນເດືອນໃຫ້ພວກຕົນຊຶ່ງຫຼາຽໆຄົນກໍ່ມີຄວາມຫ້າວຫັນ ແລະຕັ້ງ ໜ້າເຮັດວຽກເຮັດໜ້າທີ່ໃຫ້ດີທີ່ສຸດແຕ່ເມື່ອໄດ້ຍິນຂ່າວວ່າເງິນເດືອນຈະຖືກຕັດລົງດັ່ງທີ່ຣັຖບານ ປະກາດວ່າຈະເປັນພຽງມາຕການຊົ່ວຄາວ ແຕ່ ກໍເປັນມາຕການແບບບໍ່ມີກຳນົດ.

ພວກພະນັກງານຮູ້ສຶກທໍ້ຖອຍແລະສິ້ນຫວັງຢ່າງໜັກເພາະຕອນເງິນເດືອນຂຶ້ນບາງຄົນກໍ່ພາກັນໄປຊື້ດິນແບບຈ່າຍຜ່ອນໄປດາວຊື້ລົດກໍ່ມີຈຶ່ງບໍ່ຮູ້ ວ່າຖ້າເງິນເດືອນຖືກຕັດແບບນີ້ຈະໄປເອົາເງິນມາແຕ່ໃສເພື່ອມາຈ່າຽຄ່າງວດດິນແລະລົດ. ດັ່ງຣັຖກອນ ດ້ານສື່ມວລຊົນ ຜູ້ຂໍສງວນຊື່ທ່ານໜຶ່ງ ໄດ້ເວົ້າວ່າ:

“ເງິນລົດກໍ່ໄປດາວມາແລ້ວ ຖາມວ່າຕັດເງິນໂຕນີ້ລົງໄປ ລະຊິເອົາເງິນໃສມາຈ່າຽຄ່າລົດເຂົາ ຊິໃຫ້ເຂົາມາຍຶດລົດຫັ້ນບໍ່? ເງິນທ້ອນໂຮມມາ ເກືອບທັງຊີວິດ ກໍ່ເອົາໄປຖອກເງິນດາວລົດໝົດ. ອາໃສວ່າເງິນເດືອນໂຕເອງ ໃນແຕ່ລະເດືອນ ກໍ່ພໍດີເປິ ກັບຄ່າລົດ. ອາໃສວ່າເງິນເດືອນ ເມັຽຫັ້ນ ຊື້ເຂົ້າຊື້ນໍ້າກິນ. ລະມາຕັດບາດນີ້,  ຊິເອົາເງິນໃສມາກິນເຂົ້າກິນນໍ້າກິນ".

ໃນຂນະດຽວກັນຫຼາຽຄົນກໍ່ຈົ່ມຢາກອອກວຽກກໍ່ມີ ເນື່ອງຈາກບໍ່ຮູ້ວ່າເຮັດວຽກກັບລັຖບານຕໍ່ໄປຈະຢູ່ລອດຫຼືບໍ່ ເພາະເງິນເດືອນແລະຄ່າຄອງຊີພ ມັນສວນກັນ. ຄ່າຄອງຊີບນັບມື້ນັບເພີ່ມຂຶ້ນທັງທີ່ເງິນເດືອນພັດເທົ່າເດີມແລະກໍ່ຍັງຊິມາຖືກຕັດອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.