ວັງວຽງ ສັ່ງຮື້ຖອນ ສິ່ງຕໍ່ເຕີມ ທີ່ຜິດຣະບຽບ

ມະນີຈັນ
2020.09.23
F-vangvieng-river-bank ໂຕຢ່າງ ຂອງການກໍ່ສ້າງ ບ່ອນນັ່ງກິນ-ດື່ມ ທີ່ກາຍແຄມນ້ຳຊອງ ຂອງຮ້ານອາຫານແຫ່ງນຶ່ງ ໃນເມືອງວັງວຽງ. ປັດຈຸບັນ, ພວມຖືກສັ່ງໃຫ້ຮື້ຖອນ ໃນມໍ່ໆນີ້ ເພາະເປັນການກໍ່ສ້າງ ກວມເອົາເຂດສງວນທັມຊາດ
ພົລເມືອງໄທຍ

ຜູ້ປະກອບການ ຮ້ານອາຫານ ແຄມທາງ ແລະ ພໍ່ຄ້າ-ແມ່ຄ້າ ຈໍານວນນຶ່ງ ຢູ່ເມືອງ ວັງວຽງ ແຂວງວຽງຈັນ ຮູ້ສຶກກັງວົນ ທີ່ທາງການ ໃຫ້ຮື້ຖອນທຸກຢ່າງ ທີ່ຕໍ່ເຕີມໄປ ເຂດທາງຍ່າງ ໃນໄລຍະ 2 ແມັຕນັ້ນ  ອອກໃຫ້ໝົດ ພາຍໃນທ້າຍ ເດືອນກັນຍາ ນີ້, ເຊິ່ງຫຼາຍຮ້ານ ກໍໄດ້ປະຕິບັດຕາມແລ້ວ, ໂດຍສະເພາະ ຮ້ານທີ່ເອົາໂຕະມາວາງ ເປັນບ່ອນກິນ-ບ່ອນດື່ມ, ບາງສ່ວນ ກໍຍັງເຫຼືອແຕ່ປ້າຍໂຄສະນາ, ເຊິ່ງທາງຜູ້ປະກອບການ ສ່ວນນຶ່ງ ກໍຍັງບໍ່ຢາກ ໃຫ້ເຈົ້າໜ້າທີ່ ເຂົ້າມາພັທນາ ໃນໄລຍະນີ້ ເພາະທຸກຄົນ ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19, ບໍ່ມີເງິນ ທີ່ ຈະປັບປຸງສ້ອມແປງ. ແລະ ໃນໄລຍະນີ້ ລູກຄ້າ ນັກທ່ອງທ່ຽວ ກໍບໍ່ມີ, ທາງການ ຄວນຫາວິທີ ກະຕຸ້ນໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ຫຼາຍຂຶ້ນ, ອີງຕາມຄໍາເວົ້າ ຂອງຜູ້ປະກອບການ ຮ້ານອາຫານ ເຂດເມືອງວຽງວຽງ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 18 ກັນຍານີ້:

“ແຕ່ວ່າເລັກໆນ້ອຍໆ ທີ່ບໍ່ຈໍາເປັນ ກໍຢາກໃຫ້ ນະໂຍບາຍແບບຊີ້ນ່າ. ກະບໍ່ຄວນ ມາເຮັດຊ່ວງນີ້ ຊ່ວງໂຄວິດ ມັນບໍ່ມີແຂກ ບໍ່ມີຄົນ ກະບໍ່ມີເງິນ ທີ່ຈະໄປເຮັດ ໄປຕໍ່ໄປເຕີມ. ບາງຄົນ ກະປິດຮ້ານ ໜີໂຄວິດກັນໄປໝົດ ທຸຣະກິຈ ກໍຍັງຊົບເຊົາ ຈະເປັນຊ່ວງເວລາ ບໍ່ເໝາະສົມປານໃດ.”

ແມ່ຄ້າເຂດເມືອງວັງວຽງ ນາງນຶ່ງ ຜູ້ຂໍສງວນຊື່ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ການຕໍ່ເຕີມ ຂອງພໍ່ຄ້າແມ່ຄ້າ ສ່ວນໃຫຍ່ ກໍແມ່ນການຕໍ່ເຕີມ ໄປເຖິງທາງຍ່າງ. ບາງຮ້ານ ກໍບໍ່ໄດ້ຕໍ່ເຕີມຫຼາຍ, ເຊິ່ງຕົນເອງ ກໍຕໍ່ເຕີມ ໄປໜ້ອຍນຶ່ງ ແລະ ສຸດທ້າຍ ກໍຕ້ອງຍອມປະຕິບັດ ຕາມຄໍາສັ່ງ ຂອງທາງການ ເພາະຖືວ່າ ໃຫ້ການຮ່ວມມື ກັບເຈົ້າໜ້າທີ່ ໃນການປັບປຸງ ເມືອງວັງວຽງ ໃຫ້ໜ້າຢູ່ ຢ້ານແຕ່ວ່າ ຈະຂາຍເຄື່ອງບໍ່ໄດ້ ໃນໄລຍະ ທີ່ເຂົາເຈົ້າ ມາສ້າງຖນົນ:

“ຄືເຂົາເຈົ້າ ຈະໃຫ້ຮື້ຖອນ ກະມີຢູ່ເພາະວ່າ ເຂົາເຈົ້າ ຈະເຮັດທາງມາ ເຂົາເຈົ້າ ຈະກໍ່ສ້າງທາງ ກະຖືກຢູ່ໜ້ອຍນຶ່ງ ກະຍອມຫັ້ນແຫຼະ ເພື່ອພັທນາ ບ້ານເມືອງເດ໋. ກະຍັງບໍ່ທັນແນ່ໃຈວ່າ ຈະດີຫຼືບໍ່ດີ ຢ້ານແຕ່ວ່າ ຈະຂາຍເຄື່ອງບໍ່ໄດ້ ຫັ້ນແຫຼະ ເວລາເຮັດທາງມານ່າ.”

ສ່ວນເຈົ້າຂອງ ຮ້ານອາຫານ ຢູ່ເມືອງວັງວຽງ ເຂດແຄມນໍ້າຊອງ ນາງນຶ່ງ ຜູ້ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຮ້ານອາຫານ ຢູ່ແຄມ ນໍ້າຊອງ ກໍມີຈໍານວນນຶ່ງ ເທົ່ານັ້ນ ທີ່ຕໍ່ເຕີມອອກໄປ ນອກຂອບເຂດດິນ ຂອງຕົນເອງ ຕໍ່ເຕີມດ້ວຍປູນຊີເມັນ ເຮັດເປັນບ່ອນ ນັ່ງກິນ-ນັ່ງດື່ມ. ຫາກຜູ້ໃດ ຕໍ່ເຕີມກາຍເຂົ້າໄປ ດິນສງວນ ຂອງທາງການ ກໍພ້ອມທີ່ ຈະປະຕິບັດ ຕາມຄໍາສັ່ງ ໃນການຮື້ຖອນ ສິ່ງປຸກສ້າງນັ້ນ ອອກໝົດຢູ່ແລ້ວ:

“ກະມີບາງທຸຣະກິຈເທົ່ານັ້ນ ທາງການເຂົາເຈົ້າ ກໍກວດເບິ່ງ ບໍ່ແມ່ນຂອງທາງການ ເຂົາເຈົ້າກໍບໍ່ເອົາ ທັມດາ ກໍຕ້ອງປະຕິບັດ ຕາມຣະບຽບ ເພິ່ນຫັ້ນແຫຼະ. ຂອງເອື້ອຍ ບໍ່ໄດ້ເຮັດແບບອາຄານ ຕຶກຊີມັງແໜ້ນໜາ ອີ່ຫຍັງ.”

ກ່ຽວກັບໜັງສືແຈ້ງການ ເຖິງຜູ້ປະກອບການ ໃນເມືອງວັງວຽງ ໃຫ້ຮື້ຖອນ ສິ່ງປຸກສ້າງ ທີ່ກວມເອົາເຂດສງວນ ສາທາຣະນະນັ້ນ, ເຈົ້າໜ້າທີ່ ຂແນງທ່ອງທ່ຽວ ເມືອງວັງວຽງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 18 ກັນຍານີ້ວ່າ ພາຍໃນທ້າຍເດືອນ ກັນຍານີ້ ຕ້ອງມີ ການຮື້ຖອນ ສິ່ງປຸກສ້າງ ຫຼືສິ່ງກີດຂວາງຕ່າງໆ ທີ່ຂັດກັບ ແຈ້ງການນັ້ນ ອອກໃຫ້ໝົດ ເນື່ອງຈາກ ທີ່ຜ່ານມາ ມີການຕໍ່ເຕີມກັນຫຼາຍ ເຮັດໃຫ້ຖນົນ ບໍ່ມີທາງຍ່າງ ແລະ ຕາມແຄມນໍ້າຊອງ ສ່ວນໃຫຍ່ ເປັນຮ້ານອາຫານ ກໍໄດ້ຕໍ່ເຕີມ ເຂົ້າມາໃນເຂດສງວນ ຂອງນໍ້າຊອງ ເກີນຂອບເຂດ ດິນຂອງຕົນເອງ ກໍຕ້ອງໄດ້ ຮື້ຖອນອອກ ເພື່ອຮັກສາສິ່ງ ແວດລ້ອມ:

“ຜ່ານມາມັນມີ ຜູ້ປະກອບການ ໜ່ວຍທຸຣະກິຈ ມັນມີຮ້ານອາຫານແດ່ ແລ້ວກະມີ ຮ້ານຂາຍເຄື່ອງ ຂາຍຂອງຕ່າງໆ ຫັ້ນແຫຼະ ທີ່ເຂົາເຈົ້າ ເຮັດຕໍ່ເທີບ ມາກວມເອົາເຂດຖນົນທາງຍ່າງຫັ້ນ. ບາງຄົນກໍເອົາມາ ເປັນບ່ອນຈອດຣົດ ຈອດລາງ ຂອງຕົວເອງ ເຮັດໃຫ້ນັກທ່ອງທ່ຽວ ໄປມາ ໄດ້ຢູ່ກາງທາງ. ທາງນໍ້າ ກະເຊັ່ນດຽວກັນ ກະບໍ່ຢາກໃຫ້ມີ ຜົລກະທົບ ຕໍ່ສິ່ງແວດລ້ອມ, ຫັ້ນລະ. ປ້າຍຄືກັນ ໂຕໃດທີ່ບໍ່ຖືກ  ກະປັບໃຫ້ມັນຖືກ.”

ທ່ານກ່າວຕື່ມວ່າ ທາງການມີແຜນ ທີ່ຈະພັທນາ ການທ່ອງທ່ຽວ ພາຍໃນເມືອງວັງວຽງ ໃຫ້ໜ້າຢູ່ ໜ້າທ່ຽວ ແລະ ດີຂຶ້ນ ໃຫ້ສົມກັບເປັນ ເມືອງທ່ອງທ່ຽວ. ແລະ ຄວາມຈໍາເປັນ ທີ່ໃຫ້ຮື້ຖອນອອກນັ້ນ ກໍເນື່ອງຈາກວ່າ ຈະມີການ ສ້ອມແປງຖນົນ ໂດຍເຮັດເປັນທາງຍ່າງ ໃຫ້ເປັນຣະບຽບ. ສ່ວນແຄມນໍ້າຊອງ ກໍຈະສ້າງກັນເຈື່ອນ ທັງສ້າງເປັນທາງຍ່າງ ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ສາມາດຍ່າງຊົມ ບັນຍາກາດ ແຄມນໍ້າຊອງໄດ້.

ທ່ານກ່າວຕື່ມອີກວ່າ ພ້ອມໆກັນນັ້ນ ຈະມີການແກ້ໄຂ ບັນຫາເຣື່ອງ ລາຄາອາຫານ ແລະ ທີ່ພັກ ແພງເກີນຄວາມເປັນຈິງ, ເຊິ່ງເປັນພາບພົດ ທີ່ບໍ່ດີ ສໍາລັບເມືອງວັງວຽງ, ເຊິ່ງຈະມີ ເຈົ້າໜ້າທີ່ ສະເພາະກິຈ ລົງຮິບໂຮມຂໍ້ມູນ ສຶກສາລາຄາອາຫານ. ຮ້ານໃດຂາຍແພງເກີນໄປ ກໍຈະກ່າວເຕືອນ ແລະ ໃຫ້ປັບຫຼຸດລາຄາລົງ.

ແຈ້ງການ ເຖິງຜູ້ປະກອບການ ພາຍໃນເມືອງ ວັງວຽງ ສບັບເລຂທີ 050 ລົງວັນທີ 7 ກັນຍາ 2020 ຣະບຸວ່າ 1. ໃຫ້ພໍ່ແມ່ປະຊາຊົນ ຜູ້ປະ ກອບການທຸຣະກິຈ ເມືອງວັງວຽງ ຮ່ວມມືໃນການ ແກ້ໄຂສິ່ງກີດຂວາງ ຕາມເຂດສງວນ ທາງຍ່າງ 2. ໃຫ້ຮື້ຖອນ ພາຍໃນ ວັນທີ 30 ກັນຍາ 2020, ຖ້າບໍ່ສໍາເຣັດ ຈະຖືກກ່າວເຕືອນ ແລະ ປັບໃໝ 10 ລ້ານກີບ 3. ໃຫ້ຊ່ອຍກັນ ຮັກສາຄວາມສະອາດ ເກັບມ້ຽນຂີ້ເຫຍື້ອ ຢ່າປ່ອຍນໍ້າເປື້ອນ ລົງນໍ້າຊອງ ເພື່ອຮັກສາ ສິ່ງແວດລ້ອມ 4. ໃຫ້ປະຕິບັດຕາມ ປ້າຍກົດຈະຣາຈອນ ຢ່າງເຂັ້ມງວດ; ຖ້າຜູ້ໃດຝ່າຝືນ ຈະຖືກປັບໃໝ ຕາມຣະບຽບ ແລະ 5. ໃຫ້ໜ່ວຍງານເກັບສະຖິຕິ ຫົວໜ່ວຍ ທຸຣະກິຈໂຮງແຮມ ຮ້ານອາຫານ ກິນດື່ມ ບັນເທິງ ອົບນວດ ການບໍຣິການ ຂາຍປີ້ຣົດ-ປີ້ທົວ ດ້ານການທ່ອງທ່ຽວ ປະເພດຕ່າງໆ ຮ້ານເກມອອນລາຍ ບໍ່ທັນໄດ້ມີ ໃບອະນຸຍາດ ກຽມຣາຍງານ ຕໍ່ຄະນະສະເພາະກິຈ ແລະ ຫາວິທີແກ້ໄຂ ໃຫ້ຖືກຕ້ອງຕາມຣະບຽບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.