ບໍຣິສັດ ຜາລີ ຢູເຊີໄຄ, ເຊິ່ງເປັນບໍຣິສັດປູກກ້ວຍ ຂອງນັກລົງທຶນຈີນ ຢູ່ບ້ານວຽງຄຳ, ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຊີ້ແຈງເຖິງກໍຣະນີ ທີ່ຊາວບ້ານຮ້ອງຮຽນວ່າ ຜູ້ຄຸມງານສວນກ້ວຍ ໄດ້ທຳຮ້າຍຮ່າງກາຍ ຄົນງານລາວ ຊົນເຜົ່າມົ້ງຜູ້ນຶ່ງຊື່ ທ້າວ ຫຼູຊົ້ງ ໃນວັນທີ 26 ກໍຣະກະດາ ນັ້ນ, ທາງຜູ້ຄຸມງານສວນກ້ວຍ ບໍ່ໄດ້ທຳຮ້າຍຮ່າງກາຍຄົນງານດັ່ງກ່າວແບບຮ້າຍແຮງ ຕາມທີ່ຫຼາຍຝ່າຍເຂົ້າໃຈ.
ໃນຄວາມເປັນຈິງແລ້ວ, ຄົນງານລາວ ຄູ່ກໍຣະນີນີ້ ຂໍກັບເມືອບ້ານ ທັງທີ່ບໍ່ທັນຮອດເວລາເລີກວຽກ, ເຊິ່ງຖືວ່າຜິດສັນຍາ ທີ່ໄດ້ຕົກລົງກັນໄວ້ ໂດຍບໍ່ບອກລ່ວງໜ້າ ເພາະຕາມສັນຍາແລ້ວ ຫາກຈະຢຸດເຊົາວຽກ ຕ້ອງບອກລ່ວງໜ້າ ແລະ ຕ້ອງຫາຄົນມາເຮັດວຽກແທນ. ຈາກນັ້ນ, ຄົນງານລາວ ທ້າວ ຫຼູຊົ້ງ ກໍບໍ່ພໍໃຈ ແລະ ໄດ້ເວົ້າຂົ່ມຂູ່ວ່າ ລາວມີປືນ ແລະ ໄດ້ທຳຮ້າຍ ພະນັກງານ ວິຊາການ ຂອງສວນກ້ວຍ.
ດັ່ງນັ້ນ, ຈຶ່ງມີການປ້ອງກັນໂຕເອງເກີດຂຶ້ນ ແລະໄດ້ຈັບຄົນງານດັ່ງກ່າວ ມັດມືໄວ້ເພື່ອສງົບສະຕິ, ຕາມຄວາມເວົ້າ ຂອງພະນັກງານສວນ ກ້ວຍດັ່ງກ່າວ ທີ່ໄດ້ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ກໍຣະກະດາ ນີ້ວ່າ:
“ໂຕນີ້ບໍ່ແມ່ນວ່າທຳຮ້າຍຮ່າງກາຍ ແບບໄປລົ້ມຕີ ບໍ່ໄດ້ຕີຫຼາຍປານນັ້ນ ຄືຢ່າງທີ່ມັນເວົ້າຫັ້ນນ່າ. ຄົນງານມັນລະເມີດສັນຍາ ບໍ່ມີເຫຕຜົລ ໃດໆທີ່ ເຊົາຕັດກ້ວຍໃນຍາມຕັດກ້ວຍຫັ້ນນ່າ. ມີແຕ່ອ້າງຂໍ້ດຽວວ່າເມື່ອຍ ແລະ ຊິເອົາຄົນມາແທນ. ຜູ້ຄຸມວຽກຫັ້ນໄປເວົ້າ ແລະ ຄົນງານ ລາວນີ້ຍັງໄດ້ຂູ່ວ່າເຂົາມີປືນ ຈຳເປັນໄດ້ມັດລາວ.”
ທ່ານກ່າວຕື່ມວ່າ ຢາກໃຫ້ຄົນທີ່ເຫັນວີດິໂອ ເຫຕການດັ່ງກ່່າວ ຢ່າຟ້າວຟັງຄວາມຂ້າງດຽວ, ເຊິ່ງການເຮັດວຽກແຕ່ລະຄັ້ງ ກໍຕ້ອງມີກົດ ກະຕິກາແລະຣະບຽບ. ຫາກເຫັນພຶດຕິກັມ ບໍ່ເໝາະສົມ ຫຼືບໍ່ປະຕິບັດຕາມກົດຣະບຽບ, ເຈົ້າໜ້າທີ່ ກໍຕ້ອງປະຕິບັດຕາມຣະບຽບ. ເບື້ອງຕົ້ນ, ກໍໄດ້ໄລ່ຄົນງານລາວ ດັ່ງກ່າວ ອອກຈາກວຽກໄປແລ້ວ ພ້ອມເມັຽຂອງລາວ ທີ່ເຮັດວຽກ ນຳກັນ ແລະ ໃຫ້ເງິນຊົດເຊີຍ ຈຳນວນທັງໝົດ 3 ລ້ານກີບ.
ຫຼ້າສຸດນີ້, ຍາຕິພີ່ນ້ອງຂອງ ທ້າວ ຫຼູຊົ້ງ ທີ່ເປັນຜູ້ຖືກທຸບຕີນັ້ນ, ກໍໄດ້ຊີ້ແຈງຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ້າວ ຫຼູຊົ້ງ ເກີດມີການ ເຂົ້າໃຈຜິດກັນຣະຫວ່າງ ຜູ້ແປພາສາຈີນ ທີ່ສື່ສານໄປໃຫ້ຜູ້ຄຸມສວນກ້ວຍ ທີ່ເປັນຄົນຈີນ ທັງທີ່ໃນຄວາມເປັນຈິງ ທ້າວ ຫຼູຊົ້ງ ພຽງແຕ່ຢາກພັກຜ່ອນ ເນື່ອງຈາກຄວາມອິດເມື່ອຍ ເພາະເຮັດວຽກໝົດມື້ແລ້ວ, ແຕ່ຜູ້ຄຸມສວນກ້ວຍຈີນ ພັດເຂົ້າໃຈວ່າ ທ້າວ ຫຼູຊົ້ງ ຊິເຊົາເຮັດວຽກຢູ່ ສວນກ້ວຍ ຈຶ່ງເຮັດໃຫ້ເກີດ ມີການທຳຮ້າຍຮ່າງກາຍ ທ້າວ ຫຼູຊົ້ງ ທັນທີ.
“ລາວວ່າໂອ້ຍ! ຂ້ອຍບໍ່ແມ່ນໝາ ຂ້ອຍແມ່ນຄົນ ເປັນຫຍັງເຈົ້າມາສັ່ງຂ້ອຍ, ຂ້ອຍບໍ່ແມ່ນໝາ ເຮົາຂໍພັກເຊົາແມ້! ລະຕອນນີ້ຕອນເດິກແລ້ວ, ມັນ 7 ໂມງແລ້ວ. ລະມື້ອື່ນເດີ້, ມື້ອື່ນເຮົາຊິໄປ ເຮັດວຽກອີກຕໍ່. ຄົນຈີນລະບໍ່ຮູ້ວ່າ ບໍ່ຮູ້ແປພາສານ່າ ບໍ່ຮູ້ວ່າຜູ້ແປພາສາເດ້ ລາວແປແນວໃດ ໃຫ້ຄົນຈີນ, ລະຄົນຈີນຫັ້ນ ລະຕີເລີຍ ຕີທັນທີ.”
ຍານາງກ່າວຕື່ມວ່າ ເຣື່ອງທີ່ມີການກ່າວຫາວ່າ ທ້າວ ຫຼູຊົ້ງ ມີອາວຸດປືນນັ້ນ, ທາງຍາຕິພີ່ນ້ອງຢືນຢັນວ່າ ທ້າວ ຫຼູຊົ້ງ ບໍ່ມີອາວຸດປືນແຕ່ ຢ່າງໃດ.
ເພື່ອຮູ້ເຖິງຣາຍລະອຽດຕື່ມ, ໃນຕອນບ່າຍ ຂອງມື້ດຽວກັນນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ໂທຣະສັບຕິດຕໍ່ສອບຖາມ ໄປຍັງຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຫິນເຫີບ ແຂວງ ວຽງຈັນ, ເຊິ່ງເຈົ້າໜ້າທີ່ທ່ານນຶ່ງ ກໍກ່າວວ່າ ທ່ານໄດ້ເຫັນຄລິປວີດິໂອ ກ່ຽວກັບການທຳຮ້າຍ ຮ່າງກາຍ ຄົນງານລາວ ດັ່ງກ່າວແລ້ວ, ແຕ່ກໍຍັງບໍ່ຮູ້ວ່າ ເຣື່ອງລາວແທ້ຈິງ ເປັນແນວໃດ ແລະ ຕ້ອງລົງໄປ ກວດສອບວ່າ ເປັນແນວໃດ ກັນແທ້. ຫາກເປັນເຣື່ອງຈິງ ກໍຕ້ອງໃຫ້ການຄຸ້ມຄອງ ແລະ ແກ້ໄຂ. ດັ່ງທ່ານກ່າວວ່າ:
“ເຫັນລົງຄລິປຢູ່ ຮູ້ແຕ່ວ່າບ້ານວຽງຄຳ, ແຕ່ບໍ່ຮູ້ວ່າມັນເມືອງໃດແທ້ ຄັນຮູ້ກະຊິໄປຢູ່ນ່າ. ໄປເບິ່ງວ່າມັນເປັນແນວໃດແທ້, ຄັນວ່າເປັນແທ້ ກະຕ້ອງໄດ້ຄຸ້ມຄອງ. ເມືອງກໍຈະໄປແກ້ໄຂ ຢູ່ເນາະ ອັນນີ້ບໍ່ເຫັນເຂົາແຈ້ງມາຫຍັງ. ເປັນແນວນີ້ ເຮົາຕ້ອງເອົາເຈົ້າໜ້າທີ່ ລົງໄປເນາະ ສືບຫາຂໍ້ມູນຄວາມຈິງກ່ອນເນາະ.”
ນອກຈາກນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຍັງໄດ້ໂທສອບຖາມໄປຍັງຫ້ອງການປົກຄອງ ເມືອງຫິນເຫີບ ແຂວງວຽງຈັນ ເພື່ອສອບຖາມ ເຖິງການແກ້ໄຂບັນຫາດັ່ງກ່າວ ແຕ່ກໍບໍ່ມີໃຜຮັບສາຍ.
ກ່ຽວກັບບໍຣິສັດ ຜາລີ ຢູເຊີໄຄ ທີ່ມາປູກກ້ວຍນັ້ນ, ບໍຣິສັດດັ່ງກ່າວ ເປັນບໍຣິສັດ ຂອງນັກລົງທຶນຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ຢູ່ເຂດ ເມືອງຫິນເຫີບ ແຂວງວຽງຈັນ ມີເນື້ອທີ່ປະມານ 500 ເຮັກຕ້າຣ, ໂດຍໄດ້ເຊົ່າດິນ ປະຊາຊົນໃນທ້ອງຖິ່ນຫຼາຍບ້ານ ເປັນຕົ້ນແມ່ນ ບ້ານວຽງຄຳ, ບ້ານມຸກ, ນາຊຳ, ຫິນເຫີບເໜືອ ແລະ ສວນມອນ.