ໜຸ່ມນ້ອຍມົ້ງລາວຖືກຕີ ຢູ່ສວນກ້ວຍ
2020.07.29

ເມື່ອເວລາ 6 ຫາ 7 ໂມງແລງ ຂອງ ວັນທີ 26 ເດືອນ ກໍຣະກະດາ ນີ້ ໄດ້ເກີດເຫຕ ເດັກນ້ອຍລາວ ຊົນເຜົ່າມົ້ງ, ຊື່ທ້າວ ຫຼູຊົ້ງ ຖືກທຸບຕີ ທີ່ສວນກ້ວຍ ຕັ້ງຢູ່ບ້ານວຽງຄຳ ເມືອງຫິນເຫີບ ແຂວງວຽງຈັນ. ທ້າວ ຫຼູຊົ້ງ ຖືກທຸບຕີຕາມໃບໜ້າ, ຄໍ, ຫຼັງ, ຮ່າງກາຍ ແລະ ແຂນ-ຂາ ຫຼາຍບ່ອນ, ອີງຕາມການບອກເລົ່າ ຂອງຜູ້ເປັນພໍ່ ໃນ ຄລິປ ວີດິໂອ ທີ່ມີການເຜີຍແຜ່ ຜ່ານສື່ສັງຄົມອອນລາຍ ໃນມື້ວັນທີ 27 ກໍຣະກະດາ ນີ້. ທ່ານເວົ້າວ່າ:
“ຂ້ອຍໃນນາມຜູ້ເປັນພໍ່ ມື້ນີ້ພວກເຮົາມາໂອ້ລົມກັນ ຢູ່ທີ່ນີ້ ເພື່ອຫາລືກັນວ່າ ຈະເຮັດແນວໃດ ໃນຂັ້ນຕໍ່ໄປ? ຈະໄປເວົ້າສູ່ເຂົາຟັງແນວໃດ? ຂ້ອຍຂໍແຈ້ງໃຫ້ພໍ່ແມ່ ພີ່ນ້ອງ ທຸກຄົນ ຊາບທົ່ວເຖິງກັນວ່າ ເຫຕການທີ່ເກີດຂຶ້ນເທື່ອນີ້ ບໍ່ແມ່ນນິຍາຍເດີ້, ແຕ່ມັນເປັນເຣື່ອງຈິງ ທີ່ຄົນຈີນ ທໍຣະມານ ທຸບຕີ ຄົນໄປເຮັດວຽກ ຢູ່ສວນກ້ວຍວຽງຄໍາ. ມື້ນີ້ແມ່ນວັນທີ 27, ແຕ່ມື້ ລາວຖືກຕີ ແມ່ນວັນທີ່ 26 ເວລາ 6 ໂມງແລງ.”
ຜ່ານການສອບຖາມ ຈາກຜູ້ເປັນພໍ່ ໃນວີດິໂອດັ່ງກ່າວ, ເດັກນ້ອຍຜູ້ເສັຽຫາຍ ບອກວ່າລາວຖືກທຸບຕີ ດ້ວຍເຄື່ອງມືຫຼາຍຢ່າງ ແລະມີຫຼາຍ ຄົນທຸບຕີ, ເຊິ່ງມີທັງຄົນລາວ ແລະ ຄົນຈີນ. ມີການເອົາໄຟຟ້າຊ໊ອດ ແລະ ພວກທີ່ທຸບຕີ ກໍໄດ້ມັດມື ແລະ ຕີນ ຂອງລາວ ຄ້າຍກັບວ່າ “ມັດໝູປ່າ” ແລ້ວເອົາໃສ່ຣົດກະບະ ໄປສະຖານທີ່ແຫ່ງໃດແຫ່ງນຶ່ງ ເພື່ອຂຽນບົດບັນທຶກ ແລ້ວໃຫ້ ທ້າວ ຫຼູຊົ້ງ ລົງລາຍເຊັນ ພ້ອມຈ້ຳໂປ້ ໝາຍມື ຄັກແນ່.
ສາເຫຕທີ່ເຮັດໃຫ້ມີການທຳຮ້າຍຮ່າງກາຍ ທ້າວ ຫຼູຊົ້ງ ທີ່ເປັນຄູ່ກໍຣະນີ ໃນເທື່ອນີ້, ເນື່ອງຈາກວ່າ ລາວຕ້ອງການພັກຜ່ອນ ເພາະເຮັດວຽກ ໜັກໝົດມື້ ຈົນຮອດ 5 ໂມງແລງ ແລ້ວ. ດັ່ງນັ້ນ, ລາວຈຶ່ງໄດ້ເວົ້າກັບ ນາຍພາສາ ເພື່ອອະທິບາຍ ໃຫ້ກັບຫົວໜ້າຄົນຈີນ ຮັບຊາບ ຈຸດປະສົງ ຂອງລາວ, ແຕ່ບໍ່ຮູ້ວ່າ ນາຍພາສາ ໄປບອກກັບ ຫົວໜ້າຄົນຈີນ ແນວໃດ ຈຶ່ງເກີດ ຄວາມເຂົ້າໃຈຜິດ ບາງຢ່າງ ຈົນເຮັດໃຫ້ ມີການທຳຮ້າຍຮ່າງກາຍເກີດຂຶ້ນ.
ກ່ຽວກັບເຣື່ອງນີ້, ໃນຕອນບ່າຍຂອງວັນທີ 29 ກໍຣະກະດາ ນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ເຈົ້າໜ້າທີ່ຫ້ອງການ ເມືອງຫິນເຫີບ ເພື່ອສອບຖາມເຖິງ ຣາຍລະອຽດ ວ່າເກີດຫຍັງຂຶ້ນກັນແທ້, ແຕ່ບໍ່ມີໃຜຮັບ ໂທຣະສັບ. ຈາກນັ້ນ, ກໍໄດ້ໂທຣະສັບ ໄປຫາ ເຈົ້າໜ້າທີ່ ກະສິກັມ ເມືອງຫິນເຫີບ, ແຕ່ເຈົ້າໜ້າທີ່ ກ່າວພຽງສັ້ນໆວ່າ ຍັງບໍ່ທັນໄດ້ຮັບຣາຍງານ ກ່ຽວກັບເຣື່ອງນີ້ເທື່ອ.
ໃນຂະນະດຽວກັນ ຍາຕພີ່ນ້ອງ ຂອງທ້າວ ຫຼູຊົ້ງ ກໍໄດ້ຣາຍງານ ເຫຕການດັ່ງກ່າວ ກັບອຳນາດການປົກຄອງບ້ານແລ້ວ, ເຊິ່ງປັດຈຸບັນ ເຈົ້າໜ້າທີ່ທ້ອງຖິ່ນ ກຳລັງໄກ່ເກັ່ຽເຣື່ອງນີ້ຢູ່.
ເຖິງຢ່າງໃດກໍຕາມ, ຖ້າຫາກມີຣາຍລະອຽດຕ່າງໆເພີ່ມຕື່ມ ກ່ຽວກັບເຫຕການດັ່ງກ່າວ ວິທຍຸເອເຊັຽເສຣີ ຈະນຳມາຣາຍງານ ໃຫ້ທ່ານຜູ້ຟັງ ແລະ ຜູ້ອ່ານໄດ້ຮັບຊາບ ໃນມໍ່ໆນີ້.